ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

 

 

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ອັນວາ ອິບຣາຮິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ແລະ ຄະນະ ກໍໄດ້ສືບຕໍ່ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ການຮ່ວມມືໃນຄອບຄົວອາຊຽນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍມີແຜນຈະຈັດຫຼາຍກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 60 ປີ ໃນປີໜ້ານີ້ ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທາງດ້ານການຄ້າ ທີ່ມີທ່ວງທ່າຂະຫຍາຍຕົວ ຊຶ່ງໃນປີ 2024 ຜ່ານມາ ການຄ້າສອງຝ່າຍມີມູນຄ່າຫຼາຍກວ່າ 43 ລ້ານໂດລາ ເມື່ອທຽບໃສ່ປີ 2023 ມີພຽງ 30 ລ້ານໂດລາ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ຂະແໜງການຄ້າຂອງສອງປະເທດ ຈະຮ່ວມກັນຈັດກອງປະຊຸມສໍາມະນານັກທຸລະກິດລະດັບສູງ ລາວ-ມາເລເຊຍ ໃນໂອກາດຢ້ຽມຢາມໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ພ້ອມນີ້, ສອງນາຍົກລັດຖະມົນຕີ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຈະສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍໃນຂະແໜງການຕ່າງໆ ໃຫ້ແໜ້ນແຟ້ນ ແລະ ເປັນຮູບປະທໍາຂຶ້ນຕື່ມ ເຊັ່ນ: ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ດ້ານການເງິນ ແລະ ທະນາຄານ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານກະສິກໍາ, ດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ດ້ານເຕັກໂນໂລຊີ ແລະ ການສື່ສານ, ດ້ານແຮງງານ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ມີໂອກາດຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ຊຶ່ງເປັນຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ມາເລເຊຍ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ. ພ້ອມດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ; ປັດຈຸບັນ, ການລົງທຶນຂອງມາເລເຊຍ ມີມູນຄ່າທັງໝົດ 946 ລ້ານໂດລາ, ກວມເອົາ 88 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະ ຂະແໜງການທີ່ເປັນບຸລິມະສິດຂອງລັດຖະບານລາວ.

ໃນຂະນະດຽວກັນ, ທ່ານ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ສະແດງຄວາມຍິນດີ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຝ່າຍລາວ ໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ມາເລເຊຍ-ລາວ. ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 1 ສະບັບ ຄື: ບົດບັນທຶກການຮ່ວມມື (MoC) ລະຫວ່າງ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ແລະ ບໍລິສັດ ທ່າເຮືອປີນັງ ຂອງ ມາເລເຊຍ. ຫຼັງຈາກນັ້ນ, ກໍໄດ້ຮ່ວມກັນຖະແຫຼງຂ່າວ ຕໍ່ສື່ມວນຊົນຂອງສອງປະເທດ ກ່ຽວກັບ ຜົນສໍາເລັດຂອງການພົບປະສອງຝ່າຍ ຢ່າງເປັນທາງການໃນຄັ້ງນີ້.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ