ລາວ ມີ 3 ປະເທດອ້ອມຂ້າງ ທີ່ເປັນທ່າແຮງສຳຄັນໃນການສົ່ງອອກ ພືດສິນຄ້າ

ລາວ ມີ 3 ປະເທດອ້ອມຂ້າງ ທີ່ເປັນທ່າແຮງສຳຄັນໃນການສົ່ງອອກ ພືດສິນຄ້າ
ໂດຍ: ສ.ບຸດປະຊາ
    ພັກ-ລັດຖະບານເຮົາ, ຍາມໃດກໍເອົາໃຈໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ປະຊາຊົນລາວບັນດາເຜົ່າ ພັດທະນາການຜະລິດກະສິກຳ ຈາກພໍກຸ້ມກິນ ກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ຄຽງຄູ່ກັນນີ້ ກໍສຸມໃສ່ເຈລະຈາດ້ານເຕັກນິກ ເພື່ອເປີດຕະຫຼາດສົ່ງອອກຜະລິດຕະພັນກະສິກຳ ຊຶ່ງໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ທີ່ນາຍົກລັດຖະມົນຕີ ອອກດຳລັດເລກທີ 226/ນຍ, ລົງວັນທີ 10/7/2023 ວ່າດ້ວຍການຮັບອອກ ແລະ ປະກາດໃຊ້ນະໂຍບາຍແຫ່ງຊາດດັ່ງກ່າວ ກໍໄດ້ໃຫ້ຮູ້ວ່າ: ການປູກຝັງຍັງເປັນປັດໄຈສຳຄັນພື້ນຖານ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມແລ້ວ 52% ຂອງພົນລະເມືອງລາວ ແມ່ນອາໄສການຜະລິດກະສິກຳເປັນອາຊີບຕົ້ນຕໍ. ຂະນະທີ່ການເຕີບໂຕຂອງລາຍຮັບແຫ່ງຊາດ ຈາກຂະແໜງກະສິກຳ ແລະ ປ່າໄມ້ປະມານ 16% ໃນນີ້ 10,4% ແມ່ນຂະແໜງປູກຝັງ.
    ປັດຈຸບັນ, ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແມ່ນສາມາດເຂົ້າປະກັນໂດຍພື້ນຖານ ແລະ ເຫຼືອແຮ່ໄວ້ຈໍານວນໜຶ່ງ ຊຶ່ງໂຕເລກທີ່ເປີດເຜີຍຫຼ້າສຸດນີ້ ໃຫ້ຮູ້ວ່າການຜະລິດສາມາດບັນລຸ 6,53 ລ້ານໂຕນ/ປີ, ໃນນັ້ນ ການຜະລິດເຂົ້າ ສະເລ່ຍແມ່ນ 3,72 ລ້ານໂຕນ/ປີ, ພືດສະບຽງອາຫານ 2,31 ລ້ານໂຕນ/ປີ. ການຜະລິດສະບຽງອາຫານປະເພດຊີ້ນ, ໄຂ, ປາ 507.644 ໂລ ເຮັດໃຫ້ອັດຕາການບໍລິໂພກ ສະເລ່ຍ 68,2 ກິໂລກຣາມ/ຄົນ/ປີ. ຄຽງຄູ່ກັນນັ້ນ, ການຜະລິດເປັນສິນຄ້າ ກໍໄດ້ມີກາກຊຸກຍູ້ໃຫ້ສຸມໃສ່ການຜະລິດບັນດາພືດທີ່ໄດ້ຮັບການເຈລະຈາເຕັກນິກ ແລະ ເປີດຕະຫຼາດແລ້ວ ໂດຍສະເພາະພືດສິນຄ້າມີການປູກຝັງ ສະເລ່ຍ 7,46 ລ້ານໂຕນ/ປີ. ໃນປີ 2022, ການສົ່ງອອກພືດຂອງລາວ ມີມູນຄ່າ 855,31 ລ້ານໂດລາ, ໃນ 6 ເດືອນຕົ້ນປີ 736 ລ້ານໂດລາ. ບັນດາໂຕເລກທີ່ບັນລຸແມ່ນຍ້ອນທ່າແຮງຕ່າງໆ ໃນການສົ່ງເສີມການປູກພືດ ທີ່ ສປປ ລາວມີ ໂດຍໃນນີ້ ທ່າແຮງກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ໄດ້ເປັນທ່າແຮງໜຶ່ງໃນການກະຕຸ້ນໃຫ້ມີການຜະລິດ ເພື່ອສົ່ງອອກບັນດາພືດທີ່ເປັນສິນຄ້າຂອງລາວ ຊຶ່ງທ່າແຮງທີ່ກ່າວມານີ້ ກໍແມ່ນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ການປະຕິບັດສັນຍາ ແລະ ສົນທິສັນຍາ ພາກພື້ນ ແລະ ສາກົນ ທີ່ ສປປ ລາວ ເປັນພາຄີ ໂດຍສະເພາະການເຂົ້າຮ່ວມເຂດການຄ້າເສລີອາຊຽນ ແລະ ອາຊຽນ+3.
    ທ່າແຮງນີ້, ໄດ້ສະແດງອອກຢ່າງເປັນຮູບປະທໍາ ເປັນຕົ້ນການເຊັນສັນຍາ ກັບ ສປ ຈີນ 16 ພືດ (ສາລີ, ມັນຕົ້ນ, ໝາກກ້ວຍ, ເຂົ້າສານ, ຫົວກະຣົດ, ໝາກໂມ, ຖົ່ວຝັກຍາວ, ຖົ່ວເຫຼືອງຝັກສົດ, ຖົ່ວເບີ, ໝາກນອດສົດ, ໝາກກ້ຽງເປືອກໜາ, ໝາກພຸກ, ໝາກນາວເຫຼືອງ, ຢາຫົວ, ເຄື່ອງແດງດ່າງ ແລະ ໃບຢາສູບ), ກັບ ສສ ຫວຽດນາມ 16 ພືດ (ສາລີ, ມັນຕົ້ນ, ໝາກກ້ວຍ, ເຂົ້າສານ, ຫົວກະຣົດ, ຫົວຜັກບົວໃຫຍ່, ຫຍ້າເນເປຍ, ໝາກມັງກອນ, ໝາກນອດ, ໝາກກ້ຽງຂຽວ, ໝາກມ່ວງ, ໝາກກ້ຽງນ້ອຍ, ໝາກພຸກ, ໝາກມີ້, ຜັກກາດຂາວ ແລະ ຜັກສະຫຼັດ) ແລະ ຣາຊະອານາຈັກໄທ 15 ພືດ (ສາລີ, ແກ່ນສາລີ,                          ໝາກເລັ່ນ, ຢາສູບແຫ້ງ, ໝາກກ້ຽງ, ໝາກກ້ວຍນໍ້າ, ມັນຝຣັ່ງ, ໝາກຫຸ່ງ, ໝາກນອດ, ມັນຕົ້ນ, ຖົ່ວດິນ, ໝາກເຍົາ, ໝາກເຜັດ, ໃບຢາສູບແຫ້ງ ແລະ ພືດຜັກສົດຕາມສັນຍາ) ຊຶ່ງ 3 ປະເທດນີ້ ຖືວ່າເປັນ 3 ປະເທດອ້ອມຂ້າງຂອງ ສປປ ລາວ ທີ່ເປັນທ່າແຮງສຳຄັນໃນການສົ່ງອອກ ພືດສິນຄ້າຂອງລາວ. ນອກຈາກນີ້ ກໍມີຕະຫຼາດສະພາບເອີຣົບ (EU) ທີ່ເປີດຮັບທຸກປະເພດສິນຄ້າ ແຕ່ຕ້ອງປະຕິບັດຕາມເງື່ອນໄຂການນໍາເຂົ້າຂອງ EU.
    ຈາກບັນດາລາຍການພືດສິນຄ້າ ທີ່ ສປປ ລາວ ໄດ້ມີສັນຍາ ທີ່ເປັນຮູບປະທໍາກັບ 3 ປະເທດອ້ອມຂ້າງດັ່ງກ່າວ, ພວກເຮົາສາມາດເວົ້າໄດ້ວ່າ: ປະເທດເຮົາ ມີ 3 ປະເທດອ້ອມຂ້າງ ທີ່ເປັນທ່າແຮງໃນການສົ່ງເສີມການສົ່ງອອກ ພືດສິນຄ້າກະສິກຳຂອງ ສປປ ລາວ. ນອກຈາກນີ້, ໂຕເລກທີ່ຢືນຢັນ ກໍແມ່ນການສົ່ງອອກ ພືດສິນຄ້າຂອງປະເທດເຮົາ ໄປຍັງບັນດາປະເທດດັ່ງກ່າວ ຊຶ່ງໂຕເລກສົ່ງສະເພາະໝາກກ້ວຍ ໃນປີ 2022 ແມ່ນ ມີມູນຄ່າ 246,39 ລ້ານໂດລາ ແລະ ໃນ 6 ເດືອນ ປີນີ້ ແມ່ນ 136,67 ລ້ານໂດລາ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ