ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ
ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ລາວ-ອນເດຍ ເພມທະວຮວມມປກປກຮກສາການສະແດງຟອນພະລກ-ພະລາມ - image 1
 

ໂຄງການດັ່ງກ່າວ, ແມ່ນການຊ່ວຍເຫຼືອເຄື່ອງນຸ່ງໃໝ່ໃຫ້ນັກສະແດງ, ນັກດົນຕີ ແລະ ອຸປະກອນການສະ ແດງຕ່າງໆ ມີມູນຄ່າຈຳນວນ 42,960 ໂດລາ ຊຶ່ງມີໄລຍະໂຄງການ 7 ເດືອນ ພາຍໃນປີ 2026. ໂຄງການນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍຣະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ໃຫ້ຍືນຍົງ ປະກອບສ່ວນສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍຕື່ມອີກ. 

 ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍເພື່ອການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍຣະດົກວັດທະນະທຳໃຫ້ມີລັກສະນະຊາດ, ມະຫາຊົນ, ກ້າວໜ້າ ແລະ ມີຄວາມທັນສະໄໝ. ກ່ອນພິທີລົງນາມໄດ້ມີການພົບປະ ແລະ ປຶກ ສາຫາລືກ່ຽວກັບໂຄງການດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດຳເນີນຢ່າງມີຜົນສຳເລັດຈົບງາມ. 

ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວການຮ່ວມມື

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.
ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM  ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM). ກອງປະຊຸມສືບຕໍ່ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ). ກອງປະຊຸມໄດ້ລົງເລິກຫົວຂໍ້ສໍາຄັນໂດຍສະເພາະແມ່ນຫຼັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາຂອງບັນດາລັດພາຄີ, ມາດຕະການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆທີ່ສະໜັບສະໜູນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM).
ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ວັນທີ 17 ກັນຍານີ້, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງອັດຕະປື ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດຶກ ຢຸງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດາໜັງ ພ້ອມຄະນະ. ການຕ້ອນຮັບຈັດຂຶ້ນຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ໂດຍມີການນຳຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ໃນວັນທີ 17 ກັນຍາ ນີ້ ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີຈ້ວງ, ສາທາລະນະລັດປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026.
ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ໃນວາລະດຳເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາຄະນະຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ໃນເດືອນມິຖຸນາ 2026, ຈີນ ແລະ ລາວ ໄດ້ອອກຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນຍຸກໃໝ່”, ໄດ້ລະບຸຢ່າງຊັດເຈນ ເຖິງແນວທາງການດໍາເນີນ "ແຜນປະຕິບັດງານເພື່ອສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028)".
ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃນວັນທີ 16 ກັນຍາ 2026 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.
ລາວ ສຸມໃສ່ການຫຼຸດຜ່ອນອຸບັດເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ

ລາວ ສຸມໃສ່ການຫຼຸດຜ່ອນອຸບັດເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ

ໃນວາລະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ)ໄດ້ສືບຕໍ່ແລກປ່ຽນຄໍາເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງ ກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ເລຂາພັກ ແຂວງຈໍາປາສັກ​ ຕ້ອນຮັບ​ ຄະນະຜູ້ແທນຂັ້ນສູງນະຄອນດານັງ

ເລຂາພັກ ແຂວງຈໍາປາສັກ​ ຕ້ອນຮັບ​ ຄະນະຜູ້ແທນຂັ້ນສູງນະຄອນດານັງ

ວັນທີ​ 15​ ກັນຍາ​ຜ່ານມານີ້,​ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງ,​ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15​ ແຂວງຈໍາປາສັກ​, ປະທານສະພາປະຊາຊົນແຂວງ​ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນະຄອນດານັງ ສສ ຫວຽດນາມ ຊຶ່ງນໍາໂດຍ ທ່ານ ຫງວຽນ ດຶກ ຢັ້ງ ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນດານັງ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ໃນໂອກາດທີ່ເດີນທາງມາເຄື່ອນໄຫວເຮັດວຽກກັບຄະນະນໍາຂັ້ນສູງແຂວງຈໍາປາສັກ.​ ການຕ້ອນຮັບຄັ້ງນີ້​ ຈັດຂຶ້ນຢູ່ຫ້ອງຮັບຮອງພິເສດ ຫ້ອງວ່າການແຂວງຈໍາປາສັກ. ມີການນໍາຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ​ ເຂົ້າ​ຮ່ວມ.​
ຊ້ອມຮົບຮ່ວມ ຈັບກຸມອາຊະຍາກໍາ ຊື້-ຂາຍຂົນສົ່ງຢາເສດຕິດຂ້າມຊາຍແດນ ລາວ-ຫວຽດນາມ

ຊ້ອມຮົບຮ່ວມ ຈັບກຸມອາຊະຍາກໍາ ຊື້-ຂາຍຂົນສົ່ງຢາເສດຕິດຂ້າມຊາຍແດນ ລາວ-ຫວຽດນາມ

ວັນທີ 15 ກັນຍາ 2026 ນີ້, ທີ່ດ່ານສາກົນ ຈາລໍ່ ແຂວງກວາງຈິ ສສ ຫວຽດນາມ (ດ່ານນາເພົ້າແຂວງຄຳມ່ວນ ສປປ ລາວ) ໄດ້ຈັດຕັ້ງຊ້ອມຮົບຮ່ວມ ຈັບກຸມອາຊະຍາກໍາ ຊື້ຂາຍ, ຂົນສົ່ງຢາເສດຕິດ ມີອາວຸດຂ້າມຊາຍແດນ ລາວ-ຫວຽດນາມ ລະຫວ່າງ ກອງບັນຊາການທະຫານ ແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຄໍາມ່ວນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ, ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ພັນເອກ ສັກສິດ ພິຈິດ ຮອງຜູ້ບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫວໍ ຕຽນ ງິ ຮອງຜູ້ບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີບັນດາຄະນະຜູ້ແທນ ແລະ ແຂກຖືກເຊີນຈາກອົງການທີ່ກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.
ເພີ່ມເຕີມ