ລັດວິສາຫະກິດນໍ້າປະປາແຂວງເຊກອງ ປູກໄມ້ຢູ່ເຂດປ່າຍອດນໍ້າ

ລັດວິສາຫະກິດນໍ້າປະປາແຂວງເຊກອງ ປູກໄມ້ຢູ່ເຂດປ່າຍອດນໍ້າ

ລັດວິສາຫະກິດນໍ້າປະປາແຂວງເຊກອງ ປູກໄມ້ຢູ່ເຂດປ່າຍອດນໍ້າ
‎ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ລັດວິສາຫະກິດນ້ຳປະປາແຂວງເຊກອງ ໄດ້ປູກຕົ້ນໄມ້ຢູ່ເຂດປ່າສະຫງວນຫ້ວຍລາງ ບ້ານກົກໄຮ ເມືອງທ່າແຕງ ແຂວງເຊກອງ ເພື່ອຟື້ນຟູປ່າໄມ້ເຂດຍອດນ້ຳ ໃຫ້ມີຄວາມອຸດົມສົມບູນ ໂດຍມີທ່ານ ບຸນເລີຍ ນັນທະວົງ ເລຂາພັກເມືອງທ່າແຕງ, ມີຄະນະນໍາພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ເມືອງລະມາມ ພ້ອມດ້ວຍພະນັກງານລັດວິສາຫະກິດນ້ຳປະປາແຂວງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມປູກ ໃນວັນທີ 3 ມິຖຸນາ ນີ້.
ລດວສາຫະກດນາປະປາແຂວງເຊກອງ ປກໄມຢເຂດປາຍອດນາ - image 1
 

 

‎ທ່ານ ອິນພອນຮັກ ພັດທະຟອງ ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງເຊກອງ ເວົ້າວ່າ: ເມື່ອກ່ອນ, ແຫຼ່ງນໍ້າແຫ່ງນີ້ ໄດ້ນໍາໃຊ້ເຂົ້າໃນການຜະລິດນໍ້າປະປາທົ່ວແຂວງເຊກອງ ມີຄວາມອຸດົມສົມບູນມີປ່າໄມ້ຂຽວສົດງົດງາມ ປະລິມານນໍ້າດິບ, ນໍ້າຫ້ວຍ ແລະ ນໍ້າອອກບໍ່ ມີປະລິມານຈໍານວນຫຼາຍ ສໍາລັບການຜະລິດນໍ້າປະປາ, ແຕ່ມາຮອດປັດຈຸບັນແມ່ນມີປະລິມານນໍ້າຫຼຸດໜ້ອຍລົງ ໂດຍສະເພາະໃນລະດູແລ້ງປະລິມານນ້ຳທີ່ໃຊ້ເຂົ້າໃນການຜະລິດນໍ້າປະປາ ແມ່ນບໍ່ພຽງພໍ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການບຸກເບີກເນື້ອທີ່ປູກຝັງກະສິກຳຂອງປະຊາຊົນຈຳນວນໜຶ່ງ, ເຮັດໃຫ້ປ່າໄມ້ແຫຼ່ງຍອດນໍ້າບົກແຫ້ງ. ສະນັ້ນ, ລັດວິສາຫະກິດນໍ້າປະປາ ແຂວງເຊກອງ ຈຶ່ງໄດ້ຈັດໃຫ້ມີການປູກທົດແທນຕົ້ນໄມ້ທີ່ເສຍໄປຢູ່ບໍລິເວນເຂດປ່າສະຫງວນຍອດນໍ້າແຫ່ງນີ້ ເພື່ອປັບຄວາມສົມດູນໃຫ້ແກ່ທໍາມະຊາດມີຄວາມອຸດົມສົມບູນ, ມີສີຂຽວຫຼາຍຂຶ້ນທັງເປັນການຮັກສາແຫຼ່ງນໍ້າບໍ່ໃຫ້ບົກແຫ້ງ ໂດຍເບ້ຍໄມ້ທີ່ປູກໃນມື້ນີ້ ປະເພດໄມ້ດູ່ນ້ຳ, ໄມ້ຈຳປາປ່າ ແລະ ໄມ້ຍາງ ຈຳນວນ 250 ເບ້ຍ.

‎ໂອກາດນີ້, ທ່ານ ບຸນເລີຍ ນັນທະວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດວິສາຫະກິດປ້ຳປະປາແຂວງ ທີ່ເຫັນຄວາມສຳຄັນຂອງປ່າໄມ້ ແລະ ພ້ອມກັນປູກທົດແທນ; ທັງນີ້ ເມື່ອປູກແລ້ວກໍຂໍການຮ່ວມມືຈາກປະຊາຊົນພາຍໃນບ້ານ ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາໃຫ້ຕົ້ນໄມ້ເຕີບໃຫຍ່ແຂງແຮງ ເພື່ອໃຫ້ພື້ນທີ່ເຂດຍອດນໍ້າປົກຫຸ້ມດ້ວຍປ່າໄມ້ແໜ້ນ ໜາຂຶ້ນ.

ຂ່າວ: ອັດສະວິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ