ລັດຖະບານກຳນົດນະໂຍບາຍສິນເຊື່ອສົ່ງເສີມການຜະລິດ ແລະ ການປຸງແຕ່ງພືດເປັນສິນຄ້າ

ລັດຖະບານກຳນົດນະໂຍບາຍສິນເຊື່ອສົ່ງເສີມການຜະລິດ ແລະ ການປຸງແຕ່ງພືດເປັນສິນຄ້າ
ໂດຍ: ສ.ບຸດປະຊາ
    ໄລຍະຜ່ານມາ, ຜູ້ຜະລິດ ແລະ ຜູ້ປະກອບການ ໃນການຜະລິດ ແລະ ປຸງແຕ່ງພືດສິນຄ້າ ຍັງມີບາງບັນຫາໃນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ຈາກສະຖາບັນການເງິນ, ກອງທຶນສົ່ງເສີມຈຸນລະວິສະຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມຫຍຸ້ງຍາກ ແລະ ຫຼາຍຂັ້ນ ຫຼາຍຂອດ, ສ່ວນໃຫຍ່ຍັງນໍາໃຊ້ແຫຼ່ງທຶນດອກເບ້ຍສູງ, ໄລຍະກູ້ຢືມສັ້ນ; ຂະນະທີ່, ລັດຖະບານ ກໍມີແຫຼ່ງທຶນຈໍາກັດ ແລະ ຍັງບໍ່ທັນມີນະໂຍບາຍສິນເຊື່ອສະເພາະ ສໍາລັບສົ່ງເສີມການຜະລິດ ແລະ ການປຸງແຕ່ງ ພືດເປັນສິນຄ້າ. 
    ເພື່ອແກ້ໄຂບັນຫາຂ້າງເທິງນັ້ນ, ລັດຖະບານ ໄດ້ກຳນົດນະໂຍບາຍດ້ານສິນເຊື່ອ ແລະ ການເຂົ້າເຖິງແຫຼ່ງທຶນເຂົ້າເປັນນະໂຍບາຍ ທີ 8 ຊຶ່ງແມ່ນນະໂຍບາຍຂໍ້ສຸດທ້າຍໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ຂອງ ສປປ ລາວ ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ໃນດຳລັດເລກທີ 226/ນຍ, ລົງວັນທີ 10/7/2023 ຊຶ່ງນະໂຍບາຍໃນຂໍ້ນີ້ ແມ່ນເພື່ອສ້າງເງື່ອນໄຂໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ ໃນການດໍາເນີນກິດຈະການປູກພືດ ແລະ ການປຸງແຕ່ງພືດເປັນສິນຄ້າ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ດ້ວຍເງື່ອນໄຂທີ່ເໝາະສົມ; ນອກນີ້, ກໍເພື່ອໃຫ້ສະຖາບັນການເງິນ, ຊາວກະສິກອນ ແລະ ຜູ້ປະກອບການສາມາດດໍາເນີນກິດຈະການຮ່ວມກັນ ໄດ້ຕາມເງື່ອນໄຂ, ກົດໝາຍ ແລະ ລະບຽບການ ທີ່ກໍານົດ.
    ລັດຖະບານ ໄດ້ກຳນົດນະໂຍບາຍເພື່ອສົ່ງເສີມຢ່າງຈະແຈ້ງວ່າ: ລັດ ໄດ້ມີການຈັດສັນທຶນ ແລະ ງົບປະມານ ສະເພາະ ເຂົ້າໃນການປູກພືດ, ການປຸງແຕ່ງ ແລະ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ລວມທັງ ການປ້ອງກັນ ແລະ ຄວບຄຸມການລະບາດຂອງສັດຕູພືດ, ການວິໄຈ ສັດຕູພືດ, ການຢັ້ງຢືນກະສິກໍາສະອາດ, ການຢັ້ງຢືນຄຸນນະພາບຜະລິດຕະພັນພືດ, ວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຕາມໂຄງການຕ່າງໆ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ຫຼາຍຂຶ້ນ; ກໍານົດ ແລະ ອອກນະໂຍບາຍ ຜ່ອນຜັນໄລຍະເວລາຊໍາລະສິນເຊື່ອສະເພາະ ໃນກໍລະນີ ຊາວກະສິກອນ ແລະ ຜູ້ປະກອບການປະສົບໄພພິບັດທໍາມະຊາດ;ກໍານົດ ແລະ ອອກນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງລັດຖະບານ ແລະ ສະຖາບັນການເງິນ ມີນະໂຍບາຍສິນເຊື່ອຖົມຂຸມດອກເບ້ຍ ແລະ ນະໂຍບາຍສິນເຊື່ອກະຈາຍລົງສູ່ທ້ອງຖິ່ນ ດ້ວຍອັດຕາດອກເບ້ຍ, ໄລຍະການກູ້ຢືມ ແລະ ການຜ່ອນຜັນ, ການທົດແທນທຶນຄືນ ຕາມລະບຽບການ ແລະ ກົດໝາຍ ຊຶ່ງໄດ້ມີການກໍານົດໄວ້ໃນແຕ່ລະໄລຍະ ລະຫວ່າງຊາວກະສິກອນ, ຜູ້ປະກອບການ ແລະ ສະຖາບັນການເງິນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດັ່ງລຸ່ມນີ້:
1). ຜູ້ຜະລິດ, ກຸ່ມຜະລິດ ແລະ ຜູ້ປະກອບການ ທີ່ດຳເນີນການປູກພືດ ແລະ ປຸງແຕ່ງພືດອາຍຸສັ້ນ ແລະ ພືດອຸສາຫະກຳປະກອບມີ: ເຂົ້າ, ສາລີ, ມັນຕົ້ນ, ໝາກໂມ, ມັນດ້າງ, ຖົ່ວຜັກຍາວ, ຖົ່ວເຫຼືອງ, ຜັກສົດ, ຖົ່ວເບີ, ຖົ່ວດິນ, ໝາກເດືອຍ, ພືດຜັກ, ອ້ອຍ, ໝາກກ້ວຍ ຊຶ່ງນະໂຍບາຍນີ້ ໄດ້ກໍານົດໄລຍະການກູ້ຢືມເກີນ3 ປີ ດ້ວຍອັດຕາດອກເບ້ຍ 5% ຕໍ່ປີ, ການຈ່າຍດອກເບ້ຍ ແມ່ນຈ່າຍປີທີ 1-2 ແລະ ມາປີທີ 3 ແມ່ນເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ.
2). ຜູ້ຜະລິດ, ກຸ່ມຜະລິດ ແລະ ຜູ້ປະກອບການ ທີ່ດຳເນີນການປູກພືດ ແລະ ປຸງແຕ່ງໄມ້ໃຫ້ໝາກປະກອບມີ: ໝາກມ່ວງ, ໝາກມີ້, ໝາກພຸກ, ໝາກກ້ຽງ, ໝາກນາວ, ໝາກມ່ວງຫິມະພານ, ໝາກລໍາໄຍ, ໝາກລິ້ນຈີ່, ໝາກຖົ່ວລຽນ; ນະໂຍບາຍນີ້ ກໍານົດໄລຍະກູ້ຢືມເກີນ 7 ປີ ໂດຍມີອັດຕາດອກເບ້ຍ 3% ຕໍ່ປີ, ປອດດອກເບ້ຍ ແລະ ຕົ້ນທຶນ (ບໍ່ໄດ້ຈ່າຍດອກ ແລະ ຕົ້ນທຶນ) ຮອດປີທີ 4, ຈົນມາຮອດປີທີ 5 ຈຶ່ງເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ. ໃນປະເພດນີ້, ຍັງໄດ້ມີນະໂຍບາຍ ສຳລັບການປູກພືດ ແລະ ປຸງແຕ່ງ ໝາກໜອດ, ໝາກມັງກອນ ໄດ້ກຳນົດໄລຍະການກູ້ຢືມເກີນ 5 ປີ ມີອັດຕາດອກເບ້ຍ 3% ຕໍ່ປີ, ປອດດອກເບ້ຍ ແລະ ຕົ້ນທຶນ ຮອດປີທີ 3, ເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ ປິທີ 4.
3). ຜູ້ຜະລິດ, ກຸ່ມຜະລິດ ແລະ ຜູ້ປະກອບການ ທີ່ດຳເນີນການປູກພືດ ແລະ ປຸງແຕ່ງ ກາເຟ ນະໂຍບາຍນີ້ ກໍານົດໄລຍະກູ້ຢືມເກີນ 7 ປີ ໂດຍມີອັດຕາດອກເບ້ຍ 3% ຕໍ່ປີ, ປອດດອກເບ້ຍ ແລະ ຕົ້ນທຶນ, ຮອດປີທີ 4 ຈົນມາຮອດປີທີ 5 ຈຶ່ງເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ. ສຳລັບ ຊາ ແມ່ນໄດ້ດຳນົດໄລຍະການກູ້ຢືມເກີນ 5 ປີ ມີອັດຕາດອກເບ້ຍ 3% ຕໍ່ປີ, ປອດດອກເບ້ຍ ແລະ ຕົ້ນທຶນ ຮອດປີທີ 4, ໃຫ້ເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ ປິທີ 5.
4). ຜູ້ປະກອບການ ທີ່ສ້າງຕັ້ງໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດ ຊຶ່ງນະໂຍບາຍນີ້ ໄດ້ກຳນົດໄລຍະການກູ້ຢືມເກີນ 5 ປີ ມີອັດຕາດອກເບ້ຍ 3% ຕໍ່ປີ, ປອດດອກເບ້ຍ ແລະ ຕົ້ນທຶນ ຮອດປີທີ 5, ໃຫ້ເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍ ປິທີ 6.
ທັງໝົດນັ້ນ, ຄືນະໂຍບາຍ ທີ່ໄດ້ກຳນົດທິດທາງ ແລະ ວຽກງານລະອຽດສົມຄວນ ໃນການສົ່ງເສີມການຜະລິດ ແລະ ປຸ່ງແຕ່ງພືດເປັນສິນຄ້າ ທີ່ໃຫ້ຄວາມຮູ້ພື້ນຖານດ້ານສິນເຊື່ອ ແລະ ເພື່ອຜູ້ຜະລິດ, ຜູ້ປະກອບການ ໄດ້ຂໍ້ມູນເພື່ອພົວພັນກັບ ສະຖາບັນການເງິນ, ກອງທຶນສົ່ງເສີມຈຸນລະວິສະຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ຂອບເຂດພື້ນທີ່ຂອງຕົນ ເພື່ອຈະສາມາດເຂົ້າເຖິງແຫຼ່ງທຶນ ເງື່ອນໄຂທີ່ເໝາະສົມ ມານໍາໃຊ້ເຂົ້າໃນການຜະລິດ ແລະ ປຸ່ງແຕ່ງພາຍໃນ ຊ່ວຍກັນພັດທະນາຜະລິດຕະພັນລາວ ໃຫ້ມີຄຸນນະພາບ  ແລະ ບັນລຸເປົ້າໝາຍ ໃນການຜະລິດສະບຽງອາຫານ ຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ ແລະ ເປັນສິນຄ້າ ຫຼຸດຜ່ອນການນໍາເຂົ້າ ຕາມທີ່ພັກ-ລັດຖະບານ ວາງໄວ້.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ