ຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ

ຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ

ຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ
ຮັກສາການຜູ້ວ່າການທະນາຄານແຫ່ງສປປລາວ (ທຫລ) ຊີ້ແຈງຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຂອງຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ ແລະບໍ່ທັນສະດວກເທົ່າທີ່ຄວນ ເປັນຕົ້ນຂັ້ນຕອນທີ່ໃຊ້ເວລາດົນ ແລະ ເງື່ອນໄຂຂອງການເຂົ້າເຖິງສິນເຊື່ອຂອງບຸກຄົນຍັງສູງເກີນຄວາມສາມາດຕົວຈິງ ເຮັດໃຫ້ບໍ່ສາມາດສະໜອງສິນເຊື່ອເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າໄດ້ດີເທົ່າທີ່ຄວນ.
 

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ວ່າ: ທຫລ ເຫັນໄດ້ຂໍ້ຈຳກັດໃນການເຂົ້າຫາສິນເຊື່ອຂອງຫົວໜ່ວຍທຸລະກິດຍັງມີຢູ່ຈຳນວນໜຶ່ງ ເປັນຕົ້ນແມ່ນຄວາມພ້ອມຂອງທຸລະກິດ, ລະບົບການຖືບັນຊີ, ການຄຸ້ມຄອງບໍລິຫານ, ຫຼັກຊັບຄໍ້າປະກັນບໍ່ພຽງພໍ, ການໄລ່ລຽງທຸລະກິດທີ່ບໍ່ຊັດເຈນ, ສະເພາະເງື່ອນໄຂການຖືບັນຊີ ແມ່ນມອບໃຫ້ຄະນະຮັບຜິດຊອບຈັດຕັ້ງປະຕິບັດ (ຂັ້ນແຂວງ) ພິຈາລະນາຜ່ອນຜັນໃຫ້ພາຍໃນຂອບເວລາບໍ່ເກີນ 01 ປີ ແລະ ໃຫ້ທະນາຄານທຸລະກິດ ແລະ ຄະນະຮັບຜິດຊອບຈັດຕັ້ງປະຕິບັດຮັບປະກັນການສືບຕໍ່ປະຕິບັດເງື່ອນໄຂຢ່າງເຂັ້ມງວດ (ອີງຕາມຄໍາແນະນໍາການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ສະບັບລົງວັນທີ 06 ພະຈິກ 2023 ທີ່ໄດ້ກຳນົດໄວ້); ຫົວໜ່ວຍທຸລະກິດຈໍານວນໜຶ່ງ ຍັງມີຄວາມສ່ຽງຕໍ່ຜູ້ໃຫ້ທຶນ ກໍຄືທະນາຄານທຸລະກິດ/ໜ່ວຍບໍລິການ ແລະ ກອງທຶນພັດທະນາໄຊສົມບູນຫຼືມີເງື່ອນໄຂ ແລະ ສອດຄ່ອງຕາມເປົ້າໝາຍ ແຕ່ປັດຈຸບັນຍັງມີພັນທະກັບທະນາຄານອື່ນ ເຮັດໃຫ້ການຕີມູນຄ່າຫຼັກຊັບຄໍ້າປະກັນຍັງມີຄວາມສ່ຽງ ແລະ ທຸລະກິດບາງຫົວໜ່ວຍຍັງເຄື່ອນໄຫວທຸລະກິດແບບຄອບຄົວ ຊຶ່ງການຫັນເປັນນິຕິບຸກຄົນມີການປະກອບເອກະສານຫຼາຍຂັ້ນຕອນ ແລະ ແກ່ຍາວເວລາ; ຫົວໜ່ວຍທຸລະກິດທີ່ໄດ້ຮັບການພິຈາລະນາອະນຸມັດແຫຼ່ງທຶນນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນຈາກຄະນະຂັ້ນແຂວງແລ້ວ, ເມື່ອດໍາເນີນການຈັດຕັ້ງປະຕິບັດຂັ້ນຕອນອະນຸມັດສິນເຊື່ອຂອງທະນາຄານທຸລະກິດ ຜ່ານການກວດກາຄືນເຫັນວ່າລູກຄ້າໄດ້ເອົາຫຼັກຊັບທີ່ຈະນໍາມາຄໍ້າປະກັນຕໍ່ທະນາຄານໄປຂາຍ ຫຼືໄປຈຳນອງກັບສະຖາບັນການເງິນອື່ນ, ຊຶ່ງເຮັດໃຫ້ມູນຄ່າຫຼັກຊັບຄໍ້າປະກັນບໍ່ພຽງພໍຕາມລະບຽບການ ແລະ ເຮັດໃຫ້ທະນາຄານຕ້ອງໄດ້ແຈ້ງຍົກເລີກການອະນຸມັດສິນເຊື່ອ, ຄຽງຄູ່ກັນນີ້ຂັ້ນຕອນໃນການອະນຸມັດສິນເຊື່ອທີ່ນໍາໃຊ້ເວລາດົນນັ້ນ, ທຫລ ເຫັນວ່າການອະນຸມັດສິນເຊື່ອແມ່ນຕິດພັນກັບຫຼາຍເງື່ອນໄຂຂອງຫົວໜ່ວຍທຸລະກິດທີ່ຈະເຂົ້າຫາແຫຼ່ງທຶນຕາມທີ່ລະບຽບການກ່ຽວຂ້ອງວາງອອກ ເປັນຕົ້ນການປະກອບເອກະສານຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງຍັງບໍ່ທັນຄົບຖ້ວນຕາມເງື່ອນໄຂ ເຮັດໃຫ້ຂອດການພິຈາລະນາສິນເຊື່ອແກ່ຍາວອອກໄປ, ການຢັ້ງຢືນການມີຕົວຕົນຂອງຫົວໜ່ວຍທຸລະກິດຈາກຂະແໜງການກ່ຽວຂ້ອງຂອງແຂວງ ຍັງບໍ່ຈະແຈ້ງບວກກັບຂັ້ນຕອນພາຍໃນຂອງຄະນະຮັບຜິດຊອບຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອຂັ້ນແຂວງ ໃນການອະນຸມັດສິນເຊື່ອຍັງມີຫຼາຍຂອດຂັ້ນ ເຮັດໃຫ້ການຄົ້ນຄ້ວາບາງຄັ້ງບໍ່ທັນກັບສະພາບການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດ;

ສະນັ້ນ, ໃນຕໍ່ໜ້າ ທຫລ ຈະສືບຕໍ່ປະສານສົມທົບກັບຄະນະຮັບຜິດຊອບຂັ້ນແຂວງຢ່າງເປັນປົກກະຕິ, ພ້ອມທັງຕິດຕາມ ແລະ ຊຸກຍູ້ໃຫ້ທະນາຄານທຸລະກິດເຜີຍແຜ່ຂໍ້ມູນ ແລະ ຊອກຫາລູກຄ້າທີ່ນອນໃນເປົ້າໝາຍ ຕາມຂໍ້ຕົກລົງເຂົ້າຮ່ວມໂຄງການນະໂຍບາຍສິນເຊື່ອດັ່ງກ່າວ; ເພີ່ມທະວີວຽກງານໂຄສະນາ-ປະຊາສໍາພັນລົງເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານໃຫ້ຜູ້ປະກອບການເຂົ້າໃຈຢ່າງເລິກເຊິ່ງ; ສືບຕໍ່ຂຶ້ນແຜນລົງເຄື່ອນໄຫວວຽກງານຂອງຄະນະຮັບຜິດຊອບສິນເຊື່ອເພື່ອຕິດຕາມສະພາບ ແລະ ຊຸກຍູ້ການນໍາໃຊ້ເງິນກູ້ຂອງຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນໄປແລ້ວ (ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ) ຫົວໜ່ວຍທຸລະກິດທີ່ໄດ້ຮັບການສົມທົບດອກເບ້ຍ (ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ) ໃຫ້ເກີດປະສິດທິຜົນໃນການຜະລິດສິນຄ້າ ແລະ ການບໍລິການ; ສືບຕໍ່ທົບທວນປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃນແຕ່ລະໄລຍະໃຫ້ໄດ້ຮັບຜົນດີລວມທັງການເກັບກູ້ໜີ້ສິນເງິນກູ້ຂອງນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ; ກະກຽມຈັດກອງປະຊຸມຄະນະຮັບຜິດຊອບຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນທົ່ວປະເທດແລະ ສືບຕໍ່ຄົ້ນຄວ້າຕາມການຍື່ນສະເໜີຂໍເຂົ້າຮ່ວມນະໂຍບາຍສິນເຊື່ອຂອງຫົວໜ່ວຍທຸລະກິດໂດຍຜ່ານການສະເໜີຂອງທະນາຄານທຸລະກິດໃນແຕ່ລະໄລຍະເພື່ອລາຍງານຄະນະຮັບຜິດຊອບພິຈາລະນາມີຄໍາເຫັນຮ່ວມກັນ.

ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ