ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໄຈຊັງກາ (H. E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ​ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026 ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ລາວ - ອນເດຍ ສບຕຮດແໜນການພວພນຮວມມສອງຝາຍ - image 1
 

 

ການພົບປະຫາລືຢ່າງເປັນທາງການສອງຝ່າຍ ແລະ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນເດຍ ຄັ້ງທີ 10 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນາ 2026, ໂດຍການເປັນປະທານຮ່ວມຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ. ໃນກອງປະຊຸມ, ທ່ານ ສຸບຣາມານຍຳ ໄຈຊັງກາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ອິນເດຍ ຢ່າງເປັນທາງການ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ກໍຄືການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໃຫ້ມີເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນ ແລະ ເລິກເຊິ່ງຍິ່ງຂຶ້ນ.

ລາວ - ອນເດຍ ສບຕຮດແໜນການພວພນຮວມມສອງຝາຍ - image 2
 

ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຕີລາຄາສູງຕໍ່ການຮ່ວມມືອັນມີຜົນສຳເລັດໃນດ້ານຕ່າງໆ ລະຫວ່າງສອງປະເທດ ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດ 7 ທົດສະຫວັດຜ່ານມາ ພ້ອມທັງໄດ້ເຊື້ອເຊີນ ທ່ານສຸບຣາມານຍຳ ໄຈຊັງກາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ.

ລາວ - ອນເດຍ ສບຕຮດແໜນການພວພນຮວມມສອງຝາຍ - image 3
 

ນອກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ໃນໄລຍະຜ່ານມາ ພາຍຫຼັງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 9 ໄດ້ຈັດຂຶ້ນໃນປີ 2018, ເປັນຕົ້ນແມ່ນການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການເຊື່ອມໂຍງດ້ານດີຈີຕອນ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານວັດທະນະທໍາ, ວຽກງານປ້ອງກັນຊາດ ແລະ ອື່ນໆ, ລວມທັງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ພ້ອມທັງເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດັ່ງກ່າວໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ. ນອກຈາກນີ້, ສອງຝ່າຍ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສືບຕໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ຊຶ່ງສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມ ຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ, ໂດຍສະເພາະແມ່ນການຢ້ຽມຢາມ ສປປ ລາວ ຂອງ ທ່ານນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ໃນເດືອນຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຍົກລະດັບສາຍພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນອະນາຄົດ ເພື່ອໃຫ້ສອດຄ່ອງກັບການພົວພັນຮ່ວມມືທີ່ໃກ້ຊິດ ແລະ ການຂະຫຍາຍຕົວໃນປັດຈຸບັນ ແລະ ເຫັນດີຈະສືບຕໍ່ເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ການຍົກລະດັບດັ່ງກ່າວ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນຂອບການຮ່ວມມື ອາຊຽນ-ອິນເດຍ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອົງການ ສປຊ ແລະ ອື່ນໆ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ຍັງໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ຊຶ່ງເປັນເອກະສານສໍາຄັນໃນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ສອງກະຊວງການຕ່າງປະເທດ ກໍຄືຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືໃນຂະແໜງການທີ່ສອງປະເທດມີທ່າແຮງ ອີງຕາມຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງບົດບັນທຶກສະບັບດັ່ງກ່າວ.

ລາວ - ອນເດຍ ສບຕຮດແໜນການພວພນຮວມມສອງຝາຍ - image 4
 

ພາຍຫຼັງສໍາເລັດກອງປະຊຸມ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ໄດ້ຮ່ວມກັນເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມື ຈໍານວນ 3 ສະບັບ ຄື: 1). ສັນຍາໂຄງການແລກປ່ຽນວັດທະນະທຳ; 2). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືວຽກງານສາທາລະນະສຸກກ່ຽວກັບການຄຸ້ມຄອງຢາ; ແລະ 3). ອະນຸສັນຍາ ວ່າດ້ວຍ ການຮ່ວມມື ແລະ ຄຸ້ມຄອງຄູສອນ ປະຈຳຢູ່ ວິທຍາຄານ ໄກສອນ ພົມວິຫານ.

ສອງຝ່າຍ ຍັງໄດ້ຮ່ວມກັນເປີດກາສັນຍາລັກສະເຫຼີມສະຫຼອງ ຄົບຮອບ 70 ປີ (2 ກຸມພາ 1956 - 2 ກຸມພາ 2026) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຢ່າງເປັນທາງການ.

ໃນໂອກາດຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ທາງດ້ານປະຫວັດສາດ ແລະ ວັດທະນະທຳອັນເກົ່າແກ່ ຂອງ ອິນເດຍ, ເຂົ້າຮ່ວມເປັນແຂກກິດຕິມະສັກໃນກອງປະຊຸມພົບປະພາກທຸລະກິດ ລາວ-ອິນເດຍ ຄັ້ງທີ2; ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ຣາຈູ ເສດຖາ, ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາປະເທດເນປານ ແລະ ທ່ານ Sanjay Kirloskar ປະທານບໍລິສັດ Kirloskar. ນອກນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວຂອງອິນເດຍຈຳນວນໜຶ່ງ ກ່ຽວກັບຜົນສຳເລັດການເດີນທາງຢ້ຽມຢາມທາງການ ແລະ ຈັດກອງປະຊຸມໃນຄັ້ງນີ້.

ເພື່ອປະກອບສ່ວນສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບລາວ-ອິນເດຍ ຢູ່ນະຄອນຫຼວງນິວແດນລີ ຮ່ວມກັບເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດອິນເດຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ