ລາຄາເຂົ້າສານ ໃນຍີ່ປຸ່ນເພີ່ມສູງຂຶ້ນ 16 ອາທິດຕິດຕໍ່ກັນ

ລາຄາເຂົ້າສານ ໃນຍີ່ປຸ່ນເພີ່ມສູງຂຶ້ນ 16 ອາທິດຕິດຕໍ່ກັນ

ລາຄາເຂົ້າສານ ໃນຍີ່ປຸ່ນເພີ່ມສູງຂຶ້ນ 16 ອາທິດຕິດຕໍ່ກັນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ເມສາ ນີ້ວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ໄດ້​ເປີດ​ເຜີຍ​​ວ່າ:ລາ​ຄາ​ສະ​ເລ່ຍ​ຂອງ​ເຂົ້າສານ​ທີ່​ຂາຍ​ຢູ່​ຮ້ານ​ສັບ​ພະ​ສິນ​ຄ້າ​​ທົ່ວ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ. ​ເຖິງ​ແມ່ນ​ວ່າ​ລັດຖະບານ​ໄດ້​ລະບາຍ​ເຂົ້າ​ສານອອກ​ຈາກ​ຄັງ​ສຳຮອງ​ເພື່ອ​ສະກັດ​ກັ້ນ​ລາຄາ​ເຂົ້າ​ທີ່​ເພີ່ມ​ຂຶ້ນ​ກໍ​ຕາມ.

 

ລາຄາເຂົ້າສານສະເລ່ຍປະຈໍາອາທິດສິ້ນສຸດວັນທີ 20 ເມສາ ຜ່ານມາ ຢູ່ທີ່ 4.220 ເຢນຕໍ່ 5 ກິໂລກຣາມ, ເພີ່ມຂຶ້ນ 3 ເຢນຈາກອາທິດກ່ອນແລະເພີ່ມຂຶ້ນເປັນອາທິດທີ 16 ຕິດຕໍ່ກັນ.

ກະຊວງດັ່ງກ່າວໄດ້ຕິດຕາມລາຄາເຂົ້າປະຈໍາອາທິດໂດຍອ້າງອີງຂໍ້ມູນທີ່ເກັບກໍາຈາກຮ້ານສັບພະສິນຄ້າ ປະມານ 1,000 ແຫ່ງໃນທົ່ວປະເທດ. ເຖິງແມ່ນວ່າລາຄາຈະເພີ່ມຂຶ້ນໃນອັດຕາທີ່ຊ້າລົງແຕ່ທ່າອ່ຽງຍັງສືບຕໍ່ເພີ່ມຂຶ້ນ.

ປັດຈຸບັນ, ລາຄາເຂົ້າສານໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າຈາກ 2,088 ເຢນໃນເວລາດຽວກັນຂອງປີກາຍ. ຂະນະທີ່ປະລິມານການຂາຍເຂົ້າສານໄດ້ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ປີກາຍ

ກະຊວງດັ່ງກ່າວລະບຸວ່າ: ລັດຖະບານກຳລັງລະບາຍເຂົ້າສານສຳຮອງທີ່ມີລາຄາຖືກອອກສູ່ຕະຫຼາດ. ແຕ່ຜູ້ບໍລິໂພກກໍຍັງຊື້ເຂົ້າສານຈາກຄັງສຳຮອງທີ່ລາຄາຖືກກວ່າ ແລະ ເຂົ້າສານທົ່ວໄປທີ່ມີລາຄາສູງກວ່າ. ສົ່ງຜົນເຮັດໃຫ້ລາຄາເຂົ້າສານໃນທ້ອງຕະຫຼາດໂດຍລວມຍັງສືບຕໍ່ເພີ່ມຂຶ້ນ.

ໃນຕົ້ນເດືອນນີ້, ກະຊວງດັ່ງກ່າວເປີດເຜີຍວ່າ: ລັດຖະບານຍີ່ປຸ່ນຈະປ່ອຍເຂົ້າສານຈາກຄັງສຳຮອງທຸກເດືອນຈົນຮອດທ້າຍເດືອນກໍລະກົດ. ເພື່ອສະກັດກັ້ນການເພີ່ມຂຶ້ນຂອງລາຄາເຂົ້າ ຊຶ່ງການຕັດສິນໃຈດັ່ງກ່າວມີຂຶ້ນພາຍຫຼັງທີ່ລາຄາເຂົ້າສານໄດ້ສືບຕໍ່ເພີ່ມຂຶ້ນ. ເຖິງວ່າກ່ອນໜ້ານີ້ຈະມີການລະບາຍເຂົ້າໄປແລ້ວສອງຮອບ ລວມ 212.000 ໂຕນ ກໍຕາມ, ສ່ວນການລະບາຍເຂົ້າສານຮອບທີ 3 ໄດ້ເກີດຂຶ້ນໃນອາທິດແລ້ວນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ບົດ​ບາດ​ແມ່​ຍິງ​ ກາຍ​ເປັນ​ກຳ​ລັງ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ

ບົດ​ບາດ​ແມ່​ຍິງ​ ກາຍ​ເປັນ​ກຳ​ລັງ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ

ຂ່າວສານຊີອາໄອລາຍງານ ໃນວັນທີ 14 ຕຸລາຜ່ານມາວ່າ: ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ, ໂທ​ລະ​ພາບ​​ສາ​ກົນ​ຈີນ ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ ໄດ້​ສຳ​ຫຼວດ​ຄວາມ​ເຫັນ​ບັນ​ດາ​ກຸ່ມ​ຄົນຈຳນວນ 7,292 ຄົນ​ ຈາກ 38 ປະ​ເທດ​ໃນ​ຂອບ​ເຂດທົ່ວ​ໂລກ, ຜົນ​ການ​ສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ​ມີ​ຄວາມ​ຮັບ​ຮູ້​ໂດຍ​ທົ່ວ​ໄປ​ວ່າ, ແມ່​ຍິງ​ແມ່ນ​ກຳ​ລັງແຮງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ, ແລະ​ ຍັງ​ໄດ້ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ແນວ​ຄິດ​ພັດ​ທະ​ນາ ​ແລະ ​ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ​ແມ່​ຍິງ​ຈີນ.
ການເກັບ​ຊື້​ສະ​ບຽງ​ອາ​ຫານ​​ຂອງຈີນ ບັນ​ລຸຫຼາຍກວ່າ​ 400 ລ້ານ​ໂຕນ​ຕໍ່​ປີ

ການເກັບ​ຊື້​ສະ​ບຽງ​ອາ​ຫານ​​ຂອງຈີນ ບັນ​ລຸຫຼາຍກວ່າ​ 400 ລ້ານ​ໂຕນ​ຕໍ່​ປີ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 14 ຕຸ​ລາ ຜ່ານມາ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ​ຂອງ​ຈີນຢ່າງ​ມີ​ຄຸນ​ນະ​ພາບ​ສູງ ໂດຍ​ໄດ້​ແຈ້ງ​ປະ​ສິດ​ທິ​ຜົນ​ດ້ານ​ການ​ພັດ​ທະ​ນາ​ ແລະ ​ປະ​ຕິ​ຮູບ​ການ​ຈໍ​ລະ​ຈອນ​ຂອງ​ສະ​ບຽງ​ອາ​ຫານ​.
ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສ້າງບັນຍາກາດ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ​ນະ​ຄອນໂຮ່​ຈິມິນ ໄລຍະໃໝ່

ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສ້າງບັນຍາກາດ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ​ນະ​ຄອນໂຮ່​ຈິມິນ ໄລຍະໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນໂຮ່ຈິມິນ ຄັ້ງທີ 1, ເປີດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນໂຮ່ຈິມິນ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ພ້ອມດ້ວຍຜູ້ແທນ 547 ທ່ານ ຕາງໜ້າໃຫ້ແກ່ສະມາຊິກພັກ 366,000 ກວ່າຄົນ ໃນທົ່ວອົງຄະນະພັກນະຄອນ.
AI ແລະ ລະບົບອັດຕະໂນມັດ ກຳລັງຫັນປ່ຽນສະຖານທີ່ເຮັດວຽກໃນແຟັງລັງ

AI ແລະ ລະບົບອັດຕະໂນມັດ ກຳລັງຫັນປ່ຽນສະຖານທີ່ເຮັດວຽກໃນແຟັງລັງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສໍາຫຼວດໂດຍຫ້ອງການການຄ້າຂອງແຟັງລັງເປີດເຜີຍວ່າ, ປັນຍາປະດິດ (AI) ແລະ ລະບົບອັດຕະໂນມັດກໍາລັງຫັນປ່ຽນບ່ອນເຮັດວຽກຂອງແຟັງລັງຢ່າງໄວວາ, ໂດຍເຂົ້າມາແທນທີ່ທັງວຽກທີ່ໃຊ້ແຮງງານ ແລະ ວຽກລະດັບຜູ້ຊ່ຽວຊານ ໃນຂະນະດຽວກັນກໍຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກ.
ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ຊັບພະຍາກອນ​ບໍ່​ແຮ່ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
ທ່ານ ສີ​ຈິ້ນ​ຜິງ ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ

ທ່ານ ສີ​ຈິ້ນ​ຜິງ ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 13 ຕຸ​ລາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ​​ສຳ​ຄັນ​ພາຍ​ໃຕ້​ຫົວ​ຂໍ້ “ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່ແມ່​ຍິງ​ໂລກ​ປັກ​ກິ່ງ ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ແມ່​ຍິງ​ຢ່າງ​ຮອບ​ດ້ານ”.
ອົງຄະ​ນະ​ພັກ​ລັດ​ຖະ​ບານ ​ຕ້ອງ​ເປັນ​ແບບຢ່າງ​ດ້ານ​ຄຸນ​ທາດ​ການ​ເມືອງ ພູມ​ປັນ​ຍາ ແລະ ການ​ປ່ຽນ​ແປງ​ໃໝ່

ອົງຄະ​ນະ​ພັກ​ລັດ​ຖະ​ບານ ​ຕ້ອງ​ເປັນ​ແບບຢ່າງ​ດ້ານ​ຄຸນ​ທາດ​ການ​ເມືອງ ພູມ​ປັນ​ຍາ ແລະ ການ​ປ່ຽນ​ແປງ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 13 ຕຸລາ ຜ່ານມາ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ກ່າວຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030 ວ່າ: ໃນອາຍຸການ 2020 – 2025, ຄະນະພັກລັດຖະບານໄດ້ສະແດງໃຫ້ເຫັນຄຸນທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ຂ້ຽວຂາດໃນການຊີ້ນຳ, ບໍລິຫານ, ບຸກທະລຸໃນການກະທຳ, ຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ຕິດແທດກັບຕົວຈິງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ຮອບດ້ານພໍສົມຄວນ ແລະ ມີຫຼາຍຈຸດພົ້ນເດັ່ນ. ນີ້ແມ່ນພື້ນຖານ, ກຳລັງໜູນໃໝ່ເພື່ອໃຫ້ອົງຄະນະພັກລັດຖະບານ ກ້າວເຂົ້າສູ່ໄລຍະໃໝ່.
ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ຊັບພະຍາກອນ​ບໍ່​ແຮ່ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
31 ລັດ ໃນເມັກຊິກເກີດໄພນໍ້າຖ້ວມ ແລະ ດິນເຈື່ອນ

31 ລັດ ໃນເມັກຊິກເກີດໄພນໍ້າຖ້ວມ ແລະ ດິນເຈື່ອນ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ຕຸລາ ຜ່ານມາວ່າ: ອົງການປ້ອງກັນ ແລະ ແກ້ໄຂໄພພິບັດແຫ່ງຊາດເມັກຊິກ ລາຍງານວ່າ, 31 ລັດ ໃນ 32 ລັດຂອງປະເທດ ປະສົບກັບຝົນຕົກໜັກກວ່າປົກກະຕິ ເຮັດໃຫ້ແມ່ນ້ຳໃຫຍ່ຫຼາຍສາຍລົ້ນຝັ່ງ ໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ, ເນື້ອທີ່ນາ ແລະ ເສັ້ນທາງຄົມມະນາຄົມຂົນສົ່ງ. ອີກທັງຍັງເກີດດິນ​ເຈື່ອນ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ກວ້າງ​ຂວາງ.
ປະຊາກອນຕ່າງປະເທດຂອງຍີ່ປຸ່ນບັນລຸ 3.95 ລ້ານຄົນ

ປະຊາກອນຕ່າງປະເທດຂອງຍີ່ປຸ່ນບັນລຸ 3.95 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການບໍລິການກວດຄົນເຂົ້າເມືອງຂອງຍີ່ປຸ່ນ ເປີດເຜີຍວ່າ: ຈຳນວນຄົນຕ່າງປະເທດທີ່ອາໄສຢູ່ໃນຍີ່ປຸ່ນ ບັນລຸເຖິງ 3.95 ລ້ານຄົນ, ຂະນະທີ່ຍີ່ປຸ່ນເປີດຮັບແຮງງານຕ່າງປະເທດຫຼາຍຂຶ້ນ ເພື່ອແກ້ໄຂບັນຫາການຂາດແຄນແຮງງານຢ່າງໜັກໜ່ວງ.
ເພີ່ມເຕີມ