ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ
ຫວ່າງ​ມໍ່ໆ​ມາ​ນີ້, ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທແລະຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ກັນ​​ປາບ​ປາມ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນເພື່ອ​ເຕົ້າ​ໂຮມ​ກຳ​ລັງ​ດ້ວຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂດຍ​ຜ່ານກົນ​ໄກແລະແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ວຍ​ການປະ​ຕິ​ບັດ​ງານ​ຕົວ​ຈິງ. ການ​ປະ​ສານ​ງານ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລ່ອງ​ແມ່​ນ້ຳ​ຂອງບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ໝັ້ນ​ແກ່ນ​ຂອງ 6 ປະ​ເທດໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ເທົ່າ​ນັ້ນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິຫຼາຍ​ຝ່າຍໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ອີກ​ດ້ວຍ.
ລດ​ທຫາຍ​ຝາຍ​​ສະ​ແດງ​ໃຫ​ເຫນພະ​ລງ​ຊ​ວດ​ອນ​ເຂມ​ແຂງ​ໃນ​ການ​ບ​ລ​ຫານ​ຄວາມ​ໝນ​ຄງ​ທວ​ໂລກ - image 1
 

 

ເນື້ອແທ້ຂອງລັດທິຫຼາຍຝ່າຍແມ່ນຖືເອົາຜົນປະໂຫຍດຮ່ວມເປັນສາຍພານເພື່ອແກ້ໄຂບັນຫາຫຍຸ້ງຍາກຮ່ວມດ້ວຍການປຶກສາຫາລືຢ່າງສະເໝີພາບກັນແລະປະຕິບັດງານຢ່າງປະສົມປະສານກັນ. ປັດຈຸບັນ, ການຫຼອກລວງທາງໂທລະຄົມຂ້າມຊາດໄດ້ກາຍເປັນຮູບແບບການເຄື່ອນໄຫວແບບອຸດສາຫະກຳ. ການປະຕິບັດງານຂ້າມຊາດ, ການໂອນເງິນຂ້າມຊາດແລະການລີ້ຊ້ອນຂອງຜູ້ກ່ຽວຂ້ອງລວມທັງການປະຍຸກໃຊ້ເຕັກໂນໂລຊີ AI ເຂົ້າໃນວິກິດການຫຼອກລວງເຮັດໃຫ້ປະເທດດຽວຍາກທີ່ຈະຮັບມືແກ້ໄຂໄດ້. ໃນກອງປະຊຸມຄັ້ງນີ້, 6 ປະເທດໄດ້ເຊັນເອກະສານຜົນງານ, ຊີ້ແຈງບັນດາໜ້າວຽກຕົ້ນຕໍເຊັ່ນ: ການສຸມໃສ່ປາບປາມເຂດດຳເນີນການຫຼອກລວງແລະຈັບກຸມຜູ້ກ່ຽວຂ້ອງຢ່າງສຸດຄວາມສາມາດ, ຍິ່ງໄດ້ລົງເລິກປຶກສາຫາລືກ່ຽວກັບຂໍ້ລິເລີ່ມຂອງຝ່າຍຈີນໃນການສ້າງພັນທະມິດປາບປາມການຫຼອກລວງທາງໂທລະຄົມສາກົນຊຶ່ງໄດ້ສະແດງໃຫ້ເຫັນເຖິງແນວຄວາມຄິດ “ມວນມະນຸດເປັນປະຊາຄົມຄວາມໝັ້ນຄົງທີ່ຕັດແຍກອອກຈາກກັນບໍ່ໄດ້” ທີ່ຈີນໄດ້ສະເໜີອອກໃນຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ.

ຜົນການຮ່ວມມືຕົວຈິງໄດ້ພິສູດໃຫ້ເຫັນເຖິງພະລັງຊີວິດຂອງລັດທິຫຼາຍຝ່າຍໂດຍກົງ. ໃນຊຸມປີຜ່ານມາ, ຈີນໄດ້ຈັດຕັ້ງປະຕິບັດຕາມຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມການບໍລິຫານທົ່ວໂລກໂດຍໄດ້ສ້າງກົນໄກການຮ່ວມມືດ້ານການປະຕິບັດກົດໝາຍຫຼາຍລະດັບກັບປະເທດອ້ອມຂ້າງ, ຜົນງານສຳຄັນຫຼາຍຢ່າງໄດ້ສະແດງໃຫ້ເຫັນເຖິງປະສິດທິຜົນຕົວຈິງຂອງການປະສານງານຫຼາຍຝ່າຍ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈີນ, ມຽນມາແລະໄທໄດ້ຮ່ວມກັນປາບປາມການກະທຳຜິດກ່ຽວກັບການພະນັນແລະການຫຼອກລວງຢູ່ເຂດມິວວາດີຂອງມຽນມາ, ຂະນະທີ່ມຽນມາໄດ້ສົ່ງຜູ້ຕ້ອງຫາ 5.500 ກວ່າຄົນໃຫ້ຝ່າຍຈີນ; ເຈົ້າໜ້າທີ່ຕຳຫຼວດຈີນແລະລາວຮ່ວມກັນປາບປາມ 4 ຈຸດຫຼອກລວງທາງໂທລະຄົມຢູ່ເຂດພິເສດສາມຫຼ່ຽມຄຳຂອງລາວແລະຈັບກຸມຜູ້ກະທຳຜິດໄດ້ 600 ກວ່າຄົນ; ການປະຕິບັດງານສະເພາະລະຫວ່າງຈີນກັບກຳປູເຈຍແລະລະຫວ່າງຈີນກັບຫວຽດນາມຕ່າງໄດ້ຈັບກຸມຜູ້ກ່ຽວຂ້ອງກັບການສໍ້ໂກງ 2,141 ຄົນແລະ 149 ຄົນຕາມລຳດັບ, ຝ່າຍກຳປູເຈຍໄດ້ສົ່ງບຸກຄົນເຫຼົ່ານີ້ໃຫ້ຝ່າຍຈີນທັງໝົດ. ເມື່ອຫວນຄືນອະດີດ, ຈາກການປະຕິບັດງານຮ່ວມສະເພາະລະຫວ່າງຈີນ, ໄທ, ມຽນມາແລະລາວໃນປີ 2023ໄດ້ຈັບກຸມຜູ້ກ່ຽວຂ້ອງກັບຄະດີຫຼອກລວງ 6,492 ຄົນເຖິງການສົ່ງກຸ່ມຜູ້ກະທຳຜິດ “4 ຕະກຸນໃຫຍ່” ຢູ່ເຂດໂກກັງທາງພາກເໜືອມຽນມາໃນປີ 2025 ເຂົ້າສູ່ຂັ້ນຕອນຕຸລາການທັງໝົດ, ຈັບກຸມແລະລົງໂທດຜູ້ຕ້ອງຫາທີ່ພົວພັນກັບຄະດີຫຼອກລວງທາງໂທລະຄົມ 57,000 ຄົນ ຊຶ່ງໄດ້ສະແດງໃຫ້ເຫັນເຖິງບົດບາດຂອງການຮ່ວມມືດ້ານການປະຕິບັດກົດໝາຍຫຼາຍຝ່າຍຢ່າງແທ້ຈິງ. ຜົນງານເຫຼົ່ານີ້ຕັດແຍກອອກຈາກຄວາມພະຍາຍາມຮ່ວມຂອງພາກສ່ວນປະຕິບັດກົດໝາຍຂອງປະເທດຕ່າງໆບໍ່ໄດ້ແລະຍິ່ງໄປກວ່ານັ້ນຍັງໄດ້ຮັບຜົນດີຈາກການມີຄວາມສະດວກແລະລຸລ່ວງດີຂອງຂອດສຳຄັນຕ່າງໆພາຍໃຕ້ກົນໄກຫຼາຍຝ່າຍເຊັ່ນ: ການແບ່ງປັນຂໍ້ມູນຂ່າວສານ, ການປະຕິບັດງານຮ່ວມແລະການສົ່ງຜູ້ກ່ຽວຂ້ອງກັບການຫຼອກລວງກັບຄືນປະເທດ ຊຶ່ງໄດ້ເຮັດໃຫ້ການປາບປາມອາຊະຍາກຳຂ້າມຊາດບັງເກີດຜົນ.

ພະລັງຊີວິດຖາວອນຂອງລັດທິຫຼາຍຝ່າຍຍິ່ງໄດ້ສະແດງໃຫ້ເຫັນຢູ່ຕາມຂະບວນການຫັນຈາກການຮັບມືແບບສຸກເສີນກາຍມາເປັນການປົກຄອງແບບປົກກະຕິ. ລັດທິຫຼາຍຝ່າຍທີ່ແທ້ຈິງບໍ່ແມ່ນກົນໄກຊົ່ວຄາວ, ຫາກແມ່ນພື້ນຖານດ້ານລະບຽບການໃນການບໍລິຫານທົ່ວໂລກ, ຕ້ອງການໃຫ້ບັນລຸການປົກຄອງຢ່າງມີປະສິດທິຜົນຖາວອນດ້ວຍການສ້າງລະບຽບການ. ຄວາມເຫັນທີ່ເປັນເອກະພາບກັນໃນກອງປະຊຸມຄັ້ງນີ້ບໍ່ພຽງແຕ່ໄດ້ສຸມໃສ່ໜ້າທີ່ປາບປາມໃນປັດຈຸບັນເທົ່ານັ້ນ, ຍິ່ງໄດ້ເນັ້ນໃສ່ການສ້າງກົນໄກປະສານງານແບບປົກກະຕິໂດຍໄດ້ກຳນົດມາດຕະການໄລຍະຍາວຕ່າງໆຢ່າງຈະແຈ້ງເຊັ່ນ: ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ຊຸກຍູ້ການສົ່ງຄືນຜູ້ກະທຳຜິດທີ່ກ່ຽວພັນກັບຄະດີຫຼອກລວງທາງໂທລະຄົມຢ່າງຕໍ່ເນື່ອງແລະອື່ນໆເພື່ອເຮັດໃຫ້ການຮ່ວມມືໃນດ້ານນີ້ກາຍເປັນກົນໄກຮ່ວມມືຖາວອນ.

ພາຍໃຕ້ສະພາບການທີ່ລັດທິຝ່າຍດຽວແລະລັດທິປົກປ້ອງເງີຍຫົວຂຶ້ນໃນປັດຈຸບັນ, ການຮ່ວມມືຫຼາຍຝ່າຍແບບນີ້ທີ່ຖືເອົາຜົນປະໂຫຍດຮ່ວມກັນເປັນທິດຊີ້ນຳ, ຖືເອົາການສ້າງກົນໄກເປັນສິ່ງຄ້ຳປະກັນແລະຖືເອົາການປະຕິບັດຕົວຈິງເປັນການຮັບປະກັນນັ້ນບໍ່ພຽງແຕ່ໄດ້ປ້ອງກັນຄວາມປອດໄພຂອງປະຊາຊົນໃນພາກພື້ນເທົ່ານັ້ນ, ຍິ່ງໄດ້ປະກອບສ່ວນດ້ານບົດຮຽນອັນລ້ຳຄ່າທີ່ໄດ້ຮັບຈາກການແກ້ໄຂບັນຫາໃນອາຊີແກ່ການບໍລິຫານຄວາມໝັ້ນຄົງທົ່ວໂລກອີກດ້ວຍ. ຄຽງຄູ່ກັບການປາບປາມຮ່ວມໄດ້ຂະຫຍາຍຕົວລົງສູ່ລວງເລິກ, ລັດທິຫຼາຍຝ່າຍຍ່ອມຈະເປັ່ງລັດສະໝີທີ່ຮຸ່ງເຮືອງກວ່າເກົ່າໃນການບໍລິຫານຄວາມໝັ້ນຄົງທົ່ວໂລກແລະສ້າງພື້ນຖານທີ່ໜັກແໜ້ນໃນການສ້າງລະບຽບສາກົນທີ່ໝັ້ນຄົງກວ່າເກົ່າແລະມີສະຖຽນລະພາບກວ່າເກົ່າ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ: ການຮ່ວມມືທີ່ມີຄວາມຫຼາກຫຼາຍ ຊຶ່ງການຮ່ວມມືືີທີ່ພົ້ນເດັ່ນໃນປີ 2025 ແມ່ນການຮ່ວມມືໃນວຽກງານມໍຣະດົກໂລກ ໃນໂອກາດວັນຊາດ(ວັນລວມເຢຍລະມັນ)ນີ້, ພວກ ເຮົາສະເຫຼີມສະຫຼອງ 35 ປີ ຫຼັງຈາກການລວມຕົວຄືນໃໝ່ຂອງເຢຍລະມັນ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ, ທ່ານ ນາງ ລໍ່ ທິ ຖຸຍ ຮ່າກຳມະການຄະນະບໍລິຫານງານພັກແຂວງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວັນທີ 17 ພະຈິກຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສະຖາບັນຂົງຈື (ສຂຈ)ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຕ້ອນຮັບຄະນະຜູ້ແທນຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ນຳໂດຍທ່ານ Wang Yunlin ຮອງເຈົ້ານະຄອນຄຸນໝິງພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດໃນວັນທີ 18 ພະຈິກນີ້ ເປັນກຽດຕ້ອນຮັບໂດຍທ່ານ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,​ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025.
ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ໃນຕອນຄໍ່າຂອງວັນທີ 17ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ​ຣາ​ຊະ​ອາ​ນາ​ຈັກໂຮນລັງຂຶ້ນຢ່າງເປັນທາງການ,ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ,ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມ​ໂກ ​ຟົງ ໄວຄາ​ເດິນ (Remco VAN WIJNGAARDEN),ເອກອັກຄະລັດຖະທູດ ແຫ່ງ ຣາ​ຊະ​ອາ​ນາ​ຈັກໂຮນລັງປະຈຳສປປລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ໂຮນລັງ, ມີບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ເພີ່ມເຕີມ