ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ
ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025

 

ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ສໍານັກງານປະທານປະເທດ ໃນຕອນບ່າຍຂອງວັນທີ 24 ເມສານີ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ເລືອງ ເກືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ. ຫຼັງຈາກນັ້ນ, ສອງປະທານປະເທດ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະ ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເລືອງ ເກືອງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດໃນຖານະຕໍາແໜ່ງທີ່ມີກຽດສູງສົ່ງນີ້, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ.

ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຊຶ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາຜົນການພົວພັນຮ່ວມມືຜ່ານມາ ກໍຄື ທິດທາງແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະ 1 ປີຜ່ານມາ ແມ່ນສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມ, ການນໍາຂັ້ນສູງ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ມີການພົບປະຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ: ຮັກສາໄດ້ຄວາມສະຫງົບຕາມບໍລິເວນຊາຍແດນ, ສະກັດກັ້ນອາຊະຍາກໍາຂ້າມຊາດ, ການຂົນສົ່ງຢາເສບຕິດ ແລະ ການມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ພ້ອມທັງປະສານສົມທົບກັນຢ່າງໃກ້ຊິດ ຢູ່ໃນເວທີສາກົນຕ່າງໆ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນຂອງຫວຽດນາມ ກໍສືບຕໍ່ເປັນປະເທດອັນດັບຕົ້ນໆ ທີ່ເຂົ້າມາລົງທຶນຢູ່ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ແລະ ບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນຮູບປະທໍາ.

ພ້ອມດຽວກັນນີ້, ສອງສະຫາຍປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມຈອດພື້ນຖານດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ແບ່ງເບົາຄວາມທຸກໂສກຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຜູ້ນໍາປະຕິວັດຮຸ່ນກໍ່ຕັ້ງຂອງພັກປະຊາຊົນປະຕິວັດລາວ, ທັງເປັນອະດີດສະມາຊິກພັກ ກອມມູນິດອິນດູຈີນ ຄົນສຸດທ້າຍຂອງລາວ, ທັງເປັນສະຫາຍທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໂດຍການປະກາດໄວ້ທຸກລະດັບຊາດ ເປັນເວລາ 2 ວັນ ພ້ອມທັງໄດ້ສົ່ງການນໍາຂັ້ນສູງສຸດ ມາຮ່ວມໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຊຶ່ງສະແດງໃຫ້ເຫັນເຖິງ ສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ພ້ອມນັ້ນ, ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ໃນຂະນະດຽວກັນ, ສະຫາຍ ປະທານປະເທດ ເລືອງ ເກືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມໃນຄັ້ງນີ້, ພ້ອມທັງໄດ້ສະແດງຄໍາໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ເລືອງ ເກືອງ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານ ຈໍານວນ ຈໍານວນ 3 ສະບັບ ຄື: 1) ໜັງສືເຈດຈໍານົງ ວ່າດ້ວຍ ການຊ່ວຍເຫຼືອກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ; 2) ແຜນການຮ່ວມມື ປະຈໍາປີ 2025 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ; ແລະ 3) ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງ ອໍານາດການປົກຄອງ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການປະຊາຊົນ ແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030. ພ້ອມກັນນີ້, ສອງສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີ ມອບ-ຮັບ ໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ ບໍລິສັດ ໄຟຟ້າເຊຂະໝານ 3 ຈໍາກັດ.

ຈາກນັ້ນ, ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສະຫາຍ ເລືອງ ເກືອງ ແລະ ຄະນະ ເນື່ອງໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ