ລັດຖະບານ ມີນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ແກ້ໄຂ 7 ບັນຫາ

ລັດຖະບານ ມີນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ແກ້ໄຂ 7 ບັນຫາ
ໂດຍ: ສ.ບຸດປະຊາ
    ເພື່ອຊຸກຍູ້, ສົ່ງເສີມ ໃຫ້ຜູ້ຜະລິດ, ກຸ່ມ, ສະຫະກອນ, ສະມາຄົມ ແລະ ຜູ້ປະກອບການ ຜະລິດພືດ ໃຫ້ໄດ້ປະລິມານ, ຄຸນນະພາບ ແລະ ມາດຕະຖານ ເພື່ອປ້ອນໂຮງງານປຸງແຕ່ງໃຫ້ພຽງພໍ ແລະ ສົ່ງອອກຕ່າງປະເທດ ທັງເປັນການຍົກລະດັບໂຮງງານປຸງແຕ່ງພືດ, ຫ້ອງວິໄຈ, ສາງເກັບຮັກສາ ແລະ ອື່ນໆ ທີ່ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການຜະລິດ ແລະ ການປຸງແຕ່ງພືດ ແລະ ຜະລິດຕະພັນພືດ ໃຫ້ໄດ້ມາດຕະຖານ; ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ແນໃສ່ແກ້ໄຂບັນຫາກ່ຽວຂ້ອງທີ່ຍັງຄົງຄ້າງ.
    ໃນໄລຍະຜ່ານມາ, ບັນຫາທີ່ເກີດຂຶ້ນມີຫຼາຍບັນຫາສົມຄວນ ເປັນຕົ້ນ 7 ບັນຫາ ທີ່ລະບຸໃນນະໂຍບາຍດັ່ງກ່າວນີ້ ຊຶ່ງແມ່ນນະໂຍບາຍທີ 3 ຂອງ 8 ນະໂຍບາຍ ໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ໂດຍການຮັບຮອງ ແລະ ປະກາດໃຊ້ຂອງນາຍົກລັດຖະມົນຕີ ຊຶ່ງແມ່ນດຳລັດເລກທີ 226/ນຍ, ລົງວັນທີ 10/7/2023 ໄດ້ໃຫ້ຮູ້ວ່າ: 1). ການຈັດຕັ້ງກໍາລັງການຜະລິດ ເພື່ອສະໜອງວັດຖຸດິບປ້ອນໂຮງງານປຸງແຕ່ງພືດ ຍັງບໍ່ທັນໄດ້ຄຸນນະພາບ, ມາດຕະຖານ ແລະ ບໍ່ພຽງພໍກັບຄວາມຕ້ອງການ; 2). ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດ ສ່ວນໃຫຍ່ແມ່ນໂຮງງານຂະໜາດນ້ອຍ, ບໍ່ໄດ້ມາດຕະຖານ ຂອງ ພາກພື້ນ ແລະ ສາກົນ; 3). ການປຸງແຕ່ງ ແລະ ການຕະຫຼາດ ພືດ ແລະ ຜະລິດຕະພັນພືດ ຍັງບໍ່ເຂັ້ມແຂງ ບໍ່ສາມາດແຂ່ງຂັນທາງດ້ານການຄ້າໂດຍສະເພາະລາຄາ ແລະ ມາດຕະຖານຂອງຜະລິດຕະພັນ, ການປະຕິບັດສັນຍາສອງສົ້ນ ລະຫວ່າງ ຜູ້ຜະລິດ ແລະ ຜູ້ປະກອບການ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ; 4). ການລົງທຶນໃສ່ ການພັດທະນາໂຄງລ່າງພື້ນຖານວິທະຍາສາດເຕັກໂນໂລຊີ, ມາດຕະຖານໂຮງງານ, ຫ້ອງ ວິໄຈ, ໂຮງເຮືອນປູກພືດ, ໂຮງເຮືອນຫຸ້ມຫໍ່, ລານຕາກ ແລະ ສາງເກັບຮັກສາຍັງບໍ່ທັນສູງ ແລະ ບໍ່ໄດ້ມາດຕະຖານ; 5). ການສົ່ງເສີມ ແລະ ພັດທະນາກະສິກໍາສະອາດ ບໍ່ທັນກວ້າງຂວາງ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ; 6). ການຄຸ້ມຄອງການລົງທຶນດ້ານການປູກພືດເປັນສິນຄ້າ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຢ່າງສອດຄ່ອງ ຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ ແລະ 7). ການຈັດການ, ການນໍາໃຊ້ສິ່ງເສດເຫຼືອ ຈາກການປຸງແຕ່ງພືດ ຍັງບໍ່ທັນໄດ້ປະຕິບັດຕາມລະບຽບການ; ດັ່ງນັ້ນ, ເພື່ອຕ້ອງການແກ້ໄຂບັນດາບັນຫາດັ່ງກ່າວ ລັດຖະບານ ໄດ້ມີນະໂຍບາຍ ຊຸກຍູ້, ສົ່ງເສີມ ໃຫ້ຜູ້ປະກອບການ ຜະລິດພືດຕາມຕ່ອງໂສ້ການຜະລິດ ຕິດພັນກັບການປຸງແຕ່ງໃຫ້ ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນທາງດ້ານການຄ້າ ດ້ວຍການຮ່ວມສໍາພັນເສດຖະກິດ ລະຫວ່າງ ຜູ້ຜະລິດ, ກຸ່ມ, ສະຫະກອນ ຫຼື ສະມາຄົມ; ຊຸກຍູ້, ສົ່ງເສີມ ໃຫ້ທຸກພາກສ່ວນເສດຖະກິດ ລົງທຶນພັດທະນາໂຄງລ່າງພື້ນຖານວິທະຍາສາດເຕັກໂນໂລຊີ, ໂຮງງານປຸງແຕ່ງພືດ, ຫ້ອງວິໄຈຄຸນນະພາບມາດຕະຖານສິນຄ້າພືດ ໃຫ້ເປັນລະບົບ ແລະ ສອດຄ່ອງຕາມມາດຕະຖານຂອງພາກພື້ນ ແລະ ສາກົນ; ພ້ອມນີ້, ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ພາກສ່ວນທຸລະກິດ ລົງທຶນໃສ່ການຜະລິດ ແລະ ການສະໜອງນໍ້າຢ່າງພຽງພໍ ໃຫ້ແກ່ການຜະລິດກະສິກໍາສະອາດ ໂດຍນໍາໃຊ້ເຕັກໂນໂລຊີ ທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ການກວດກາ ແລະ ຢັ້ງຢືນ ຕາມກົດໝາຍ ແລະ ລະບຽບການ; ຊຸກຍູ້ການເຮັດສັນຍາຜູກພັນລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ທີ່ເປັນທໍາ ແລະ ພັດທະນາການຄຸ້ມຄອງ, ການຊື້-ຂາຍພືດ ຜ່ານລະບົບເອເລັກໂຕຣນິກ.
ນອກຈາກນີ້, ລັດ ກໍກໍານົດນິຕິກໍາ, ກົນໄກ ແລະ ວິທີການຄຸ້ມຄອງການລົງທຶນປູກພືດເປັນສິນຄ້າ ເພື່ອສະໜັບສະໜູນ ໃຫ້ຜູ້ລົງທຶນ ໄດ້ຮັບນະໂຍບາຍຍົກເວັ້ນ ພາສີ, ອາກອນມູນຄ່າເພີ່ມ ສໍາລັບ ການນໍາເຂົ້າ ພາຫະນະ, ເຄື່ອງມື ແລະ ອຸປະກອນ ເພື່ອຮັບໃຊ້ການຜະລິດ, ປຸງແຕ່ງພືດ ແລະ ຜະລິດຕະພັນພືດ; ຊຸກຍູ້, ສົ່ງເສີມ ໂຮງງານປຸງແຕ່ງພືດທີ່ໄດ້ຮັບມາດຕະຖານການຜະລິດທີ່ດີ ທີ່ໄດ້ຢັ້ງຢືນ ແລະ ຮັບຮອງ ຈາກກົມປູກຝັງ ຈະໄດ້ຮັບນະໂຍບາຍຫຼຸດຜ່ອນກະແສໄຟຟ້າ ເທົ່າກັບກະແສໄຟຟ້າກະສິກໍາ; ຊຸກຍູ້, ສົ່ງເສີມ ໃຫ້ມີການນໍາໃຊ້ສິ່ງເສດເຫຼືອຈາກການຜະລິດ ແລະ ການປຸງແຕ່ງພືດໃຫ້ເກີດປະໂຫຍດສູງສຸດ ດ້ວຍການເຮັດຝຸ່ນໝັກ, ຝຸ່ນບົ່ມ, ແກັສຊີວະພາບ ແລະ ພະລັງງານໝູນວຽນ ຊຶ່ງເປັນມິດກັບສິ່ງແວດລ້ອມ.
ສັງລວມແລ້ວ, ບັນດານະໂຍບາຍທີ່ກຳນົດຂ້າງເທິງ ໃນນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ກໍເພື່ອແກ້ໄຂ 7 ບັນຫາທີ່ກ່ຽວຂ້ອງກັບການສົ່ງເສີມການປູດພືດ ເພື່ອປະກອບສ່ວນໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍ ສູ້ຊົນການຜະລິດເຂົ້າ ໃຫ້ໄດ້ 4 ລ້ານໂຕນ, ການຜະລິດພືດສະບຽງອາຫານ ແລະ ການຜະລິດເປັນສິນຄ້າໃຫ້ໄດ້ 10 ລ້ານກວ່າໂຕນ, ບັນລຸມູນຄ່າການສົ່ງອອກພືດ ແລະ ຜະລິດຕະພັນພືດ ຮອດປີ 2030 ບໍ່ໃຫ້ຫຼຸດ 1,5 ຕື້ໂດລາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ