ທ່ານນາງ ລາກາດ ກ່າວວ່າ: ໃນໄລຍະ 80 ປີຜ່ານມາ, ການເປີດປະຕູສູ່ພາຍນອກ ແລະ ລັດທິຫຼາຍຝ່າຍແມ່ນພື້ນຖານຂອງຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດທົ່ວໂລກມາໂດຍຕະຫຼອດ. ໃນໄລຍະຍາວນານມານີ້, ເງິນໂດລາທີ່ເປັນເງິນຕາຄັງສຳຮອງຕົ້ນຕໍຂອງໂລກ ກໍແມ່ນພື້ນຖານຂອງລະບົບເງິນຕາສາກົນມາໂດຍຕະຫຼອດ. ຢ່າງໃດກໍຕາມ, ການຮ່ວມມືຫຼາຍຝ່າຍໃນໂລກພວມຖືກເກມຜົນລວມເປັນສູນ ແລະ ການແຂ່ງຂັນເພື່ອຜົນປະໂຫຍດລະຫວ່າງສອງຝ່າຍເຂົ້າແທນ, ການເປີດປະຕູສູ່ພາຍນອກພວມຖືກລັດທິປົກປ້ອງເຂົ້າແທນ, ຈົນເຮັດໃຫ້ພື້ນຖານຂອງລະບົບເງິນຕາສາກົນ ຄື: ຖານະເປັນຫຼັກຂອງເງິນໂດລາ ເກີດຄວາມບໍ່ແນ່ນອນ.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ