ລັດຖະບານ ຈະສືບຕໍ່ແກ້ໄຂການເກັບຄືນເງິນກູ້ຢືມຢ່າງເຂັ້ມງວດ

ລັດຖະບານ ຈະສືບຕໍ່ແກ້ໄຂການເກັບຄືນເງິນກູ້ຢືມຢ່າງເຂັ້ມງວດ

ລັດຖະບານ ຈະສືບຕໍ່ແກ້ໄຂການເກັບຄືນເງິນກູ້ຢືມຢ່າງເຂັ້ມງວດ
ລັດຖະບານ ກໍຄືກະຊວງການເງິນຈະສືບຕໍ່ແກ້ໄຂໃນການລົງຕິດຕາມກວດກາຕົວຈິງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການເກັບຄືນເງິນກູ້ຢືມຕໍ່ຢ່າງເຂັ້ມງວດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຕໍ່ຄໍາຖາມ:ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ໃນ 6 ເດືອນຕົ້ນ ປີ 2025 ປະຕິບັດໄດ້ພຽງ 13.54% ຂອງແຜນປີ ເຫັນວ່າປະຕິບັດໄດ້ໜ້ອຍ, ກະຊວງການເງິນຈະມີທິດທາງແກ້ໄຂຄືແນວໃດ? ເພື່ອໃຫ້ບັນລຸຕາມແຜນ? ລວມທັງມາດຕະການເລັ່ງທວງ ເກັບຄືນເງິນກູ້ຢືມ ເພື່ອເປັນແຫຼ່ງທຶນແກ້ໄຂໜີ້ສິນ ແລະ ຫຼຸດຜ່ອນການກູ້ຢືມ.

ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ:ຕໍ່ກັບສະພາບການຊຳລະໜີ້ສິນທັງໝົດໃນ 6 ເດືອນຕົ້ນ ປີ 2025ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ທີ່ປະຕິບັດໄດ້ພຽງ 13.54% ຂອງແຜນການປີ ເປັນພຽງຕົວເລກສະເພາະແຕ່ການຊຳລະໜີ້ສິນພາຍໃນທີ່ໄດ້ຊຳລະຕົວຈິງໃນໄລຍະ 5 ເດືອນຕົ້ນປີ, ຖ້າທຽບໃສ່ການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດທັງໝົດແມ່ນສາມາດປະຕິບັດໄດ້ 22.54% ຂອງແຜນປີ ຫຼື ເທົ່າກັບ 64.94% ຂອງແຜນ 6 ເດືອນຕົ້ນປີ ເປັນເງິນປະມານ 13,796 ຕື້ກີບ. ຄາດຄະເນຈະສາມາດປະຕິບັດການຊຳລະໜີ້ສິນໃນ 6 ເດືອນຕົ້ນປີ 2025 ໄດ້ທັງໝົດ 33.54% ຂອງແຜນປີ ຫຼື ເທົ່າກັບ 96.61% ຂອງແຜນ 6 ເດືອນຕົ້ນປີ ເປັນເງິນ 20,525 ຕື້ກີບ.ໂດຍລວມແລ້ວເຫັນວ່າການຊໍາລະໜີ້ສິນ ແມ່ນສາມາດປະຕິບັດໄດ້ຕາມແຜນຖ້າທຽບໃສ່ແຜນ 6 ເດືອນຕົ້ນປີ, ແຕ່ຖ້າທຽບໃສ່ແຜນໝົດປີ 2025 ເຫັນວ່າຍັງປະຕິບັດໄດ້ຕໍ່າ ເນື່ອງຈາກພັນທະໜີ້ສິນສ່ວນໃຫຍ່ຈະຄົບກໍານົດຊໍາລະໃນໄລຍະ 6 ເດືອນທ້າຍປີ ແລະ ຜູ້ຖືຄອງພັນທະບັດຈໍານວນໜຶ່ງແມ່ນຍັງບໍ່ທັນໄດ້ ປະກອບເອກະສານຄົບຖ້ວນເພື່ອໄຖ່ຖອນພັນທະບັດພາຍໃນທີ່ຄົບກຳນົດຊຳລະ.ສໍາລັບການເກັບກູ້ໜີ້ສິນຄືນໃນ 6 ເດືອນຕົ້ນ ປີ 2025 ສາມາດເກັບກູ້ໜີ້ສິນຄືນໄດ້ທັງໝົດ ປະມານ 631 ຕື້ກີບ (ແຜນການເກັບປີ 2025 ຈໍານວນ 2,500 ຕື້ກີບ), ເທົ່າກັບ 25% ຂອງແຜນປີ. ໃນນີ້, ການເກັບຄືນເງິນກູ້ຢືມຕໍ່ຈາກລັດວິສາຫະກິດ ປະມານ 537 ຕື້ກີບ; ການເກັບຄືນໜີ້ເສຍຈາກ 2 ທະນາຄານ ປະມານ 86 ຕື້ກີບ (ສະເພາະຕົ້ນທຶນ) ແລະ ຄ່າທໍານຽມການອອກຄໍ້າປະກັນປະມານ 8 ຕື້ກີບ. ຄາດຄະເນໝົດປີຈະສາມາດຈັດຕັ້ງປະຕິບັດໄດ້ພຽງແຕ່ 50% ຂອງແຜນການປີ 2025 ເນື່ອງຈາກວ່າບາງລັດວິສາຫະກິດບໍ່ສາມາດເກັບກູ້ໄດ້ຕາມແຜນການທີ່ກໍານົດເປັນຕົ້ນ: ລັດວິສາຫະກິດໄຟຟ້າລາວ.

ທ່ານ ສັນຕິພາບ ພົມວິຫານ ກ່າວອີກວ່າ: ສໍາລັບທິດທາງແກ້ໄຂໃນຕໍ່ໜ້າຈະໄດ້ລົງຕິດຕາມກວດກາຕົວຈິງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການເກັບຄືນເງິນກູ້ຢືມຕໍ່ຢ່າງເຂັ້ມງວດ ແລະ ເປັນປົກກະຕິ ໂດຍສະເພາະລັດວິສາຫະກິດໄຟຟ້າລາວ ທີ່ໄດ້ປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ໃນແຕ່ລະໄລຍະ ຊຶ່ງຈະເປັນພື້ນຖານໃນການປັບໂຄງສ້າງໜີ້ສິນຂອງລັດວິສາຫະກິດໄຟຟ້າລາວ ທີ່ມີຕໍ່ກະຊວງການເງິນ ເພື່ອກ້າວໄປສູ່ການປັບປຸງຖານະການເງິນຂອງໄຟຟ້າລາວໃຫ້ດີຂຶ້ນ ແລະ ເປັນເງື່ອນໄຂໃຫ້ສາມາດຊໍາລະໜີ້ສິນກູ້ຢືມຕ່າງປະເທດໂດຍກົງ ແລະ ກູ້ຢືມຕໍ່ລັດຖະບານ.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ), ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 28 ຕຸລານີ້. ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການທີ່ເປັນຕົວແທນຈາກກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຮາກຖານການຜະລິດຕ່າງໆໃນທົ່ວປະເທດຈໍານວນ 389 ສະຫາຍ ຍິງ 91 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ.
ເພີ່ມເຕີມ