ລັດຖະມົນຕີກະຊວງ ພບ ເນັ້ນ ຟຟລ ເອົາໃຈໃສ່ 5 ບັນຫາສຳຄັນ

ລັດຖະມົນຕີກະຊວງ ພບ ເນັ້ນ ຟຟລ ເອົາໃຈໃສ່ 5 ບັນຫາສຳຄັນ
ໃນວາລະປິດກອງປະຊຸມສະຫຼຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງ
ລັດວິສາຫະກິດໄຟຟ້າລາວ (ຟຟລ)ທີ່ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ14 ກຸມພານີ້ ທີ່ສຳນັກງານໃຫຍ່ ຟຟລ, ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ເຂົ້າມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນ 5 ບັນຫາສຳຄັນ ໃຫ້ ຟຟລ ເອົາໃນໃຈໃສ່ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດແຜນການສໍາລັບປີ 2024 ຂອງ ຟຟລ ຊຶ່ງການມີຄຳເຫັນຄັ້ງນີ້ມີປະທານສະພາບໍລິຫານ, ຜູ້ອໍານວຍການໃຫຍ່, ບັນດາທ່ານຮອງຜູ້ອຳນວຍການໃຫຍ່ ຟຟລ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ຜ່ານມາ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຟຟລ ມີຄວາມຫຍຸ້ງຍາກຫຼາຍດ້ານ. ໂດຍພື້ນຖານແລ້ວ,ຍັງສາມາດຮັກສາບົດບາດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ, ປະຊາຊົນ ແລະ ເພື່ອນມິດ, ສາກົນຢ່າງໜັກແໜ້ນ. ພ້ອມດຽວກັນ, ກໍໄດ້ຕາງໜ້າຄະນະພັກ-ຄະນະນຳກະຊວງ ພບ ແລະ ໃນນາມສ່ວນຕົວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມຕັ້ງໜ້າ, ບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກ ຂອງ ຟຟລ ແລະ ກໍສາມາດຍາດໄດ້ຜົນງານຫຼາຍດ້ານ. ຄຽງຄູ່ຜົນງານ ແລະ ດ້ານດີທີ່ຍາດມາໄດ້ໃນ 1 ປີຜ່ານມາ, ກໍເຫັນໄດ້ດ້ານທີ່ເປັນຂໍ້ຫຍຸ້ງຍາກ, ດ້ານທີ່ຍັງອ່ອນ, ເປັນຂໍ້ຄົງຄ້າງ ຊຶ່ງຄະນະພັກ, ຄະນະນໍາກະຊວງ ມີຄວາມເຫັນອົກເຫັນໃຈ ຊຶ່ງໃນໂອກາດນີ້ ກໍໄດ້ມີຄຳເຫັນຈຳນວນໜຶ່ງເພື່ອໃຫ້ພວກສະຫາຍເປັນທິດທາງໃນການຈັດຕັ້ງປະຕິບັດແຜນການສໍາລັບປີ 2024 ໂດຍສະເພາະ 5 ບັນຫາສຳຄັນຄື:
    ບັນຫາທີໜຶ່ງ: ກ່ອນອື່ນໝົດ, ຢາກຂໍໃຫ້ກຳແໜ້ນວ່າປີ 2024 ແມ່ນປີທີ່ມີຄວາມສໍາຄັນເປັນພິເສດ. ຍ້ອນວ່າມັນແມ່ນຊຸມປີທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025). ບັນຫານີ້ມັນພົວພັນເຖິງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍລວມ ແລະ ຄາດໝາຍລະອຽດຂອງຂະແໜງການ ແລະ ກະໂຕຂອງ ຟຟລ. ສະນັ້ນ, ສະເໜີໃຫ້ພວກສະຫາຍກວດກາຄືນຕື່ມວ່າທິດທາງ, ແຜນການ, ການວາງຄາດໝາຍແຕ່ລະດ້ານໃນປີ 2024 ຂອງໄຟຟ້າລາວເຮົາ ສອດຄ່ອງກັບມະຕິ ແລະ ແຜນລວມແລ້ວບໍ? ຖ້າບ່ອນໃດບໍ່ສອດຄ່ອງກໍຂໍໃຫ້ພວກສະຫາຍຄົ້ນຄວ້າປັບປຸງ.
    ບັນຫາທີສອງ: ນອກຈາກເບິ່ງໃສ່ມະຕິ ແລະ ແຜນລວມແລ້ວ, ການກໍານົດແຜນປະຈໍາປີກໍຕ້ອງໄດ້ເບິ່ງໃສ່ທິດທາງ, ໜ້າທີ່ ແລະ ຈຸດໝາຍລວມ ກ່ຽວກັບການພັດທະນາຂອງຂະແໜງການພວກເຮົາຕື່ມເພື່ອໃຫ້ສອດຄ່ອງ.ພວກເຮົາຕ້ອງຮັບຮູ້ ແລະ ກຳແໜ້ນວິໄສທັດໃນການພັດທະນາຂະແໜງການພວກເຮົາທີ່ໄດ້ ກຳນົດວ່າ: “ພັດທະນາພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຂຸດຄົ້ນ ແລະ ນໍາໃຊ້ທຸກກຳລັງແຮງຊັບພະຍາກອນທຳມະຊາດ, ຮັບປະກັນຄວາມຍືນຍົງ, ສົ່ງເສີມຫົວໜ່ວຍເສດຖະກິດຂອງຊາດໃຫ້ເຂັ້ມແຂງ, ຍູ້ແຮງການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ, ເຊື່ອມໂຍງ-ແລກປ່ຽນພະລັງງານກັບປະເທດເພື່ອນບ້ານ ແລະ ພາກພື້ນ, ພັດທະນາດ້ານພະລັງງານ ແລະບໍ່ແຮເພີ່ມຂຶ້ນດ້ວຍສີຂຽວ ແລະ ສົດໃສ”.ອັນທີ່ມີລັກສະນະເປັນພື້ນຖານຈະຕ້ອງກຳແໜ້ນກໍແມ່ນ: ຍຸດທະສາດການພັດທະນາວຽກງານພະລັງງານຕ້ອງຮັບປະກັນລັກສະນະສົມສ່ວນ, ເປັນມິດກັບສິ່ງແວດລ້ອມ, ສະອາດ ແລະ ຍືນຍົງ.
    ບັນຫາທີສາມ: ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເພື່ອປັບປຸງຂອດການບໍລິການໃຫ້ມີຄຸນນະພາບຊຶ່ງຕ້ອງກ້າຫານຕັດສິນໃຈຫັນອອກຈາກການເຮັດຂອດບໍລິການແບບເກົ່າຄືເຄີຍເຮັດຜ່ານມາໄປສູ່ການເຮັດການບໍລິການ ຕາມກົນໄກຕະຫຼາດດ້ານໄຟຟ້າຢ່າງແຂງແຮງ ແລະ ເຮັດໃຫ້ເຕັມຮູບແບບ, ສ້າງທຸກເງື່ອນໄຂ ເພື່ອນຳເອົາຜະລິດຕະພັນດ້ານກະແສໄຟຟ້າເຂົ້າສູ່ລະບົບການຜະລິດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນເຂົ້າສູ່ການຜະລິດໃນຂະແໜງອຸດສາຫະກຳ, ກະສິກໍາ, ການຂົນສົ່ງ ແລະ ການບໍລິການ. ເນື່ອງຈາກການຊົມໃຊ້ໄຟໃນປະເພດນີ້, ແມ່ນໃຊ້ແບບເປັນປະຈຳປົກກະຕິ, ພ້ອມນີ້ຈະເປັນການສ້າງຖານລາຍຮັບໃຫ້ລັດຖະບານຫຼາຍຂຶ້ນ, ປະຊາຊົນຈະມີວຽກເຮັດງານທຳຫຼາຍ, ປະເທດເຮົາກໍຈະມີສິນຄ້າ ສົ່ງອອກ ເພີ່ມຂຶ້ນ ແລະ ການຂາດດຸນການຄ້າ ກໍຄ່ອຍໆຫຼຸດລົງເທື່ອລະກ້າວ. ສະນັ້ນ, ໃນເວລາທີ່ຄິດ, ກຳນົດແຜນ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດກໍຕ້ອງໄປຕາມທິດລວມ ແລະ ເປົ້າໝາຍສູ້ຊົນລວມດັ່ງກ່າວນີ້ແທ້ໆ.
    ບັນຫາທີສີ່: ສືບຕໍ່ປັບປຸງ ເພື່ອຍົກສູງປະສິດທິຜົນໃນການດຳເນີນທຸລະກິດຂອງໄຟຟ້າລາວໃນເງື່ອນໄຂໃໝ່ ຊຶ່ງບັນຫານີ້ແມ່ນບັນຫາສໍາຄັນ ແລະ ເປັນໃຈກາງຂອງການເຄື່ອນໄຫວຂອງໄຟຟ້າລາວ, ເປັນຕົ້ນ ກ່ອນອື່ນໝົດແມ່ນການປັບປຸງ ແລະ ເພີ່ມທະວີ ຮູບແບບການຄຸ້ມຄອງ, ປັບປຸງການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການແກ້ໄຂໜີ້ສິນທົ່ວໄປ ແລະ ສຸມໃສ່ແກ້ໄຂໜີ້ສິນຄຸມເຄືອ, ປັບປຸງຂອດການບໍລິການຜູ້ຊົມໃຊ້ໄຟຟ້າ, ການຄຸ້ມຄອງພະລັງງານຕົກເຮ່ຍ,  ຕິດພັນກັບການຄຸ້ມຄອງບັນດາໂຄງການ, ແຜນງານ ທີ່ພວມຈັດຕັ້ງປະຕິບັດໃຫ້ຖືກກັບເນື້ອໃນສັນຍາ, ມາດຖານດ້ານຕັກນິກ, ທັນຕາມກໍານົດເວລາ ແລະ ອື່ນໆ.
    ບັນຫາທີຫ້າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍຂອງແຜນການສໍາລັບປີ 2024 ທີ່ໄດ້ວາງອອກ ໃຫ້ບັນລຸຜົນນັ້ນ, ບັນຫາທີ່ມີລັກສະນະຕັດສິນແມ່ນບັນຫາຄົນ, ບັນຫາບຸກຄະລາກອນ.ຍ້ອນວ່າ: ຄົນແມ່ນຜູ້ຈັດຕັ້ງປະຕິບັດ, ເປັນຜູ້ເຮັດຕົວຈິງ; ສະນັ້ນ, ຕ້ອງຍົກສູງຄຸນນະພາບຂອງບຸກຄະລາກອນທຽມທັນກັບຄວາມຕ້ອງການເພື່ອຮອງຮັບການຈັດຕັ້ງປະຕິບັດແຜນການທີ່ວາງອອກ. ການປັບປຸງຍົກສູງຄຸນນະພາບ “ຕ້ອງເຮັດຢ່າງເປັນລະບົບ, ເຮັດແບບຄົບວົງຈອນ”ກ່ອນອື່ນໝົດແມ່ນຈະຕ້ອງເລິີ່ມຈາກການປັບປຸງຄຸນນະພາບໃນການນໍາພາຂອງຄະນະພັກຮາກຖານ, ຂອງໜ່ວຍພັກຕິດພັນກັບການຍົກສູງຄຸນນະພາບຂອງພະນັກງານ, ສະມາຊິກພັກ, ກໍາມະກອນແຕ່ລະຄົນ ຊຶ່ງຄຸນນະພາບຂອງແຕ່ລະຄົນຕ້ອງສະແດງອອກຢູ່ໃນ “ຄວາມຮັບຜິດຊອບ, ຄວາມເປັນເຈົ້າການ,ຄວາມຫ້າວຫັນ, ບຸກບືນສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ” ຂອງພະນັກງານ-ກໍາມະກອນເຮົາໃຫ້ທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ເພີ່ມເຕີມ