ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ຈະ​ອອກ​ອາ​ກາດ​ໃນ​ສື່​ສຳ​ຄັ​ນ​ຂອງ​ກຳ​ປູ​ເຈຍ

ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ຈະ​ອອກ​ອາ​ກາດ​ໃນ​ສື່​ສຳ​ຄັ​ນ​ຂອງ​ກຳ​ປູ​ເຈຍ

ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ຈະ​ອອກ​ອາ​ກາດ​ໃນ​ສື່​ສຳ​ຄັ​ນ​ຂອງ​ກຳ​ປູ​ເຈຍ
ຂ່າວສານຊີອາໄອລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ທາງ​ລັດ​ຖະ​ກິດ, ລາຍ​ການ“ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ທີ່​ຜະ​ລິດ​ໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG, ຈະ​ອອກ​ອາ​ກາດ​ຢູ່​ເວ​ທີ​ຕ່າງໆ ເຊັ່ນ:ໂທ​ລະ​ພາບ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ເລີ່ມ​ແຕ່​ວັນ​ທີ 17 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ.

 

ສື່ສຳຄັນ 20 ກວ່າແຫ່ງຂອງກຳປູເຈຍໄດ້ໂຄສະນາລ່ວງໜ້າກ່ຽວກັບການອອກອາກາດລາຍການດັ່ງກ່າວ, ຊຶ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກວົງການຕ່າງໆຂອງກຳປູເຈຍ.

ບຸກຄົນໃນວົງການການເມືອງແລະຜູ້ຊ່ຽວຊານຂອງກຳປູເຈຍມີຄວາມເຫັນທົ່ວໄປວ່າ, ຄຳບູຮານຈີນທີ່ທ່ານປະທານສີຈິ້ນຜິງນຳໃຊ້ນັ້ນບໍ່ພຽງແຕ່ໄດ້ເຕົ້າໂຮມແສງສະຫວ່າງແຫ່ງວັດທະນະທຳທີ່ເປັນມູນເຊື້ອອັນດີເດັ່ນຂອງປະຊາຊາດຈີນເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນສິ່ງທີ່ຄ້າຍຄືກັນຢ່າງກວ້າງຂວາງໃນວັດທະນະທຳຂອງກຳປູເຈ້ຍອີກດ້ວຍ, ເຊື່ອວ່າ ແນວຄິດກ່ຽວກັບການບໍລິຫານປະເທດຂອງທ່ານປະທານສີຈິ້ນຜິງທີ່ສ່ອງແສງອອກໃນລາຍການດັ່ງກ່າວ, ຈະສ້າງແຮງບັນດານໃຈຕໍ່ການພັດທະນາຂອງກຳປູເຈຍແລະຊຸກຍູ້ໃຫ້ສາຍພົວພັນລະຫວ່າງກຳປູເຈຍ-ຈີນກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຈາກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ປະກາດໃນວັນທີ 7 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ໄດ້ບັນລຸເກີນ 30,000 ຕື້ຢວນ ເປັນຄັ້ງທຳອິດໃນໄລຍະດຽວກັນຂອງປະຫວັດສາດ ຊຶ່ງສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕທີ່ດີຢ່າງຕໍ່ເນື່ອງ.
ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່າານ ໂຈຮາຣີ ອັບດູນ ການີ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກໍາລັງພິຈາລະນາກົນໄກທີ່ເໝາະສົມທີ່ສຸດສຳລັບການເກັບພາສີລົດໄຟຟ້າ (EV) ຕາມທີ່ໄດ້ສະເໜີໄວ້ ເພື່ອສະໜັບສະໜູນການພັດທະນາພື້ນຖານໂຄງລ່າງການສາກໄຟສາທາລະນະທົ່ວປະເທດ ຊຶ່ງກຳລັງປະເຊີນກັບບັນຫາການລົງທຶນທີ່ຈຳກັດ.
ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ວິທະຍຸກະຈາຍສຽງຫວຽດນາມລາງານ ຫວ່າງມໍ່ໆມານີ້ວ່າ: ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດຫວຽດນາມ (CSMO) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.
ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນ ວັນທີ 5 ສິງຫາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 4% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 2.9% ໃນເດືອນພຶດສະພາ.
ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ​ຫຼວງປາຣີ ປະເທດຝຣັ່ງ ໄດ້ປະກາດໃນວັນທີ 5 ສິງຫາ ຜ່ານມາວ່າ: ຕາມການສະເໜີຂອງຄະນະກຳມະການຮ່ວມວ່າດ້ວຍນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດ​ເລືອກເປັນ "ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາ​ຄົມສະຖາປະນິກສາກົນ ປະຈຳປີ 2029.
ທ່ານ ໂຕ​ເລິມ ເນັ້ນໜັກ ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ວາງ​ແຜນ​ຜັງ ແລະ ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ

ທ່ານ ໂຕ​ເລິມ ເນັ້ນໜັກ ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ວາງ​ແຜນ​ຜັງ ແລະ ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 6 ສິງ​ຫາ ຜ່ານມາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 13-NQ/TW, ລົງວັນ​ທີ 16 ມັງ​ກອນ 2012 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XI ແລະ ຂໍ້​ສະ​ຫຼຸບ​ເລກ​ທີ 72– KL/TW, ​ລົງວັນ​ທີ 23 ກຸມ​ພາ 2024 ຂອງ​ກົມ​ການ​ເມື​ອງ​ຊຸດ​ທີ XIII ກ່ຽວ​ກັບ​ການກໍ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງຄົບ​ຊຸດ ແນ​ໃສ່​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ.
ເພີ່ມເຕີມ