ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 1
 

 

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ທໍານຽບປະທານປະເທດ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມ. ຫຼັງຈາກນັ້ນ, ສອງເລຂາທິການໃຫຍ່ພ້ອມດ້ວຍຄະນະໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ກໍານົດທິດທາງຮ່ວມມືໃນຕໍ່ໜ້າ.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 2
 

ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIV ທີ່ໄດ້ປິດລົງຢ່າງສະຫງ່າງາມ ໃນເດືອນມັງກອນນີ້.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 3
 

ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນການພົວພັນທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄໍ້າທີ່ໝັ້ນຄົງໃນການພົວພັນສອງຝ່າຍ; ມູນຄ່າການຄ້າສອງປະເທດ ກໍມີການເຕີບໂຕໃນໂຕເລກທີ່ໜ້າເພິ່ງພໍໃຈ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໂດຍສະເພາະໃນໄລຍະທ້າຍປີ 2025 ຫາຕົ້ນປີ 2026 ນີ້; ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ທີ່ໄດ້ກໍານົດທິດທາງຍຸດທະສາດ ໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ທີ່ໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 4
 

ສໍາລັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ເຫັນດີຈະສືບຕໍ່ຮັກສາມູນເຊື້ອການແລກປ່ຽນຢ້ຽມຢາມ ແລະ ການພົບປະຊຶ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງລັດ ກໍຄື ບັນດາກະຊວງ-ຂະແໜງການ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ການຍົກສູງຄຸນນະພາບ ແລະ ລົງເລິກການຮ່ວມມືທີ່ມີລັກສະນະຍຸດທະສາດ; ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສືບຕໍ່ສຸມໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາ ໂດຍສະເພາະແມ່ນການເລັ່ງລັດໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ກໍຄື ການສົ່ງເສີມການຄ້າສອງສົ້ນໃຫ້ບັນລຸ 5-10 ຕື້ໂດລາ ໃນອະນາຄົດ; ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ, ຄຸນຄ່າ ແລະ ຄວາມຫມາຍສໍາຄັນທາງປະຫວັດສາດຂອງສາຍພົວພັນພິເສດ ລາວ-ຫວຽດນາມ; ພ້ອມທັງສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມ ໝາຍອັນເລິກເຊິ່ງ.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 5
 

ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ, ທັງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງສາຍພົວພັນພິເສດ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 6
 

ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ສະໄໝທີ XIV ເຊັ່ນດຽວກັນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ໄລຍະແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ໂຕ ເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພາ 2026 ທີ່ຈະມີເຖິງນີ້.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 7
 

ພາຍຫຼັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື: 1) ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ກັບ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະປີ 2026-2030 ແລະ 2) ບົດບັນທຶກການຮ່ວມມື ລະຫວ່າງ ອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫຼວງຮ່າໂນ້ຍ ໄລຍະ ປີ 2026-2030.

ລາວ-ຫວຽດນາມ ເພມທະວ ແລະ ຮດແໜນການພວພນຮວມມສອງຝາຍ - image 8
 

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນຄັ້ງນີ້.

ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ເພີ່ມເຕີມ