![]() |
ມີຄົນໄດ້ຮັບບາດເຈັບ 15 ຄົນ, ເສຍຊີວິດ 1 ຄົນ, ໄດ້ຮັບບາດເຈັບເລັກນ້ອຍ 10 ຄົນ, ບາດເຈັບສົມຄວນ 1 ຄົນ, ບາດເຈັບສາຫັດ 4 ຄົນ ແລະ ເສຍຊີວິດ 1 ຄົນ (ເພດຊາຍ); ຄິດເປັນມູນຄ່າເສຍຫາຍ 460 ລ້ານກີບ. ສໍາລັບອຸບັດເຫດເກີດຂຶ້ນຢູ່ ເມືອງສາລະວັນ ມີ 2 ເລື່ອງ, ເມືອງລະຄອນເພັງ 2 ເລື່ອງ, ເມືອງຕະໂອ້ຍ 1 ເລື່ອງ, ເມືອງຄົງເຊໂດນ 1 ເລື່ອງ, ເມືອງວາປີ 1 ເລື່ອງ, ເມືອງສະໝ້ວຍ 1 ເລື່ອງ. ສ່ວນເມືອງຕຸ້ມລານ ແລະ ເມືອງເລົ່າງາມ ແມ່ນບໍ່ມີກໍລະນີໃດໆກ່ຽວກັບອຸບັດເຫດ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ປີນີ້.
![]() |
ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸປະຕິເຫດແມ່ນມາຈາກຄວາມປະໝາດຂອງຜູ້ຂັບຂີ່ ເຊັ່ນ: ການດື່ມສິ່ງມຶນເມົາແລ້ວຂັບຂີ່, ການໃຊ້ຄວາມໄວເກີນກຳນົດ ແລະ ບໍ່ເຄົາລົບກົດຈະລາຈອນ, ອຸບັດເຫດເກີດຂຶ້ນ ສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸຊາວໜຸ່ມ-ໄວໜຸ່ມ, ຖ້າທຽບໃສ່ປີຜ່ານມາ ການເກີດອຸບັດເຫດ ແມ່ນຫຼຸດລົງ. ເນື່ອງຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ກຽມຄວາມພ້ອມ ແລະ ເອົາໃຈໃສ່ຮັກສາຄວາມປອດໄພ ໄລຍະແຕ່ເບື້ອງຕົ້ນ ໃນຂອບເຂດທົ່ວແຂວງສາລະວັນ ເພື່ອຮັບປະກັນໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ຢູ່ແຂວງສາລະວັນ ຮັບປະກັນຄວາມສະຫງົບ, ປອດໄພ ແລະ ມ່ວນຊື່ນ.
(ພາບ-ຂ່າວ: ສ.ພະຈັນ)


ຄໍາເຫັນ