![]() |
ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ໄດ້ກ່າວສະແດງຄວາມຕ້ອນ ຮັບທ່ານ ນາງ ມິເຊລາ ແຮນນິງ ຮອງຫົວໜ້າພະແນກ ຮັບຜິດຊອບອາຊີຕາເວັນອອກສ່ຽງໃຕ້ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພ້ອມຄະນະ ແລະ ຕີລາຄາສູງຕໍ່ການຮ່ວມມືລາວ-ເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນ ພັດທະນາອາຊີວະສຶກສາຂອງ ສປປ ລາວ ຢ່າງຕໍ່ເນື່ອງ.
ປັດຈຸບັນ, ການຮ່ວມມືດັ່ງກ່າວ ໄດ້ມຸ່ງເນັ້ນການຈັດຕັ້ງປະຕິບັດ 2 ໂຄງການສຳຄັນ ໃນຂະແໜງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະກອບມີ ໂຄງການພັດທະນາອາຊີວະສຶກສາໄລຍະທີ 3 ແລະ ໂຄງການສະໜັບສະໜູນການເງິນອາຊີວະສຶກສາໄລຍະທີ 2 ໂດຍເນັ້ນການຮຽນ-ການສອນແບບຄວບຄູ່ (DCT) ໃຫ້ສອດຄ່ອງກັບຕະ ຫຼາດແຮງງານ.
ການພົບປະຄັ້ງນີ້, ຖືເປັນກ້າວສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບລາວ-ເຢຍລະມັນ ພ້ອມທັງຊ່ວຍຍົກລະດັບອາຊີວະສຶກສາຂອງ ສປປ ລາວ ໃຫ້ຜະລິດກຳລັງແຮງງານທີ່ມີສີມື ມີວຽກເຮັດ ແລະ ຮອງຮັບການພັດທະ ນາປະເທດຢ່າງຍືນຍົງ.
ຂ່າວ: ບົວລະພາ

ຄໍາເຫັນ