ໃນໂອກາດດັ່ງກ່າວ ສະຫາຍ ນາງ ວຽງທອງ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ແລະຮູ້ສຶກເປັນກຽດ ທີ່ໄດ້ຕ້ອນຮັບ ສະຫາຍ ນາງ ຖາວ ຂາຍຢວນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ການມາຢ້ຽມຢາມສານປະຊາຊົນສູງສຸດແຫ່ງ ສປປ ລາວ ຂອງຄະນະ ໃນຄັ້ງນີ້. ໂດຍສະຫາຍໄດ້ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຈາກສານສູງສຸດ ແຫ່ງ ສປ ຈີນ, ຊຶ່ງຖືເປັນຂີດໝາຍທີ່ສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງອົງການຕຸລາການຂອງ 2 ປະເທດ ລາວ-ຈີນ, ຈີນ-ລາວ ທີ່ມີມາແຕ່ຍາວນານ ໃຫ້ມີບາດກ້າວຂະຫຍາຍຕົວເລິກເຊິ່ງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ.
ສປປ ລາວ ແລະ ສປ ຈີນ ຖືເປັນປະເທດບ້ານໃກ້ເຮືອນຄຽງ (ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານຕາມທິດ 4 ດີ ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນທີ່ດີ, ເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ມີພູເຂົາ ແລະ ສາຍນໍ້າ ຕິດຈອດກັນ, ມີການສ້າງຕັ້ງສາຍພົວພັນການທູດລະຫວ່າງກັນມາຍາວນານ ຊຶ່ງຈະຄົບຮອບ 65 ປີ ໃນປີ 2026, ມີການໄປມາຫາສູ່ລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນສອງປະເທດຢ່າງເປັນປົກກະຕິ, ມີການພົວພັນຮ່ວມມືພາຍໃຕ້ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກໍາ ລາວ-ຈີນ, ຈີນ-ລາວ ໃນແຕ່ລະໄລຍະ ອັນໄດ້ເຮັດໃຫ້ ທັງສອງປະເທດ ໄດ້ຮັບການພັດທະນາການຮ່ວມມືຢ່າງຮອບດ້ານ. ການຮ່ວມມືລະຫວ່າງ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດແຫ່ງ ສປ ຈີນ ກໍໄດ້ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈການຮ່ວມມື ທີ່ໄດ້ສ້າງຂຶ້ນ ໃນວັນທີ 7 ມິຖຸນາ 2017.
ຈາກນັ້ນ ສະຫາຍຮອງປະທານສານສູງສຸດ ແຫ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຂອບໃຈທີ່ທ່ານໄດ້ມີຄວາມເຫັນ ທີ່ເຕັມໄປດ້ວຍເນື້ອໃນອັນສຳຄັນ ໂດຍສະເພາະແມ່ນການພົວພັນ ແລະ ຮ່ວມມືລະຫວ່າງອົງການຕຸລາການຂອງ 2 ປະເທດ. ພ້ອມນີ້ ສະຫາຍ ນາງ ວຽງທອງ ສີພັນດອນ ກໍໄດ້ສະເໜີໃຫ້ອົງການຕຸລາການຂອງ 2 ປະເທດລາວ-ຈີນ ຈົ່ງສືບຕໍ່ຮັດແໜ້ນຄວາມສາມັກຄີ, ສົ່ງເສີມການພົວພັນ ແລະ ຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແນໃສ່ສ້າງພະນັກງານ-ຜູ້ພິພາກສາ ໃຫ້ມີຄວາມຮູ້-ຄວາມສາມາດ ແລະ ກາຍເປັນບຸກຄະລາກອນຕຸລາການທີ່ມີຄຸນນະພາບ; ສະເໜີໃຫ້ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ຊ່ວຍກໍ່ສ້າງພະນັກງານ- ຜູ້ພິພາກສາ ຜ່ານການແລກປ່ຽນບົດຮຽນໃນດ້ານການດຳເນີນຄະດີແພ່ງ, ການບໍລິຫານຄະດີ, ການບໍລິຫານສານ ໂດຍສະເພາະການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າມາຊ່ວຍວຽກບໍລິຫານສານ ແລະ ບໍລິຫານຄະດີ, ຊ່ວຍສະໜັບສະໜູນດ້ານວິຊາການ ໃນການກະກຽມເປັນເຈົ້າພາບກອງປະຊຸມ ປະທານສານຈີນ-ອາຊຽນ ທີ່ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຈະໄດ້ເປັນເຈົ້າພາບໃນປີ 2027. ໃນໂອກາດທີ່ສະຫາຍ ຮອງປະທານສານສູງສຸດ ແຫ່ງ ສປ ຈີນ ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊື່ອໝັ້ນວ່າ ອົງການຕຸລາການຂອງ 2 ປະເທດຈະນັບມື້ ເພີ່ມທະວີການພົວພັນ ແລະ ຮ່ວມມື ໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ຍຸພິນທອງ
ຄໍາເຫັນ