ລັດຖະບານ ຈະສືບຕໍ່ຈັດສັນງົບປະມານເພື່ອແກ້ໄຂໄພພິບັດ ແລະ ສ້ອມແປງເສັ້ນທາງໃນຕໍ່ໜ້າ

ລັດຖະບານ ຈະສືບຕໍ່ຈັດສັນງົບປະມານເພື່ອແກ້ໄຂໄພພິບັດ ແລະ ສ້ອມແປງເສັ້ນທາງໃນຕໍ່ໜ້າ
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ງາມປະສົງ ເມືອງມະນີ ຊີ້ແຈງວ່າ: ການຈັດສັນແຫຼ່ງງົບປະມານທີ່ຮັບໃຊ້ໃນການແກ້ໄຂໄພພິບັດ ຊຶ່ງໃນໄລຍະຜ່ານມາ ກະຊວງ ຍທຂ ໄດ້ໄດ້ປະຕິບັດ 3 ແຫຼ່ງງົບປະມານຄື: ເງິນແຮລັດຖະບານໃນການແກ້ໄຂສຸກເສີນໄພພິບັດ  ໂດຍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໂດຍສະເພາະໄດ້ປະເມີນການເປ່ເພຄວາມເສຍຫາຍຕ່າງໆ. ຫຼັງຈາກນັ້ນ, ໄດ້ນຳສະເໜີຄະນະກຳມະການຄຸ້ມຄອງໄພພິບັດລະດັບຊາດ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນໃນການຈັດສັນເງິນແຮໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຜ່ານມາໄດ້ປະຕິບັດປີ 2019 ເປັນໄລຍະໂຄວິດ-19 ງົບປະມານງວດທຳອິດບໍ່ມີ ໃນການຈັດຕັ້ງປະຕິບັດວຽກງານແກ້ໄຂສຸກເສີນ; 2) ແຫຼ່ງງົບປະມານສະເພາະຂອງລັດຖະບານໃນການຟື້ນຟູຜົນກະທົບທີ່ເກີດຂຶ້ນຈາກໄພພິບັດ ຊຶ່ງແມ່ນກະຊວງແຜນການ ແລະ ການລົງທຶນ ສົມທົບກັບອົງການປົກຄອງທ້ອງຖິ່ນຈັດສັນລວມທັງໝົດປະມານ 100-200 ຕື້ກີບ ໃນແຕ່ລະປີ, ລວມທັງຖະໜົນຫົນທາງ; 3) ກອງທຶນທາງໂດຍນໍາໃຊ້ການຮັກສາເສັ້ນທາງແກ້ໄຂສຸກເສີນ, ແກ້ໄຂຟື້ນຟູ ອີງຕາມສະພາແຫ່ງຊາດຮັບຮອງໃນແຕ່ລະປີປະມານ 700 ຕື້/ປີ. ໃນນັ້ນ, ໄດ້ຈັດສັນທາງຫຼວງແຫ່ງຊາດປະມານ 6.500ກິໂລແມັດ, ທາງຫຼວງເມືອງ, ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດໂດຍລວມການການຈັດສັນງົບປະມານກອງທຶນທາງຜ່ານມາແມ່ນຊັກຊ້າ ເນື່ອງຈາກປັດຈຸບັນກົນໄກກອງທຶນທາງ ປີ 2023 ຫາກໍໄດ້ຖືກຮັບຮອງ ຊຶ່ງສາມາດເບີກຈ່າຍຄາດຄະເນວ່າໃນທ້າຍເດືອນພະຈິກນີ້ຈົນໄປຮອດຕົ້ນປີ 2024 ຊຶ່ງເຮັດໃຫ້ໂຄງການສ້ອມແປງທາງເກົ່າຍັງຕິດຄັດກັບນິຕິກຳຕ້ອງເອົາໄປປະເມີນເປັນແຜນການລົງທຶນຂອງລັດຈຶ່ງເຮັດໃຫ້ໂຄງການມີລັກສະນະຊັກຊ້າ ຊຶ່ງເປັນບັນຫາທີ່ລັດຖະບານຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ. 
ທ່ານ ງາມປະສົງ ເມືອງມະນີ ຍັງກ່າວວ່າ: ໃນປີ 2023 ໄດ້ຮັບຮອງຍອດຂອງກອງທຶນທາງເພດານໃນໄລຍະ 4-5 ປີຫຼັງມີ 700 ຕື້ກີບ/ປີ ເສັ້ນທາງໄດ້ເພີ່ມຂຶ້ນງົບປະມານການນຳໄປຈັດຕັ້ງປະຕິບັດບໍ່ພຽງພໍ, ມາປີ 2022-2023 ການເໜັງຕີງເງິນກີບອ່ອນຄ່າລົງ ຈຶ່ງເຮັດໃຫ້ບໍ່ສາມາດຕອບສະໜອງໃຫ້ແກ່ຜູ້ຮັບເໝົານັ້ນໄດ້. ສຳລັບການກຳນົດມູນຄ່າການສ້ອມແປງເຫັນວ່າຜ່ານມາມີມູນຄ່າສູງແຕ່ການກຳນົດມາດຕະຖານທາງດ້ານເຕັກນິກ, ໂຄງປະກອບລາຄາຍັງບໍ່ທັນແທດເໝາະກັບສະພາບເສດຖະກິດໃນແຕ່ລະໄລຍະ ເຮັດໃຫ້ນຳໃຊ້ເສັ້ນທາງບໍ່ດົນ, ເປ່ເພໄວ, ບວກກັບການຄຸ້ມຄອງກວດກາຊິງຊັ່ງນໍ້າໜັກການຂົນສົ່ງສິນຄ້າແຮ່ທາດບໍ່ທັນເຂັ້ມງວດ. ຕໍ່ບັນຫາດັ່ງກ່າວກະຊວງ ຍທຂ ໄດ້ມີມາດຕະການແກ້ໄຂ ກ່ຽວກັບມາດ ຕະຖານເຕັກນິກການອອກແບບເສັ້ນທາງນັ້ນ ກໍໄດ້ຖອດຖອນບົດຮຽນນຳສາກົນ. ພ້ອມນັ້ນ, ການຄວບຄຸ້ມນໍ້າໜັກສິນຄ້າຕ່າງໆປັດຈຸບັນມີຊິງຊັ່ງທັງໝົດ 39 ແຫ່ງ, ໃຊ້ໄດ້ 14 ແຫ່ງ. ໃນໄລຍະ 2-3 ເດືອນຜ່ານມາ ໄດ້ເຮັດວຽກກົນໄກໃນການຄຸ້ມຄອງແມ່ນໄປໃນທາງທີ່ດີຂຶ້ນໂດຍມີໜ່ວຍສະເພາະກິດ 4 ໜ່ວຍ, ຖ້າຈຸດໃດມີຄວາມສ່ຽງຈະໃຫ້ໜ່ວຍສະເພາະກິດໄປກວດ. ໃນນັ້ນ, ຈະໄດ້ຂະຫຍາຍອອກໄປ 20 ໜ່ວຍໃນຂອບເຂດທົ່ວປະເທດ ໂດຍຈະຫັນຊິງຊັ່ງນໍ້າໜັກເຂົ້າມາສູ່ສະພາບໃຊ້ງານໄດ້ປົກກະຕິໃຫ້ໄດ້ທັງໝົດ. ພ້ອມນັ້ນ, ການເປ່ເພຂອງເສັ້ນທາງ ຍ້ອນການຂົນສົ່ງແຮ່ທາດໃນໄລຍະຜ່ານມາ ບວກກັບການຄວບຄຸມນໍ້າໜັກບໍ່ໄດ້ດີຈຶ່ງເຮັດໃຫ້ເສັ້ນທາງມີການເປ່ເພຂອງເສັ້ນທາງຢ່າງຫຼວງຫຼາຍ ລັດຖະບານພ້ອມຈະຫາທາງແກ້ໄຂຕໍ່ວຽກງານດັ່ງກ່າວໃນຕໍ່ໜ້າ.
(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ