ລັດຖະມົນຕີກະຊວງຍຸຕິທໍາ ຊຸກຍູ້ ແລະ ຊີ້ນໍາ ວຽກງານຍຸຕິທໍາຢູ່ແຂວງຈໍາປາສັກ

ລັດຖະມົນຕີກະຊວງຍຸຕິທໍາ ຊຸກຍູ້ ແລະ ຊີ້ນໍາ ວຽກງານຍຸຕິທໍາຢູ່ແຂວງຈໍາປາສັກ
ເມື່ອບໍ່ດົນມານີ້,ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ. ໃນໂອກາດລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະໄດ້ເຂົ້າພົບທ່ານ  ວິໄລວົງ ບຸດດາຄໍາກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຈໍາປາສັກເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ. ໂດຍສະເພາະແມ່ນປະກາດສ້າງຕັ້ງກອງ ແລະ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຢູ່ແຂວງຈໍາປາສັກ.
ຈາກນັ້ນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະກໍໄດ້ເຂົ້າຮ່ວມພິທີປະກາດສ້າງຕັ້ງກອງ ແລະ ຫ້ອງການປະຕິບັດຄໍາຕັດສິນຂອງສານຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການອົງການປົກຄອງແຂວງໂດຍມີ ທ່ານ ໂສມ ບຸດຕະກຸນ ຮອງເລຂາພັກ  ຮອງເຈົ້າແຂວງຜູ້ຊີ້ນໍາວຽກງານຍຸຕິທໍາມີຫົວໜ້າ ແລະ ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຕ່າງໆອ້ອມຂ້າງແຂວງ, ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາຈໍາປາສັກ, ຫົວໜ້າຂະແໜງ, ຮອງຂະແໜງ, ບັນດາຫົວໜ້າຫ້ອງການຍຸຕິທຳ 9 ເມືອງ ແລະ 1ນະຄອນປາກເຊເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານທີ່ຍົົກຍ້າຍມາຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ມາປະຈໍາກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຈໍາປາສັກ.  ໃນນີ້ໄດ້ແຕ່ງຕັ້ງ ທ່ານ ສົມນຶກ ແສງອາໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງຈໍາປາສັກ ເປັນຫົວໜ້າກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງຈໍາປາສັກ ພ້ອມດ້ວຍຮອງຫົວໜ້າຈໍານວນໜຶ່ງ, ແຕ່ງຕັ້ງ ທ່ານ ພູໂຂງ ພິມມະວົງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງໂພນທອງ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານ ປະຈໍາເມືອງຈໍາປາສັກ ແລະ ແຕ່ງຕັ້ງ ທ່ານ ນາງ ພອນທິບ ສິງຫາທຳ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງໂພນທອງ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານ ປະຈໍາເມືອງຈໍາປາສັກ ແລະ ພະນັກງານຈໍານວນໜຶ່ງ ເພື່ອປະກອບເຂົ້າອົງການດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນ ກະຊວງຍຸຕິທໍາ.
ໃນກອງປະຊຸມ ທ່ານກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສິນຂອງສານໃນໄລຍະຜ່ານມາການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ,ອົງການປະຕິບັດຄໍາຕັດສິນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ, ມີລະບົບການຈັດຕັ້ງຕາມສາຍຕັ້ງຊຶ່ງປະກອບມີກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ, ກອງປະຕິບັດຄຳຕັດສິນຂອງສານປະຈຳແຂວງ,ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສິນຂອງສານປະຈຳເມືອງ, ເທດສະບານ,ນະຄອນ.
ໃນໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ກໍໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງປະຕິບັດຄໍາຕັດສິນຂອງສານພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານພ້ອມດ້ວຍຄະນະ ແລະ ພະນັກງານຈໍານວນໜຶ່ງ ປະຈໍາຢູ່ແຂວງຈໍາສັກ ແລະ ເມືອງ. ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາຂອງອົງການປະຕິບັດຄໍາຕັດສິນຂອງສານເຊີດຊູບົດບາດການນໍາພາຂອງພັກຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດ
ໝາຍ ແລະ ລະບຽບການຂອງລັດໃນແຕ່ລະໄລຍະໃຫ້ເປັນປົກກະຕິ ແລະ ເລິກເຊິ່ງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ-ພາບ: ໄຊຍະສິດ ບັນຍາວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ