![]() |
ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີທີ່ໄດ້ມີໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງ ພັກ-ລັດ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ມາຍັງສະຫາຍ ຄູ່ຮ່ວມຕຳແໜ່ງຝ່າຍ ຫວຽດນາມ.
ສະຫາຍລັດຖະມົນຕີ ໄດ້ຕີລາຄາສູງຜົນສຳເລັດໃນການແລກປ່ຽນການຢ້ຽມຢາມ ແລະ ພົບປະຫາລື ລະຫວ່າງ ການນຳຂັ້ນສູງ ຂອງສອງພັກ, ສອງລັດໃນໄລຍະຜ່ານມາ, ຫຼ້າສຸດ ແມ່ນການຢ້ຽມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ການນຳຂັ້ນສູງຂອງພັກ-ລັດ ຫວຽດນາມ; ການຈັດການພົບປະລະຫວ່າງສອງກົມການເມືອງ ລາວ - ຫວຽດນາມ ປະຈໍາປີ 2026, ການຈັດກອງປະຊຸມຂອງຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 48 ແລະ ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ພ້ອມທັງ ໄດ້ຕີລາຄາວ່າ ປີ 2025 ເປັນປີທີ່ການຈັດຕັ້ງປະຕິບັດໂຄງການຮ່ວມມືິສອງຝ່າຍ ຢ່າງມີຄວາມຄືບໜ້າ ແລະ ປະສົບຜົນສໍາເລັດຫຼາຍຢ່າງ; ຝ່າຍລາວ ຍັງໄດ້ລາຍງານໃຫ້ຊາບຜົນສຳເລັດອັນພົ້ນເດັ່ນຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງນີ້ ຊຶ່ງເປັນກົນໄກທີ່ສ້າງຕັ້ງມາແຕ່ປີ 2014 ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍ ແລະ ປະກົດຜົນເປັນຈິງ.ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
![]() |
ໃນຂະນະດຽວກັນ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ສະຫາຍ ປະທານສະພາແຫ່ງຊາດ ເຈີ່ນ ແທັງ ເມີ້ນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ; ບັນດາສະຫາຍ ການນຳຫວຽດນາມ ຍັງໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງບັນດາສະຫາຍ ການນຳຂັ້ນສູງ ພັກ, ລັດ ສປປ ລາວ ມາໃນໂອກາດນີ້. ພ້ອມທັງໄດ້ມີຄຳເຫັນຊີ້ນຳໃຫ້ສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈົ່ງສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດຜົນການຕົກລົງຂອງການນຳຂັ້ນສູງ, ກໍຄື ຜົນກອງປະຊຸມໃນຄັ້ງນີ້ ໃຫ້ເປັນຮູບປະທຳ, ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ. (ຂ່າວ: ກຕທ)


ຄໍາເຫັນ