ລັດຖະບານຈະສຸມໃສ່ຫຼາຍບັນຫາ ພັດທະນາສະຖານທີ່ທ່ອງທ່ຽວຕໍ່ໜ້າ

ລັດຖະບານຈະສຸມໃສ່ຫຼາຍບັນຫາ ພັດທະນາສະຖານທີ່ທ່ອງທ່ຽວຕໍ່ໜ້າ

ລັດຖະບານຈະສຸມໃສ່ຫຼາຍບັນຫາ ພັດທະນາສະຖານທີ່ທ່ອງທ່ຽວຕໍ່ໜ້າ
ລັດຖະບານ ກໍຄືກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ຈະສຸມໃສ່ຫຼາຍບັນຫາ ເພື່ອພັດທະນາສະຖານທີ່ທ່ອງທ່ຽວໃນຕໍ່ໜ້າ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖວທໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

 

  
ລດຖະບານຈະສມໃສຫາຍບນຫາ ພດທະນາສະຖານທທອງທຽວຕໜາ - image 1
 

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ທິດທາງແຜນການຕໍ່ໜ້າຈະສຸມໃສ່ຫຼາຍບັນຫາ ເພື່ອພັດທະນາສະຖານທີ່ທ່ອງທ່ຽວ ເປັນຕົ້ນຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວເປັນບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວໃຫ້ມີຄວາມສະດວກສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ;ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການໃຫ້ມີຄວາມຫຼາກຫຼາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ;ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ;ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການຂອງຫົວໜ່ວຍທຸລະກິດການທ່ອງທ່ຽວໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ;ສຸມໃສ່ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນຂອງ ສປປ ລາວ ໃຫ້ມີຫຼາກຫຼາຍຮູບແບບ ລວມທັງການໂຄສະນາຜ່ານສື່ຕ່າງໆ; ຮັບປະກັນຂໍ້ມູນຂ່າວສານການທ່ອງທ່ຽວທີ່ຖືກຕ້ອງ, ຊັດເຈນ, ວ່ອງໄວເພື່ອໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ;ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງພັດທະນາລະບົບການຊຳລະຜ່ານລະບົບທະນາຄານຂອງສປປ ລາວ ເພື່ອແນໃສ່ເຮັດໃຫ້ມີເງິນໝູນວຽນພາຍໃນປະເທດໃຫ້ຫຼາຍຂຶ້ນ.ນອກຈາກນີ້, ສືບຕໍ່ພັດທະນາການຫັນເປັນທັນສະໄໝໃນການກວດກາເອກະສານຕ່າງໆຢູ່ບັນດາດ່ານເພື່ອຫຼຸດຜ່ອນຂັ້ນຕອນສາມາດອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ;ສືບຕໍ່ປະສານສົມທົບກັບພາກລັດ, ພາກທຸລະກິດທີ່ກ່ຽວຂ້ອງເພື່ອຈັດກິດຈະກຳປູກຈິດສໍານຶກໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບງານເທດສະການ ແລະ ງານບຸນປະເພນີປະຈຳຊາດ ແລະ ປະຈຳທ້ອງຖິ່ນເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວປະຈໍາປີ 2025 ແລະ ປີຕໍ່ໆໄປ;ສືບຕໍ່ປະສານສົມທົບລະຫວ່າງສູນກາງ-ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວໃນຂອບເຂດທົ່ວປະເທດ;ຄົ້ນຄວ້າສ້າງແຜນການສື່ສານ ແລະ ການກະກຽມຮັບມືກັບວິກິດການສໍາລັບຂະແໜງການທ່ອງທ່ຽວເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສາມາດຮັບມືໄດ້ຢ່າງທັນການ;ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນໃນການນໍາໃຊ້ລະບົບອອກອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວຜ່ານລະບົບທັນສະໄໝ ເພື່ອໃຫ້ການຄຸ້ມຄອງທຸລະກິດການທ່ອງທ່ຽວມີຄວາມເປັນເອກະພາບທົ່ວປະເທດ;ສືບຕໍ່ຊຸກຍູ້ບັນດາສະມາຄົມໃນຂະແໜງການທ່ອງທ່ຽວໃຫ້ມີການເຄື່ອນໄຫວຮ່ວມກັນກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍການທ່ອງທ່ຽວຮ່ວມກັບປະເທດໃກ້ຄຽງໃຫ້ຫຼາຍຂຶ້ນ;ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງເພື່ອຄົ້ນຄວ້ານະໂຍບາຍວີຊາໃຫ້ແກ່ນັກທ່ອງທ່ຽວ, ກຸ່ມເປົ້າໝາຍໃຫ້ສອດຄ່ອງກັບນະໂຍບາຍຂອງປະເທດໃກ້ຄຽງ ກໍຄືພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວສປປ ລາວ ຫຼາຍຂຶ້ນ ແລະ ມີລາຍຮັບຫຼາຍຂຶ້ນ.

(ຂ່າວ: ວັນເພັງ, ພາບ: ເກດສະໜາ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ