![]() |
ທ່ານ ຄໍາພັນ ສິດທິດຳພາ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ໂດຍການເຊື້ອເຊີນອະດີດການນຳຂັ້ນສູງພັກ-ລັດ, ບັນດາຜູ້ຕາງໜ້າຈາກສູນກາງ, ພະແນກການຂອງແຂວງ ແລະ ພາກສ່ວນທຸລະກິດ ເພື່ອປະກອບຄຳຄິດ-ຄຳເຫັນ ຢ່າງເປີດກວ້າງໃສ່ຮ່າງລາຍງານການເມືອງ ຄັ້ງທີ VII ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2026-2030) ຂອງແຂວງວຽງຈັນ ເພື່ອກະກຽມຄວາມພ້ອມດ້ານເນື້ອໃນຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ທີ່ຈະໄຂຂຶ້ນໃນເດືອນກັນຍາ 2025 ທີ່ຈະມາເຖິງນີ້ໃຫ້ມີຄວາມອຸດົມສົມບູນທີ່ສຸດ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີ ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VII ຈາກຄະນະຮັບຜິດຊອບ-ອະນຸກຳມະການກະກຽມດ້ານເນື້ອໃນ ຊຶ່ງໃນໄລຍະຜ່ານມາກໍໄດ້ຄົ້ນຄວ້າ, ຫ້າງຫາກະກຽມ ແລະ ປະກອບຄຳເຫັນຫຼາຍຄັ້ງ, ຫຼາຍຫຼົບຫຼາຍຕ່າວ ແລະ ຫຼາຍຮູບແບບ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມພາກັນສຸມສະຕິປັນຍາ, ຄວາມຮູ້-ບົດຮຽນປະສົບການອັນລໍ້າຄ່າ ຂອງບັນດາທ່ານໃນການນຳພາ-ຊີ້ນຳ ວຽກງານໃນແຕ່ລະຂົງເຂດ ເພື່ອປະກອບຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງທີ່ສຸດ ເພື່ອຊ່ວຍອະນຸກຳມະການເນື້ອໃນ ໃນການປັບປຸງເນື້ອໃນຂອງເອກະສານສຳຄັນຂອງພັກ-ລັດ ດັ່ງກ່າວ ໃຫ້ມີຄວາມອຸດົມສົມບູນທີ່ສຸດ ກ່ອນຈະກ້າວເຂົ້າສູ່ບັ້ນດຳເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ.
![]() |
(ແຫຼ່ງຂ່າວ: ແຂວງວຽງຈັນ)
ຄໍາເຫັນ