![]() |
ໃນພິທີເປີດ, ທ່ານ ໄມສິງ ຈັນບຸດດີ ປະທານສະມາຄົມວິຈິດສິນລາວ ແລະ ທ່ານ ສາຍສະໝອນ ໂພທາລິນ ຮອງຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ແລະ ສິລະປິນຈາກແຂວງໜອງຄາຍ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງສິລະປະທີ່ເປັນຂົວຕໍ່ແຫ່ງມິດຕະພາບ. ໂອກາດດຽວກັນ, ທ່ານ ນາງ ຖິຕາລີ ອິນຕາແສງ ຕາງໜ້າສຳນັກງານວັດທະນະທຳແຂວງໜອງຄາຍ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມ ເຊີຍຕໍ່ສາຍສຳພັນອັນດີງາມທີ່ສະແດງອອກຜ່ານຜົນງານສິລະປະຮ່ວມກັນ.
![]() |
ພາຍໃນງານມີການເສວະນາແລກປ່ຽນຄວາມຮູ້ ວິໄສທັດ ແລະ ທິດທາງການພັດທະນາສິລະປະຮ່ວມສະໄໝໃນອະນຸພາກພື້ນລຸ່ມນ້ຳຂອງ, ການສະແດງວັດທະນະທຳ ສາທິດສ້າງສັນຜົນງານ, ຊົມການແຕ້ມຮູບ ແລະ ສ້າງສັນວຽກສິລະປະສົດໆ ຈາກສິລະປິນຊື່ດັງຂອງລາວ ແລະ ໄທ. ງານວາງສະແດງສິລະປະໄດ້ເຕົ້າໂຮມຜົນງານສິລະປະກຳ ແລະ ປະຕິມາກຳ ທີ່ສະທ້ອນເຖິງວິຖີຊີວິດ ຄວາມເຊື່ອ ແລະ ທຳມະຊາດຂອງສອງຝັ່ງຂອງ.
![]() |
ສຳລັບທ່ານໃດທີ່ມັກຮັກໃນວຽກງານສິລະປະ ແລະ ຢາກຊຶມຊັບບັນຍາກາດທາງວັດທະນະທຳ ສາມາດເຂົ້າຮ່ວມຊົມງານໄດ້ໂດຍບໍ່ມີຄ່າ ໄລຍະເວລານັບແຕ່ວັນທີ 9 ຫາ 17 ມັງກອນ 2026 ວັນຈັນ ເຖິງ ວັນສຸກ ເວລາ 09:00 ໂມງ ຫາ 16:00 ໂມງ ສະຖານທີ່: ສະຖາບັນວິຈິດສິນແຫ່ງຊາດ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ກິດຈະກຳນີ້, ເພື່ອສືບສານການຮ່ວມມືທາງດ້ານການທ່ອງທ່ຽວ ທາງວັດທະນະທຳລະຫວ່າງລາວ-ໄທ ໃຫ້ຍືນຍົງຕະຫຼອດໄປ.
ແຫຼ່ງຂ່າວ: ວຽງຈັນໃໝ່



ຄໍາເຫັນ