ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ວຽກທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນທ້າຍປີ 2025 ແລະ ໃນປີ 2026-2027 ເປັນຕົ້ນກະກຽມຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ປີ 2024-2025 ໃນທ້າຍປີ 2025 ແລະ ກະກຽມຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2025 ໃນຕົ້ນປີ 2026; ກະກຽມຮ່າງແຜນງານແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ປີ 2026-2030; ກະກຽມຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ແລະ ວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ໃນຂອບເຂດທົ່ວປະເທດ; ສຸມໃສ່ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍຮູບການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ໂດຍສຸມໃສ່ໂຄສະນາຕໍ່ກຸ່ມເປົ້າໝາຍ ເປັນຕົ້ນກຸ່ມໃຊ້ແຮງງານ, ນັກຮຽນນັກສຶກສາ, ຖັນແຖວໄວໜຸ່ມຕະຫຼອດຮອດປະຊາຊົນບັນດາເຜົ່າ ຢູ່ເຂດພື້ນທີ່ຫຼໍ່ແຫຼມ, ເຂດຫ່າງໄກສອກຫຼີກ ໃຫ້ຫຼາຍຂຶ້ນ;ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນກົດໝາຍ ວ່າດ້ວຍຢາເສບຕິດ; ກອງທຶນຄວບຄຸມຢາເສບຕິດ, ບັນດາດໍາລັດ, ຄໍາສັ່ງ, ຄໍາແນະນໍາຂອງອົງການທີ່ກ່ຽວຂ້ອງ ໃນການດໍາເນີນຄະດີຕໍ່ຜູ້ປູກ, ຜູ້ຄ້າຂາຍ, ຜູ້ຂົນສົ່ງ ແລະ ເສບພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ້ອມ, ນໍ້າກະທ້ອມ, ສານລະເຫີຍ ທີ່ມີສານເສບຕິດອື່ນເຊັ່ນ: ປຸມເປົ້າອັດແກັດສານໄນຕັດອ໋ອກຊາຍ, ຢາສູບໄຟຟ້າຊີຊ່າ.ນອກນີ້, ຈະໄດ້ສຸມໃສ່ລົງຊຸກຍູ້, ຕິດຕາມ, ກວດກາຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ ໃຫ້ຮັບປະກັນຄວາມຮັບຮູ້, ຄວາມເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນພາລະບົດບາດ, ສິດ, ໜ້າທີ່, ນິຕິກຳທີ່ກ່ຽວຂ້ອງ ຂອງບັນດາອົງການ ທີ່ພົວພັນກັບການແກ້ໄຂບັນຫາຢາເສບຕິດ; ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດຈະໄດ້ສຸມໃສ່ກວດກາພື້ນທີ່ ແລະ ຈຸດອັດປ່ອງຂ້າມລອຍ, ເສັ້ນທາງຂົນສົ່ງຢາເສບຕິດ ໃນຂອບເຂດທົ່ວປະເທດ.
ຄຽງຄູ່ກັນນັ້ນ, ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດການສະກັດກັ້ນ, ຄວບຄຸມການລັກລອບນໍາເຂົ້າ, ການຄຸ້ມຄອງການນໍາໃຊ້ສານເຄມີຕົ້ນ ທີ່ເປັນວັດຖຸດິບ ຫຼື ສ່ວນປະສົມໃນການຜະລິດຢາເສບຕິດຈາກຕ່າງປະເທດເຂົ້າມາລາວ ແລະ ຜ່ານລາວ ໄປຍັງພື້ນທີ່ຜະລິດຢາເສບຕິດຢູ່ປະເທດໃກ້ຄຽງ; ຍົກລະດັບວິຊາສະເພາະໃຫ້ເຈົ້າໜ້າທີ່ລົງສໍາຫຼວດ, ກວດກາ, ຈຸດພື້ນທີ່ເປົ້າໝາຍລັກລອບປູກຝິ່ນປູກກັນຊາ ແລະ ພືດທີ່ໃຫ້ສານເສບຕິດ ພ້ອມທັງທຳລາຍຖິ້ມ; ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ນໍາພາ ການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຈະໄດ້ສຸມໃສ່ຊຸກຍູ້ຄະນະພັກ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເຊີດຊູບົດບາດ, ໜ້າທີ, ຄວາມຮັບຜິດຊອບ ທັງເພີ່ມທະວີຄວາມເປັນເຈົ້າການໃນການປຸກລະດົມຂົນຂວາຍທຸກກໍາລັງແຮງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ສໍາເລັດຕາມຈຸດປະສົງ, ລະດັບຄາດໝາຍ, ກຳນົດເວລາ ແລະ ໃຫ້ມີປະສິດທິພາບສູງ; ເພີ່ມທະວີການຮ່ວມມືສາກົນຈະສຸມໃສ່ຮ່ວມມືປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຮ່ວມກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ, ອົງການຈັດຕັ້ງສາກົນ ທັງຕໍ່ສູ້, ທັງຍາດແຍ້ງ ໂດຍຜ່ານການເປັນເຈົ້າພາບຈັດ ແລະ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ການກວດກາລາດຕະເວນຮ່ວມ ແລະ ອື່ນໆ.
(ຂ່າວ: ວັນເພັງ, ພາບ: ບຸນຕອມ)
ຄໍາເຫັນ