ລະບົບໄຟຟ້າຢູ່ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍຈຸດ

ລະບົບໄຟຟ້າຢູ່ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍຈຸດ

ລະບົບໄຟຟ້າຢູ່ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍຈຸດ
ເນື່ອງຈາກຝົນຕົກໜັກຢ່າງຕໍ່ເນື່ອງໃນຫຼາຍພື້ນທີ່ຂອງແຂວງອຸດົມໄຊ ໃນລະຫວ່າງວັນທີ 29-30 ສິງຫາ 2026 ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ດິນສະໄລ້, ນ້ຳໄຫຼເຊາະ ແລະ ຕົ້ນໄມ້ລົ້ມຫຼາຍຈຸດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ ລະບົບຕາຂ່າຍໄຟຟ້າ, ເສົາໄຟຟ້າ. ອີງຕາມການລາຍງານເບື້ອງຕົ້ນຈາກລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊໃນວັນທີ 31/8/2026 ກ່ຽວກັບຜົນເສຍຫາຍຂອງລະບົບຕາຂ່າຍໄຟຟ້າໃຫ້ຮູ້ວ່າ: ເຂດເມືອງໄຊ ສະພາບໄຟຟ້າໃນຂົງເຂດດັ່ງກ່າວພົບເຫັນຈຸດທີ່ໄດ້ຮັບຜົນກະທົບທັງໝົດ 5 ຈຸດຄື: ເສົາ 12 ແມັດລົ້ມຫັກຈໍານວນ 3 ຕົ້ນ ຢູ່ເຂດບ້ານທ້ຽວ, ດິນສະໄລ້ ເຮັດໃຫ້ຕົ້ນໄມ້ໃຫຍ່ລົ້ມທັບຕາຂ່າຍໄຟຟ້າ F5 ສະຖານີນາແລ ຢູ່ເຂດບ້ານຫ້ວຍຂຸມ, ເສົາຕາຂ່າຍເຂົ້າໝໍ້ແປງບ້ານກັດລົ້ມ 1 ຕົ້ນ, ນໍ້າໄຫຼຊຸຕີນເສົາ ເຮັດໃຫ້ເສົາໄຟຂອງສາຍແຈກ F2 ຂອງສະຖານີນາແລ ເນີ້ງຢູ່ເຂດບ້ານລ້ອງກໍເດື່ອ, ເສົາຕາຂ່າຍເຂົ້າໂຮງຂົບຫີນເອກະຊົນລົ້ມຢູ່ເຂດບ້ານນາແສນຄໍາ. ປັດຈຸບັນສາມາດສ້ອມແປງສໍາເລັດທັງ 4 ຈຸດ ແລະ ໄດ້ສ້ອມແປງໃຫ້ນໍາໃຊ້ໄດ້ຊົ່ວຄາວ 1 ຈຸດ ສັງລວມແລ້ວມີເສົາຫັກ 3 ຕົ້ນ, ເນີ້ງລົ້ມ 3 ຕົ້ນ ແລະ ເສົາ 8 ແມັດຫັກຈໍານວນ 4 ຕົ້ນ ແລະ ເນີ້ງລົ້ມ 4 ຕົ້ນ ຢູ່ເຂດຫົວນໍ້າບາກ ເຮັດໃຫ້ເຂດຫົວນໍ້າບາກຈໍານວນ 4 ບ້ານບໍ່ມີໄຟຟ້າໃຊ້. ໝໍ້ນັບໄຟເຂດເທສະບານເມືອງໄຊ ທີ່ນໍ້າຍື່ງຖ້ວມອີກຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ລົງກວດກາຕົວຈິງຕື່ມອີກ.
ລະບບໄຟຟາຢແຂວງອດມໄຊໄດຮບຜນກະທບຈາກໄພທຳມະຊາດຫາຍຈດ - image 1
 

 

ເຂດເມືອງນາໝໍ້ໃນວັນທີ 30/8/2026 ມີຝົນຕົກລິນຢ່າງຕໍ່ເນື່ອງເຮັດໃຫ້ນໍ້າແຊ ແລະ ນໍ້າພາກຍື່ງນອງຂຶ້ນສູງ ໄດ້ມີເຫດການຕາຂ່າຍໄດ້ຮັບຜົນກະທົບ 2 ຈຸດ ຄື: ແລວຕາຂ່າຍ F1 ສະຖານີນາໝໍ້ 1 ພົບເຫັນຕາຂ່າຍໄດ້ຮັບຄວາມເສຍຫາຍຄື: ເສົາເນີ້ງຕິດໃສ່ຕົ້ນໄມ້ຢູ່ເຂດບ້ານນາຕອງ ໄດ້ສ້ອມແປງສໍາເລັດ ແລະ ສົ່ງໄຟເຂົ້າເຂດເທສະບານເມືອງນາໝໍ້ໄດ້ສໍາເລັດ; ເສົາລົ້ມ 1 ຕົ້ນຢູ່ເຂດບ້ານນາທົ່ງ. ປັດຈຸບັນມີ 11 ບ້ານ ຍັງບໍ່ມີໄຟຟ້າຊົມໃຊ້ ແລວຕາຂ່າຍໄຟຟ້າເຂົ້າເຂດບ້ານຂວາງ - ຊາຍແດນໝູຕຶ່ນ - ເຂດນໍ້າເງິນ ບໍ່ສາມາດເຂົ້າກວດກາຄວາມເສຍຫາຍຂອງຕາຂ່າຍໄດ້ ເນື່ອງຈາກມີດິນສະໄລ້ເຈື່ອນລັດທາງ ຄາດວ່າຕາຂ່າຍໃນເຂດນີ້ອາດຈະໄດ້ຮັບຄວາມເສຍຫາຍຫຼາຍສົມຄວນ ປັດຈຸ ບັນຍັງມີ 22 ບ້ານ ຈໍານວນ 1,717 ລູກຄ້າທີ່ບໍ່ມີໄຟຟ້າຊົມໃຊ້.

ລະບບໄຟຟາຢແຂວງອດມໄຊໄດຮບຜນກະທບຈາກໄພທຳມະຊາດຫາຍຈດ - image 2
 

ພາຍຫຼັງສ້ອມແປງຕາຂ່າຍທີ່ລົ້ມໃນວັນທີ 28/8/2026 ຈໍານວນ 2 ຕົ້ນຢູ່ຈຸດບ້ານຫ້ວຍແພສໍາເລັດ ຮອດຕອນແລງຂອງວັນທີ 30/8/2026 ສາມາດກວດພົບຕາຂ່າຍໄດ້ຮັບຄວາມເສຍຫາຍເບື້ອງຕົ້ນ ແມ່ນເສົາລົ້ມຢູ່ເຂດບ້ານປາກກໍຈໍານວນ 10 ຕົ້ນ ແລະ ຍັງບໍ່ສາມາດເຂົ້າໄປກວດກາຈຸດຕໍ່ໄປໄດ້ ເນື່ອງຈາກມີດິນສະໄລ້ລັດທາງ ແລະ ໄດ້ຮັບແຈ້ງຈາກປະຊາຊົນມີການພົບເຫັນຕາຂ່າຍລຽບທາງແຄມນໍ້າພາກລົ້ມ 3 ຈຸດ ຊຶ່ງທາງຫ້ອງການໄຟຟ້າເມືອງຫຼາ ຈະສືບຕໍ່ລົງກວດກາໃນວັນທີ 31/8/2026. ປັດຈຸບັນທົ່ວເມືອງຫຼາ ມີໄຟຟ້າໃຊ້ 8 ບ້ານ ແລະ ຍັງມີ 37 ບ້ານຈໍານວນ 2,100 ລູກຄ້າທີ່ບໍ່ທັນມີໄຟຟ້າຊົມໃຊ້.

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ກຳລັງຕິດຕາມ, ກວດກາ ແລະ ເລັ່ງແກ້ໄຂບັນດາຈຸດທີ່ໄດ້ຮັບຜົນກະທົບ ສາມາດແກ້ໄຂເບື້ອງຕົ້ນ ແລະ ສາມາດສະໜອງໄຟຄືນຮັບໃຊ້ສັງຄົມຫຼາຍຈຸດ ໂດຍຄຳນຶງເຖິງຄວາມປອດໄພເປັນສຳຄັນ ແລະ ຍັງອີກຫຼາຍຈຸດທີ່ມີຄວາມສ່ຽງ ບໍ່ສາມາດເຂົ້າໄປກວດກາ ແກ້ໄຂໄດ້ ເນື່ອງຈາກມີນໍ້າຖ້ວມ, ທາງຂາດ, ດິນເຈື່ອນຖົມທາງ ແມ່ນບໍ່ສາມາດສະໜອງໄຟໃຫ້ຊົມໃຊ້ໄດ້ ແລະ ຈະພະຍາມແກ້ໄຂ ແລະ ສົ່ງກະແສໄຟຟ້າຄືນຮັບໃຊ້ສັງຄົມໃຫ້ໄວທີ່ສຸດ.

ລະບບໄຟຟາຢແຂວງອດມໄຊໄດຮບຜນກະທບຈາກໄພທຳມະຊາດຫາຍຈດ - image 3
 

ພວກເຮົາຂໍອະໄພ ແລະ ຂໍຄວາມເຫັນໃຈຈາກປະຊາຊົນຜູ້ຊົມໃຊ້ໄຟຟ້າໃນພື້ນທີ່ ທີ່ໄດ້ຮັບຜົນກະທົບດ້ວຍ.

#ຖ້າຫາກພົບເຫັນເສົາໄຟຟ້າລົ້ມ, ໄຟຕົກ-ໄຟມອດ ຫຼືແຈ້ງເຫດການຕ່າງໆ ກ່ຽວກັບໄຟຟ້າ ສາມາດໂທແຈ້ງ ຫຼືສອບຖາມຂໍ້ມູນໄດ້ທີ່ເບີໂທ: 081 212 530 ສາຍດ່ວນ: 081 1199 ຕະຫຼອດ 24 ຊົ່ວໂມງ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ