ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ
ອີງຕາມ ໜັງສືພິມລາຍວັນ Chosunilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ 2025ຜ່ານມາ. ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.
ລາວ-ສ.ເກາຫ ຮວມກນຈບແກງສໂກງທາງອອນລາຍ 14 ຄນ - image 1
 

ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ຂະນະດຽວກັນ, ຕຳຫຼວດຂອງ ສ. ເກົາຫຼີ ໄດ້ກວດພົບອົງກອນອາຊະຍາກໍາ ທີ່ດໍາເນີນງານໃນຮູບແບບບໍລິສັດ ທີ່ເຄື່ອນໄຫວການກະທໍາຜິດຢູ່ຕ່າງປະເທດ ລວມທັງໃນຢູ່ລາວ ແລະ ປະເທດອື່ນໆ ຊຶ່ງໄດ້ຫຼອກລວງທາງອອນລາຍ ເປັນມູນຄ່າ 24,5 ຕື້ວອນ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ສ. ເກົາຫຼີ ໃນວັນທີ 26.2.2026 ໃຫ້ຮູ້ອີກວ່າ: ສະມາຊິກ 35 ຄົນ ຂອງກຸ່ມຫຼອກລວງ ທາງອອນລາຍ ມີຊື່ວ່າ: ກຸ່ມ Songnampa ລວມທັງຫົວໜ້າກຸ່ມ ຊຶ່ງເປັນພົນລະເມືອງຈີນ ທີ່ມີເຊື້ອສາຍເກົາຫຼີ ໄດ້ຖືກຈັບໃນຂໍ້ຫາລະເມີດ “ກົດໝາຍ ວ່າດ້ວຍການສົ່ງຄືນຄ່າເສຍຫາຍ ຈາກການສໍ້ໂກງທາງໂທລະຄົມມະນາຄົມ”. ໃນນັ້ນ, 23 ຄົນ ຖືກຄຸມຂັງ.ຈາກການລາຍງານຂ່າວ ຂອງສື່ມວນຊົນ ສ. ເກົາຫຼີ ພົບວ່າ ກຸ່ມແກ໋ງດັ່ງກ່າວນີ້, ໄດ້ຕັ້ງສູນຄໍເຊັນເຕີ ຢູ່ຕ່າງປະເທດ ແລະ ຫຼອກລວງປະຊາຊົນ 224 ຄົນ, ສໍ້ໂກງເງິນ ໄດ້ທັງໝົດຈໍານວນ 24,5 ຕື້ວອນ.

ຜົນການສືບສວນສອບສວນ ເປີດເຜີຍວ່າ: ສະມາຊິກຂອງກຸ່ມ ໂດຍມີຫົວໜ້າກຸ່ມເປັນຜູ້ນຳພາ ໄດ້ກະທໍາຜິດ ດ້ວຍວິທີການແອບອ້າງວ່າ: ຜູ້ຖືກເຄາະຮ້າຍ “ມີສ່ວນກ່ຽວຂ້ອງກັບການກະທໍາຜິດທາງການເງິນ” ເພື່ອລໍ້ລວງເຫຍື່ອ ໃຫ້ເຂົ້າເວບໄຊ ຂອງອົງການສືບສວນສອບສວນ ທີ່ປອມແປງຂຶ້ນມາ ແລະ ສະແດງໝາຍຈັບປອມ ໂດຍອ້າງວ່າ ຜູ້ຖືກເຄາະຮ້າຍ “ມີສ່ວນກ່ຽວຂ້ອງກັບການກະທໍາຜິດທາງການເງິນ” ເປັນຕົ້ນ. ພວກເຂົາ ໄດ້ຫຼອກລວງຜູ້ຖືກເຄາະຮ້າຍໃຫ້ເຊື່ອວ່າ: ຜູ້ຖືກເຄາະຮ້າຍມີສ່ວນຮ່ວມ ໃນຄະດີຊຸກເຊື່ອງເງິນທຶນທີ່ຜິດກົດໝາຍ.ຫຼັງຈາກນັ້ນ, ກໍໄດ້ແອບອ້າງຕົວເອງວ່າເປັນໄອຍະການ ແລະ ບຸກຄົນອື່ນໆ ເພື່ອກົດດັນທາງຈິດໃຈດ້ວຍການຂົ່ມຂູ່ວ່າ ມີຄວາມເປັນໄປໄດ້ ທີ່ຈະຖືກຈັບຕົວ ແລະ ອາຍັດຊັບສິນ. ໃນເວລາດຽວກັນ, ພວກເຂົາ ໄດ້ໃຊ້ກົນອຸບາຍທີ່ຮອບຄອບ ເຊັ່ນ: ການສັ່ງໃຫ້ເຫຍື່ອ ປິດກັ້ນການຕິດຕໍ່ກັບພາຍນອກ.

ນອກຈາກນັ້ນ, ພວກເຂົາໄດ້ລໍ້ລວງເຫຍື່ອ ໃຫ້ຕິດຕັ້ງແອັບພລິເຄຊັນ ຄວບຄຸມຈາກທາງໄກ ແລະ ແອັບ ທີ່ເປັນອັນຕະລາຍໃນໂທລະສັບມືຖືຂອງເຫຍື່ອ, ຫຼັງຈາກນັ້ນ ໄດ້ໃຊ້ວິທີສັ່ງໃຫ້ເຫຍື່ອດໍາເນີນການກູ້ຢືມ ຫຼື ຖອນເງິນແລ້ວຈຶ່ງລັກ (ດູດເອົາ) ເງິນ; ເຫຍື່ອທີ່ຖືກຕົວະຍົວະຫຼອກລວງ ຈາກວິທີການຄືດັ່ງກ່າວນີ້ ແມ່ນມີຈໍານວນ 224 ຄົນ ທີ່ຢູ່ໃນຫຼາຍປະເທດ ລວມທັງຢູ່ລາວ ຊຶ່ງມີມູນຄ່າເສຍຫາຍ 24,5 ຕື້ວອນ.

ຜ່ານການສືບສວນສອບສວນ ເບື້ອງຕົ້ນ ພົບວ່າ: ອົງກອນດັ່ງກ່າວ ໄດ້ໃຊ້ວິທີການຍ້າຍຖານຢູ່ປະເທດຕ່າງໆ ໄປເລື້ອຍໆ ເພື່ອຫຼີກລ່ຽງການຕິດຕາມ ຂອງອົງການສືບສວນ-ສອບສວນ ໂດຍສະເພາະ, ພວກເຂົາ ໄດ້ກະທໍາຜິດດ້ວຍການສ້າງຕັ້ງລະບົບການແບ່ງງານຢ່າງຊ່ຽວຊານ ໂດຍໃຊ້ຊື່ແຝງ ແລະ ຕຳແໜ່ງປອມ ລວມທັງການປອມຕົວ ເປັນເຈົ້າໜ້າທີ່ຂອງສານ, ໄອຍະການ, ພະນັກງານສະຖາບັນການເງິນ ແລະ ອື່ນໆ.

ຕຳຫຼວດໄດ້ຄົ້ນພົບສະພາບຂອງກຸ່ມອາຊະຍາກຳ ທີ່ມີການຈັດຕັ້ງໃນຮູບແບບບໍລິສັດດັ່ງກ່າວນີ້ ໃນລະຫວ່າງການສືບສວນ-ສອບສວນຄະດີ ຫຼອກລວງທາງອອນລາຍ ອີກຄະດີໜຶ່ງ.ຕໍ່ມາ ຈຶ່ງໄດ້ເລີ່ມເປີດການສືບສວນຢ່າງເຕັມຮູບແບບ ໃນເດືອນພະຈິກ 2024. ຫຼັງຈາກນັ້ນ, ຕໍາຫຼວດໄດ້ປະຕິບັດມາດຕະການຍົກເລີກການນໍາໃຊ້ໜັງສືຜ່ານແດນ ຂອງພວກກ່ຽວ ແລະ ຂຶ້ນບັນຊີດໍາ ຂອງຕໍາຫຼວດສາກົນ, ທັງໄດ້ຈັບຕົວ 21 ຄົນ ລວມທັງຜູ້ທີ່ຢູ່ໃນປະເທດ ສ. ເກົາຫຼີ ແລະ ຜູ້ທີ່ພະຍາຍາມເຂົ້າປະເທດ ໃນເວລາຕໍ່ມາ.

ນອກຈາກນີ້, ໃນເດືອນກັນຍາ 2025ທີ່ຜ່ານມາ, ໂດຍການຮຽກຮ້ອງການຮ່ວມມືຈາກສາກົນ ໃນການດໍາເນີນການສືບສວນ ຈຶ່ງໄດ້ມີການຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ, ພາໃຫ້ໃນເດືອນຕຸລາຂອງປີດຽວກັນ ເຈົ້າໜ້າທີ່ ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ລາວ) ແລະ ຈັບກຸມສະມາຊິກ ທີ່ເປັນຄົນ ສ. ເກົາຫຼີ ເພີ່ມເຕີມ 14 ຄົນ.

ເມື່ອບໍ່ດົນມານີ້, ທ່ານ ລີ ແຈມຽງ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ ໄດ້ກ່າວເຕືອນກ່ຽວກັບອາຊະຍາກຳຂ້າມຊາດ ເຊັ່ນ: ການຫຼອກລວງທາງອອນລາຍ ວ່າ: "ຜູ້ທີ່ກະທຳຜິດ ຕໍ່ຄົນ ສ. ເກົາຫຼີ ຈະຕ້ອງໄດ້ຊົດໃຊ້ຜົນ”.

ໃນຕໍ່ໜ້າ, ເຈົ້າໜ້າທີ່ຕຳຫຼວດ ຍັງຈະສຸມໃສ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໃນການສືບຕໍ່ຂະຫຍາຍການສືບສວນອົງກອນອາຊະຍາກຳ ທີ່ດໍາເນີນງານໃນຮູບແບບບໍລິສັດ ທີ່ມີເປົ້າໝາຍ ແນໃສ່ຄົນ ສ. ເກົາຫຼີ.

ລາວ-ສ.ເກາຫ ຮວມກນຈບແກງສໂກງທາງອອນລາຍ 14 ຄນ - image 2
 

ສໍາລັບ ສປປ ລາວ, ລັດຖະບານລາວ ໄດ້ມີການເຄື່ອນໄຫວ ສະກັດກັ້ນ, ຕ້ານ ແລະ ປາບປາມ ແກ໋ງສໍ້ໂກງທາງອອນລາຍຢ່າງເຂັ້ມງວດ ສາມາດດໍາເນີນການຈັບກຸມ ແລະ ດໍາເນີນຄະດີ ຕໍ່ກຸ່ມຄົນດັ່ງກ່າວ; ອີງຕາມຂ່າວຈາກຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ໃຫ້ຮູ້ວ່າ: ໃນກອງປະຊຸມ ປະຈໍາເດືອນມັງກອນ-ກຸມພາ 2026 ທີ່ຈັດຂຶ້ນໃນວັນທີ 24- 25 ກຸມພາ 2026ຜ່ານມາ ໄດ້ຊີ້ວ່າ: ການສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ກຸ່ມແກ໋ງສະແກມເມີ...ຍັງເປັນວຽກຈຸດສຸມ ຂອງລັດຖະບານ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ປາບປາມຢ່າງຕັ້ງໜ້າ.

ຕາມການລາຍງານ ຂອງທ່ານ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີ 2025 ຜ່ານມາ ຂອງກົມໃຫຍ່ຕຳຫຼວດ ຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025 ໃນວັນທີ 16.2.2026 ໂດຍສະເພາະວິທີການ, ມາດຕະການແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ການແກ້ໄຂກຸ່ມແກ໋ງຫຼອກລວງທາງອິນເຕີເນັດ (Call center) ຊຶ່ງເປັນອາຊະຍາກຳຂ້າມຊາດ ທີ່ເປັນບັນຫາໃຫຍ່ຂອງສັງຄົມໃນປັດຈຸບັນ; ກຸ່ມແກ໋ງດັ່ງກ່າວ ໄດ້ມີການເຄື່ອນໄຫວຫຼາຍວິທີການ ທີ່ແຕກຕ່າງກັນເຊັ່ນ: ການຕິດຕໍ່ທາງໂທລະສັບມືຖື, ຄອມພິວເຕີ ທີ່ນໍາໃຊ້ເຊື່ອມຕໍ່ອິນເຕີເນັດ ແລະ ນໍາໃຊ້ການບໍລິການສື່ສັງຄົມອອນລາຍທຸກຮູບແບບ ເພື່ອສໍ້ໂກງຊັບ, ຕົວະເອົາເງິນສົດ ແລະ ໂອນເອົາເງິນອອກຈາກບັນຊີ ຂອງຜູ້ຖືກເສຍຫາຍ ໄປຢ່າງງ່າຍດາຍ.

ຕໍ່ກັບບັນຫາດັ່ງກ່າວນັ້ນ, ຜ່ານມາກົມໃຫຍ່ຕຳຫຼວດ ໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂຢ່າງເຂັ້ມງວດ ໂດຍໄດ້ປະສານສົມທົບກັບຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ, ກວດກາ ຂຶ້ນບັນຊີເປົ້າໝາຍ ສາມາດແກ້ໄຂຄະດີສໍ້ໂກງທາງອອນລາຍໄດ້ຫຼາຍຄະດີ.ໃນນີ້, ມີທັງຄົນລາວ ແລະ ຕ່າງປະເທດ. ພ້ອມນັ້ນ, ກໍໄດ້ອອກແຈ້ງການເຖິງປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຍົກສູງສະຕິລະວັງຕົວ ເພື່ອປ້ອງກັນບໍ່ໃຫ້ທຸກຄົນໃນສັງຄົມຕົກເປັນເຫຍື່ອ ຂອງກຸ່ມແກ໋ງຫຼອກລວງທາງອິນເຕີເນັດແລະການສ້າງຄວາມເສຍຫາຍ ຜ່ານສື່ສັງຄົມອອນລາຍ.

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ