ຫຼາຍສາເຫດ ເຮັດໃຫ້ການຂຶ້ນທະບຽນອອກໃບຕາດິນບໍ່ໄດ້ຕາມແຜນ

ຫຼາຍສາເຫດ ເຮັດໃຫ້ການຂຶ້ນທະບຽນອອກໃບຕາດິນບໍ່ໄດ້ຕາມແຜນ

ຫຼາຍສາເຫດ ເຮັດໃຫ້ການຂຶ້ນທະບຽນອອກໃບຕາດິນບໍ່ໄດ້ຕາມແຜນ
ການຂຶ້ນທະບຽນອອກໃບຕາດິນ ມາຮອດປັດຈຸບັນ ສາມາດຂຶ້ນທະບຽນອອກໃບຕາດິນທົ່ວປະເທດປະມານ 70.4% ຂອງສຳມະໂນຕອນດິນທົ່ວປະເທດ, ຂະນະທີ່ປີ 2021 ຫາ 2024 ໄດ້ສໍາເລັດຂຶ້ນທະບຽນອອກໃບຕາດິນ ໄດ້ທັງໝົດ 615,244 ຕອນ ເທົ່າກັບ 38.4% ຂອງແຜນການ 5 ປີ, ສ່ວນປີ 2025 ມາຮອດເດືອນພຶດສະພາ ສາມາດປະຕິບັດພຽງ 17% ຂອງແຜນການປີ ເທົ່ານັ້ນ.

 

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ມິຖຸນາຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ວ່າ: ການຂຶ້ນທະບຽນອອກໃບຕາດິນມາຮອດປັດຈຸບັນ ສາມາດຂຶ້ນທະບຽນອອກໃບຕາດິນທົ່ວປະເທດທັງໝົດ 2,112,007 ຕອນ ຫຼື ເທົ່າກັບ 70.4%ຂອງສໍາມະໂນຕອນດິນທົ່ວປະເທດ. ໃນນັ້ນ, ປີ 2021 ຫາ 2024 ໄດ້ສໍາເລັດຂຶ້ນທະບຽນອອກໃບຕາດິນ ໄດ້ທັງໝົດ 615,244 ຕອນ ເທົ່າກັບ 38.4% ຂອງແຜນການ 5 ປີ (1,600,000 ຕອນ). ສໍາລັບ ປີ 2025 ສູ້ຊົນອອກໃບຕາດິນໃຫ້ໄດ້ 300,000 ຕອນ (ໃນນັ້ນ, ເຂດໂຄງການ 236,280 ຕອນ ແລະ ເຂດນອກໂຄງການ 63,720 ຕອນ) ໄດ້ມອບໃຫ້ບັນດາແຂວງ ແລະ ເມືອງ ຕາມຂໍ້ຕົກລົງ ສະບັບເລກທີ 288/ກຊສ, ລົງວັນທີ 12 ມີນາ 2025 ຈັດຕັ້ງປະຕິບັດ. ມາຮອດ ເດືອນ ພຶດສະພາ 2025 ແມ່ນສາມາດຂຶ້ນທະບຽນອອກໃບຕາດິນ ໄດ້ 50,731 ຕອນ ຫຼື 17% ຂອງແຜນການ ແລະ ສໍາເລັດການສໍາຫຼວດ-ວັດແທກ ແລະ ຍັງລໍຖ້າອະນຸມັດໃບຕາດິນ ຈໍານວນ 38,490 ຕອນ.ການຈັດຕັ້ງຜັນຂະຫຍາຍມະຕິ ເລກທີ 57/ຄປຈ ກ່ຽວກັບຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໄດ້ຄົ້ນຄວ້າກໍານົດເງື່ອນໄຂ ແລະ ອອກຄໍາແນະນໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານດັ່ງກ່າວ ເປັນຕົ້ນແມ່ນ:ສໍາເລັດ ແລະ ຮັບຮອງ ແຜນການດໍາເນີນງານ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນ ປ່າໄມ້ ໃນໄລຍະ 5 ປີ (2025-2030);ໄດ້ອອກ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ວ່າດ້ວຍ ການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 1821/ກປ, ລົງວັນທີ 26 ພຶສະພາ 2025;ສໍາເລັດ ການສ້າງ ແລະ ປັບປຸງ 3 ຄູ່ມືທີ່ເປັນເຄື່ອງມືສະໜັບສະໜູນ ໃນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ຄື: ຄູ່ມືປະຊາສໍາພັນ ແລະ ເຜີຍແຜ່, ຄູ່ມືເສີມຂະຫຍາຍສິດເປັນເຈົ້າ ແລະ ຄູ່ມືບົດບາດຍິງຊາຍ;ອອກແຈ້ງການ ສະບັບເລກທີ 4187/ກຊສ, ລົງວັນທີ 15 ພະຈິກ 2024 ເພື່ອເປັນບ່ອນອີງໃຫ້ກັບ ອົງການປົກຄອງທ້ອງຖິ່ນ ໃນການຮັບຮູ້ສິດນໍາໃຊ້ທີ່ດິນ ໃນ 3,167 ບ້ານ (ຄາດຄະເນສໍາມະໂນ ຕອນດິນ ຈໍານວນ 680,000 ຕອນ);ສໍາເລັດການຮັບຮອງ ແລະ ປະກາດໃຊ້ຄູ່ມືຄໍາແນະນໍາວິຊາການ ກ່ຽວກັບກາສ້າງແຜນຈັດສັນທີ່ ດິນຂັ້ນເມືອງ ແລະ ບ້ານ ເພື່ອເປັນບ່ອນອີງ ໃນການກຳນົດປະເພດທີ່ດິນ ແລະ ການຮັບຮູ້ສິດ;ສໍາເລັດການກໍານົດເງື່ອນໄຂ ໃນການຮັບຮູ້ສິດການນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ໂດຍຂຶ້ນ ທະບຽນອອກໃບຕາດິນ (ທີ່ດິນປຸກສ້າງ ແລະ ທີ່ດິນກະສິກຳຖາວອນ) ແລະ ໃບຢັ້ງຢືນການນໍາໃຊ້ທີ່ ດິນໃນເຂດປ່າໄມ້.

ສາເຫດທີ່ເປັນຂໍ້ຄົງຄ້າງການຂຶ້ນທະບຽນອອກໃບຕາດິນບໍ່ໄດ້ຕາມແຜນ:ການມອບວຽກຂຶ້ນທະບຽນອອກໃບຕາດິນໃຫ້ເມືອງຍັງບໍ່ທັນສຳເລັດ ຫຼື ເມືອງທີ່ສໍາເລັດແລ້ວ ຍັງບໍ່ທັນມອບຂໍ້ມູນສໍານວນທີ່ດິນ; ຂະບວນການອອກໃບຕາດິນຮຽກຮ້ອງໃຫ້ມີເຈົ້າຂອງທີ່ດິນຂ້າງຄຽງຮັບຮູ້ ແລະຢັ້ງຢືນນໍາ ຊຶ່ງໃຊ້ເວລາໃນການເຂົ້າຮ່ວມ ແລະ ບາງຄັ້ງບໍ່ສາມາດຕິດຕາມຫາເຈົ້າຂອງດິນຂ້າງຄຽງໄດ້ ອັນເປັນສາເຫດໃຫ້ຊັກຊ້າໃນການອອກໃບຕາດິນ;ການຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ຍັງບໍ່ທັນສໍາເລັດ, ບໍ່ທັນກຳນົດເຂດສະຫງວນ ຊຶ່ງເຮັດໃຫ້ຂະບວນການອອກໃບຕາດິນ ຕ້ອງໄດ້ລໍຖ້າໃຫ້ພະນັກງານ ໂຍທາທິການ ແລະ ຂົນສົ່ງ ຈັດເວລາເຂົ້າຮ່ວມນໍາ ເພື່ອກຳນົດເຂດສະຫງວນ;ພະນັກງານຜູ້ທີ່ຈັດຕັ້ງປະຕິບັດວຽກງານຕົວຈິງ ແມ່ນມີຄວາມຕ້ອງການເປັນຈໍານວນຫຼາຍ ແຕ່ຕົວຈິງໃນຂັ້ນເມືອງ ຍັງມີຈຳກັດທາງດ້ານປະລິມານ ແລະ ຄຸນນະພາບ, ຍັງມີຈໍານວນໜຶ່ງຂາດຄວາມຮັບຜິດຊອບ ເຮັດໃຫ້ມີຫາງສຽງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ;ທີ່ດິນທີ່ຍັງເຫຼືອໃນການຂຶ້ນທະບຽນອອກໃບຕາດິນ ແມ່ນເປັນດິນກະສິກໍາ ແລະ ມີຂະໜາດໃຫຍ່ ຊຶ່ງຕ້ອງໃຊ້ເວລາ ສໍາຫຼວດວັດແທກຫຼາຍ ແລະ ຕ້ອງໄດ້ຮັບການຮ່ວມມື ຈາກອົງການປົກຄອງ ທ້ອງຖິ່ນ ໂດຍສະເພາະຂັ້ນບ້ານໃນການນໍາພາ;ປະສິດທິພາບຂອງການສໍາຫຼວດ-ວັດແທກ ແລະ ການຂຶ້ນທະບຽນອອກໃບຕາດິນ ຂອງໜ່ວຍງານ ໂຄງການຂັ້ນເມືອງ ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ບາງເມືອງບໍ່ສາມາດປະຕິບັດໄດ້ຮອດ 1 ຕອນ ຕໍ່ວັນ, ແຕ່ບາງເມືອງ ສາມາດປະຕິບັດໄດ້ 10 ກວ່າຕອນ ຕໍ່ວັນ;ງົບປະມານ, ພາຫະນະ, ເຄື່ອງມື ແລະ ອຸປະກອນຮັບໃຊ້ ເຖິງວ່າມີການຈັດສັນໃຫ້ ແລະ ມີໂຄງການ ກູ້ຍືມ ແຕ່ບໍ່ທັນພຽງພໍ ແລະ ຂັ້ນຕອນການນໍາໃຊ້ຍັງຫຍຸ້ງຍາກບໍ່ທ່ວງທັນເວລາ.

ທ່ານ ລິນຄຳ ດວງສະຫວັນ ກ່າວຕື່ມວ່າ:ແຜນການຕໍ່ໜ້າມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານດໍາເນີນການໂຄສະນາເຜີຍແຜ່ຄໍາສັ່ງສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ແລະ ຄໍາແນະນໍາ ກ່ຽວກັບວຽກງານດັ່ງກ່າວ ຢູ່ໃນຂັ້ນທ້ອງຖິ່ນ ເພື່ອຮັບຮູ້ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ. ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບສະເພາະ ເພື່ອຊຸກຍູ້, ຕິດຕາມ, ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ;ກວດກາຄືນແຜນຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານໃນໄລຍະຜ່ານມາ ເພື່ອສະເໜີສະພາປະຊາຊົນແຂວງ ຮັບຮອງກ່ອນການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້;ປັບປຸງກົນໄກປະສານງານ ລະຫວ່າງຂະແໜງການຂັ້ນສູນກາງ ແລະ ລະຫວ່າງສູນກາງ ກັບທ້ອງຖິ່ນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ກົມກຽວ.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ