ກຊສ ສະຫຼຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024

ກຊສ ສະຫຼຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂຶ້ນໃນວັນທີ 16-17 ມັງກອນນີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ກຊສ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດລັດຖະມົນຕີ ກຊສ; ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົົ້າຄອງ ແລະ ຮອງເຈົົ້າແຂວງ, ບັນດາທ່ານ ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໃນທົ່ວປະເທດ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມປະຈໍາປີ2023ໂດຍສະເພາະ ດ້ານການຈັດຕັ້ງ-ພະນັກງານ, ດ້ານວຽກງານວິຊາສະເພາະ ເປັນຕົ້ນ ວຽກງານທີ່ດິນ, ນໍ້າ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດແລະວຽກງານອຸຕຸນິຍົມແລະອຸທົກກະສາດເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ມີອັນໃດຕ້ອງສືບຕໍ່ເສີມຂະຫຍາຍ, ອັນໃດຄວນປັບປຸງ ຫຼື ເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດ ໂດຍທຽບໃສ່ ທິດທາງ, ກົນໄກການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ ຢ່າງພາວະວິໃສແລະສອດຄ່ອງກັບບັນດາມະຕິຄຳສັ່ງແລະສະພາບເງື່ອນໄຂຕົວຈິງ ໃນທິດທາງແຜນການປີ2024ລວມທັງ ການສະຫຼຸບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຄວາມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ.
    ນອກຈາກຈະໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024; ລາຍງານ ກ່ຽວກັບ ຂຶ້ນທະບຽນອອກໃບຕາດິນ ແລະ ຕິດຕາມໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການລາຍງານວຽກງານການສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງອ່າງ ແລະ ການເກັບລາຍຮັບການນໍາໃຊ້ນໍ້າຂອງບັນດາໂຄງການລົງທຶນ ແລະ ຫົວໜ່ວຍທຸລະກິດ ປະຈໍາປີ 2023,ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິ່ງແວດລ້ອມ (ວຽກງານຂຽວ ສະອາດ ງາມຕາ, ວຽກງານສ້າງຈິດສໍານຶກ, ການຄຸ້ມຄອງ ສິ່ງແວດລ້ອມໂຄງການລົງທຶນ),ວຽກງານຕິດຕາມກວດກາການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມ ໂຄງການລົງທຶນ, ການລາຍງານ ກ່ຽວກັບ ສະພາບການຄຸ້ມຄອງ ແລະ ຕິດຕາມມົນລະພິດ 
ໝອກຄວັນ ຝຸ່ນລະອອງ (PM 2.5) ໃນໄລຍະທີ່ຜ່ານມາ,ການຫຼຸດຜ່ອນ ແລະ ການປັບຕົວເຂົ້າການປ່ຽນແປງດິນຟ້າອາກາດ ລວມທັງວຽກງານການຊື້-ຂາຍ ສິນເຊື່ອກາກບອນ,ວຽກງານການປັບປຸງລະບົບການພະຍາກອນອາກາດ ແລະ ການແຈ້ງເຕືອນໄພລ່ວງໜ້າ. ພ້ອມດຽວກັນ, ກໍຈະໄດ້ມີການປະກອບຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງຈະເປັນການຊ່ວຍປັບປຸງວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ດີກ່ວາເກົ່າ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ.  
    ໃນໂອກາດນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຂໍຮຽກຮ້ອງໃຫ້ບັນດາທ່ານທີີ່ເຂົ້າຮ່ວມກອງປະຊຸມ ຈົົ່ງພ້ອມກັນ ສຸມສະຕິປັນຍາ ເຂົ້າໃນຄົົ້ນຄວ້າປະກອບ ຄໍາເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ສ້າງສັນ ເພືີ່ອພ້ອມກັນສືບຕໍ່ສູ້ຊົນປະຕິບັດໄດ້ບັນດາຄາດໝາຍຕ່າງໆ ຂອງທິດທາງແຜນການ ປີ 2024 ຂອງຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືຄາດໝາຍສູ້ຊົນ ທີ່ກໍານົດໃນແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX, ກໍຄືການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ໃຫ້ມີຜົນສໍາເລັດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ