ລັດຖະບານ ຈະສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ບັນລຸຕາມຄາດໝາຍ

ລັດຖະບານ ຈະສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ບັນລຸຕາມຄາດໝາຍ

ລັດຖະບານ ຈະສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ບັນລຸຕາມຄາດໝາຍ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ສັນຕິພາບ ພົມວິຫານລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໂດຍສະເພາະຕໍ່ຄໍາຖາມທີ1:ເພື່ອຮັບປະກັນແຫຼ່ງທຶນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນທ້າຍປີ 2025 ນີ້ ໃຫ້ບັນລຸຕາມເປົ້າໝາຍ, ລັດຖະບານຈະມີມາດຕະການດຶງດູດການລົງທຶນຕື່ມຄືແນວໃດ? ໂດຍສະເພາະການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາຈະມີມາດຕະການຈັດຕັ້ງປະຕິບັດຄືແນວໃດ?.

 

ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ:ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວປະມານ 4.5% ໃນໄຕມາດ 1ຂອງປີນີ້. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 3.1%, ອຸດສາຫະກຳ 4.7%, ບໍລິການ 4.7% ແລະ ພາສີ-ອາກອນ 4.3%.ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຮອດວັນທີ 6 ມິຖຸນາ 2025 ປະຕິບັດໄດ້ 33,565 ຕື້ ກີບ ເທົ່າກັບ 49% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 31,892 ຕື້ກີບ ເທົ່າກັບ 51% ຂອງ ແຜນການປີ ຊຶ່ງເຫັນວ່າມີທ່ວງທ່າດີຂຶ້ນ ເນື່ອງຈາກອັດຕາແລກປ່ຽນເລີ່ມມີສະຖຽນລະພາບ ແລະ ເງິນເຟີ້ມີທ່າອ່ຽງຫຼຸດລົງ ເຮັດໃຫ້ເສດຖະກິດພາຍໃນມີການຂະຫຍາຍຕົວ, ຫຼາຍກິດຈະການຂອງພາກທຸລະກິດໄດ້ຮັບການຟື້ນຟູ ແລະ ຂະຫຍາຍຕົວດີຂຶ້ນບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳຕິດພັນກັບວາລະແຫ່ງຊາດ ໃນການຄຸ້ມຄອງລາຍຮັບຜ່ານລະບົບທັນສະໄໝລວມສູນ. ສໍາລັບຢູ່ຂັ້ນທ້ອງຖິ່ນມາຮອດປັດຈຸບັນກໍເຫັນວ່າຫຼາຍແຂວງ ສາມາດປະຕິບັດໄດ້ລື່ນຄາດໝາຍ 6 ເດືອນຕົ້ນປີ (ມີ 5 ແຂວງເກີນ 70%) ແລະ ຄາດຄະເນໝົດປີຈະໄດ້ເກີນແຜນເປັນປີທີ 5 ຖ້າຫາກສະພາບເສດຖະກິດທີ່ຖືກຜົນກະທົບຫາກໄດ້ຮັບການຟື້ນຕົວດີຂຶ້ນ. ໃນນີ້, ສາມາດແຍກເປັນຂະແໜງການລາຍຮັບທີ່ພົ້ນເດັ່ນຕາມໂຄງປະກອບຂອງເສດຖະກິດດັ່ງນີ້:ຂະແໜງບໍລິການ ກວມເອົາ 50.8% ຂອງລາຍຮັບພາຍໃນທັງໝົດ ເພີ່ມຂຶ້ນ 70.3% ທຽບໃສ່ປີຜ່ານມາ ເປັນເງິນ 4,702 ຕື້ກີບ (ຊຶ່ງໄດ້ຈາກກຸ່ມຜະລິດໄຟຟ້າ ກວມເອົາ 20.4% ຂອງລາຍຮັບພາຍໃນທັງຫມົດ ແລະ ກຸ່ມທະນາຄານ, ການເງິນ ແລະ ການປະກັນໄພ ກວມ 6.4%),ຂະແໜງອຸດສາຫະກໍາ ກວມເອົາ 42.5% ຂອງລາຍຮັບພາຍໃນທັງຫມົດ ເພີ້ມຂື້ນ 22.5% ທຽບໃສ່ ປີຜ່ານມາ ເປັນເງິນ 1,747 ຕື້ກີບ (ຊຶ່ງໄດ້ຈາກກຸ່ມບໍ່ແຮ່ ກວມເອົາ 23.7% ແລະ ກຸ່ມຜະລິດເຄື່ອງດື່ມ ກວມ 15.0%),ຂະແໜງການຄ້າ ກວມເອົາ 6.7% ຂອງລາຍຮັບພາຍໃນທັງໝົດ ເພີ່ມຂຶ້ນ 37% ທຽບໃສ່ປີຜ່ານມາ ເປັນເງິນ 406 ຕື້ກີບ (ຊຶ່ງໄດ້ຈາກກຸ່ມກະສິກໍາ, ປ່າໄມ້ແລະການປະມົງກວມເອົາ 1.7%, ກຸ່ມພາຫະນະກວມ 1.1% ກຸ່ມນໍ້າມັນເຊື້ອໄຟ ກວມ 1.2%).

ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນ 6 ເດືອນທ້າຍປີນີ້ ບັນລຸຕາມເປົ້າໝາຍ, ລັດຖະບານ ກໍຄືກະຊວງການເງິນ ຈະສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ໃຫ້ທຸກແຫຼ່ງທຶນທີ່ໄດ້ຜ່ານການຮັບຮອງແລ້ວ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ສະພາໄດ້ຮັບຮອງ. ຄຽງຄູ່ກັນນັ້ນ, ລັດຖະບານຈະສືບຕໍ່ປະຕິບັດນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແຂງແຮງກວ່າເກົ່າ ແລະ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ໂດຍການສຸມໃສ່ຊຸກຍູ້, ຕິດຕາມ, ກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການລົງທຶນເອກະຊົນຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ສາມາດຈັດຕັ້ງປະຕິບັດໂດຍໄວ ເປັນຕົ້ນໂຄງການທາງດ່ວນແລວໃໝ່ ແຕ່ບ້ານໄຮ່ ເຂດທ່າງ່ອນເມືອງໄຊທານີ ຫາ ບ້ານນາຊ່າງເລັກເມືອງທຸລະຄົມແຂວງວຽງຈັນ; ໂຄງການໄຟຟ້າພະລັງງານຊີວະມວນຢູ່ເຂດເມືອງໄຊ ແລະ ເມືອງຫຼາແຂວງອຸດົມໄຊ; ໂຄງການໄຟຟ້າພະລັງງານລົມ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ; ໂຄງການໄຟຟ້າແສງຕາເວັນ ຢູ່ເຂດນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ; ໂຄງການໄຟຟ້າພະລັງງານລົມກາລອງ ແລະ ໂຄງການໄຟຟ້າພະລັງງານລົມພິລາ ຢູ່ເມືອງໄຊຈຳພອນແຂວງບໍລິຄໍາໄຊ ແລະ ໂຄງການອື່ນໆ.

ນອກຈາກນັ້ນ, ສືບຕໍ່ຫັນໂຄງການຂຸດຄົ້ນແຮ່ທາດແບບທົດລອງ (ເປັນຕົ້ນ: ແຮ່ເຫຼັກ, ແຮ່ຄໍາ ແລະ ແຮ່ຫາຍາກ) ເຂົ້າສູ່ການປະຕິບັດໃນຮູບບແບບປົກກະຕິຕາມກົດໝາຍຢ່າງເຂັ້ມງວດ, ນໍາເອົາໂຄງການທີ່ລັດຖະບານໄດ້ໂຈະ ແລະ ຖອນຄືນແລ້ວ ມາປະມູນເພື່ອຄັດເລືອກເອົາບໍລິສັດຜູ້ລົງທຶນໃໝ່ທີ່ມີມາດຖານເງື່ອນໄຂຄົບຖ້ວນໂດຍສະເພາະດ້ານເຕັກນິກວິທີການ, ທຶນຮອນ ແລະ ປະສົບການຕົວຈິງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສາມາດສືບຕໍ່ຈັດຕັ້ງປະຕິບັດ ສໍາເລັດຕາມແຜນ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ຄຽງຄູ່ກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ, ສືບຕໍ່ປັບປຸງຖານຂໍ້ມູນ ແລະ ໂຄສະນາດຶງດູດເອົາການລົງທຶນໃໝ່ເຂົ້າໃນຂະແໜງການບຸລິມະສິດຕ່າງໆ.

ສໍາລັບການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຈະໄດ້ສົມທົບກັບບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ເປັນເຈົ້າການຮີບຮ້ອນຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ຮັບການອະນຸມັດແລ້ວ ໃຫ້ສຳເລັດໂດຍໄວ ໂດຍສະເພາະແມ່ນການຍົກສູງຄວາມເປັນເຈົ້າການປະຕິບັດໜ້າວຽກ ແລະ ການຂໍອະນຸມັດເບີກຈ່າຍຢູ່ຂັ້ນທ້ອງຖິ່ນໃຫ້ໄວກວ່າເກົ່າ ແລະ ມີໝາກຜົນສູງ ເພື່ອສ້າງເງື່ອນໄຂທີ່ດີໃນການລະດົມທຶນໃໝ່ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃຫ້ໄດ້ຫຼາຍກວ່າເກົ່າ.

(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ