ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ

ລັດຖະບານ ໄດ້ພະຍາຍາມແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ

ລັດຖະບານ ໄດ້ພະຍາຍາມແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ
ໂດຍ: ສ.ບຸດປະຊາ ລັດຖະບານໄດ້ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນໃນສັງຄົມເປັນຕົ້ນແມ່ນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ແພດໝໍ, ຄູ-ອາຈານ ພະນັກງານປະຕິວັດອາວຸໂສບໍານານ

 

 ແມ່ນໜຶ່ງໃນຄໍາເຫັນຊີ້ນໍາຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ທີ່ໄດ້ກ່າວຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ວາລະເປີດກວ້າງໂດຍໃຫ້ລັດຖະບານສຸມໃສ່ແກ້ໄຂບັນຫາດັ່ງກ່າວໃນປີ 2025. ປັດຈຸບັນ, ລັດຖະບານໄດ້ມີທິດທາງແກ້ໄຂບັນຫາດັ່ງກ່າວ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ ຜ່ານມາຊຶ່ງຄາດໝາຍໃນປີ 2025 ລັດຖະບານຈະພະຍາຍາມປັບເພີ່ມຂຶ້ນເງິນເດືອນພະນັກງານ-ລັດຖະກອນ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວໃຫ້ຮູ້ວ່າ: ລາຍຈ່າຍສ່ວນໃຫຍ່ ແມ່ນສຸມໃສ່ລາຍຈ່າຍບຸລິມະສິດຂອງລັດຖະບານ ເປັນຕົ້ນ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໝັກ; ໄດ້ຍົກລະດັບເງິນເດືອນຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ໃນປີ 2024 ໃຫ້ຢູ່ໃນລະດັບ 1,850,000 ກີບ/ຄົນ/ເດືອນ ແລະ ຄາດໝາຍໃນປີ 2025 ຈະພະຍາຍາມປັບເພີ່ມຂຶ້ນ ໃຫ້ໄດ້ຕໍ່າສຸດ ຢູ່ໃນລະດັບ 2,200,000 ກີບ/ຄົນ/ເດືອນ.

ທ່ານນາຍົກລັດຖະມົນຕີ ກໍໃຫ້ຮູ້ຕື່ມວ່າ: ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍນໍາໃຊ້ຫຼາຍມາດຕະການ ຄວບຄູ່ກັນໄປ ເຊັ່ນ: ໄດ້ສຸມໃສ່ປັບປຸງນິຕິກໍາທີ່ກ່ຽວຂ້ອງ ເພື່ອອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ການຫັນເປັນທັນສະໄໝ,ທັງໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ເປັນເຈົ້າຕົນເອງຫຼາຍຂຶ້ນກວ່າເກົ່າ ຊຶ່ງສາມາດຈັດເກັບລາຍຮັບງົບປະມານໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ (ແຜນການປີ 50,107 ຕື້ກີບ), ສະເພາະທ້ອງຖິ່ນ ປະຕິບັດໄດ້ 126% ຂອງແຜນການປີ;ໃນນີ້, ທຸກແຂວງສາມາດປະຕິບັດລາຍຮັບໄດ້ເກີນແຜນ, ຄາດຄະເນໝົດປີ 2024 ລັດຖະບານ ຈະສາມາດຈັດເກັບລາຍຮັບທັງໝົດໄດ້ເກີນແຜນ ປະມານ 10% ຂອງແຜນການປີ, ຕົກເປັນເງິນປະມານ 5,000 ກວ່າຕື້ກີບ. ສ່ວນດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 41,512 ຕື້ກີບ ເທົ່າກັບ 68% ຂອງແຜນການປີ. ສໍາລັບການປະຕິບັດລາຍຈ່າຍໝົດປີ 2024 ນີ້ ຈະຄຸ້ມຄອງບໍ່ໃຫ້ເກີນເພດານແຜນທີ່ສະພາແຫ່ງຊາດຮັບຮອງ (ຖ້າບໍ່ນັບເງິນເກີນແຜນປີ 2023 ຜ່ານມາທີ່ຈະມາປະຕິບັດເພື່ອດັດແກ້ງົບປະມານປີ 2024).

ນອກຈາກລາຍຮັບ ທີ່ຄາດວ່າຈະເກີນແຜນ 10% ຂອງແຜນການ, ຍັງມີລາຍຮັບວິຊາການ ແລະ ກອງທຶນຈໍານວນໜຶ່ງ ທີ່ຫົວໜ່ວຍງົບປະມານ ສະເໜີດັດແກ້ຕື່ມ 941,45 ຕື້ກີບ ທີ່ມີຄວາມຈໍາເປັນໃນການໃຊ້ຈ່າຍ ເພື່ອປະຕິບັດວຽກງານຈຸດສຸມທ້າຍປີ ທີ່ຈະໄດ້ສະເໜີດັດແກ້ຕາມ ມາດຕາ 59 ທີ່ກໍານົດໃນກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ; ພ້ອມນີ້, ກໍໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ໃຫ້ໄດ້ຕາມສັນຍາ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການລະດົມທຶນ ເປັນຕົ້ນແມ່ນ ການເກັບຄືນເງິນກູ້ຢືມຕໍ່, ການກູ້ຢືມ ແລະ ການອອກພັນທະບັດຜ່ານຕະຫຼາດຫຼັກຊັບລາວ. ນອກຈາກນັ້ນ, ຍັງໄດ້ນໍາໃຊ້ລາຍຮັບພາຍໃນຈໍານວນໜຶ່ງ ເພື່ອຊໍາລະໜີ້ສິນໃຫ້ຕ່າງປະເທດ ທັນຕາມກໍານົດເວລາ ແລະ ສາມາດຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້. ສໍາລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ 3 ແຈ, ບ້ວງ 8,000 ຕື້ກີບ ມາຮອດປັດຈຸບັນ ສາມາດປະຕິບັດໄດ້ 7,893 ຕື້ກີບ ເທົ່າກັບ 98.67% ຂອງແຜນການ.

ເຖິງຢ່າງໃດກໍດີ, ທິດທາງກ່ຽວກັບການແກ້ໄຂບັນຫາຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໝັກ ຈະມີຂໍ້ມູນໜ້ອຍໃນການລາຍງານ ແຕ່ກໍມີຂໍ້ມູນທີ່ສະໜັບສະໜູນ ບໍ່ວ່າຈະເປັນການເກັບລາຍຮັບເກີນແຜນ ແລະ ອື່ນໆ ຊຶ່ງໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ກ່ຽວກັບທິດທາງ ທີ່ຈະແກ້ໄຂບັນຫາດັ່ງກ່າວ ຊຶ່ງຈະເປັນປັດໄຈສຳຄັນທີ່ຊ່ວຍໃຫ້ບຸກຄະລາກອນຂອງພັກ, ລັດຖະບານ ມີຊີວິດການເປັນຢູ່ທີ່ດີຂຶ້ນ ມີກຳລັງໃຈໃນການຮັບໃຊ້ຊາດ, ຮັບໃຊ້ພັກ, ລັດ ແລະ ຮັບໃຊ້ປະຊາຊົນ ຜ່ານຜ່າຄວາມຫຍຸ້ງຍາກ ປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ