![]() |
ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ເປັນຄັ້ງທໍາອິດຂອງທ່ານລັດຖະມົນຕີກະຊວງ ສສກ ສປປ ລາວ ພາຍຫຼັງໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ສສກ ແລະ ເປັນການເຄື່ອນໄຫວຕ່າງປະເທດທີ່ສໍາຄັນ ເພາະມີຂຶ້ນໃນທ້າຍສະໄໝ ແລະ ການກະກຽມໃຫ້ກອງປະຊຸມໃຫຍ່ຂອງພັກແຕ່ລະປະເທດໃນຕົ້ນປີ 2026 ທີ່ຈະມາເຖິງນີ້ ແມ່ນໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນເກີດປະທານໂຮ່ຈີມິນ ຄົບຮອບ 135 ປີ ສະແດງເຖິງສາຍພົວພັນພິເສດລະຫວ່າງສອງປະເທດທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄືຢ່າງແທ້ຈິງ.
![]() |
ໃນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມຄັ້ງນີ້, ຄະນະຜູ້ແທນ ສສກ ຈະໄດ້ເຂົ້າພົບປະທ່ານ ເລ ຮວຍ ຈຸງ ເລຂາສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ຮ່ວມປຶກສາຫາລື ບັນດາວຽກງານທີ່ກ່ຽວຮ່ວມກັບ 3 ກະຊວງຂອງ ສສ ຫວຽດນາມຄື: ກະຊວງສຶກສາທິການ ແລະ ກໍ່ສ້າງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວອີກດ້ວຍ.
![]() |
ຂ່າວ: ບຸນທະວີ ນະວົງສາ



ຄໍາເຫັນ