ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສໍາເລັດທົ່ວແຂວງ

ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສໍາເລັດທົ່ວແຂວງ

ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສໍາເລັດທົ່ວແຂວງ
ສໍາເລັດເປັນທີ່ຮຽນຮ້ອຍສຳລັບການດໍາເນີນກອງປະຊຸມໃຫຍ່ຂັ້ນເມືອງ ແລະ ນະຄອນທົ່ວແຂວງສະຫວັນນະເຂດ. ຫຼ້າສຸດແມ່ນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ IX ຊຶ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນາ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ, ໂດຍການເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ບົວສອນ ມະຫາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ; ສະຫາຍ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ຮັກສາການເລຂາຄະນະບໍລິຫານງານພັກ ນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ການນໍາເມືອງ, ຜູ້ແທນສົມບູນເຂົ້າຮ່ວມ.
ເລຂາຄະນະບລຫານງານພກແຂວງສະຫວນນະເຂດ ຊນາການດາເນນກອງປະຊມໃຫຍອງຄະນະພກເມອງສາເລດທວແຂວງ - image 1
 

ໃນກອງປະຊຸມ, ສະຫາຍ ຄໍາຜຸຍ ສີບຸນເຮືອງ ໄດ້ກ່າວເປີດກອງປະຊຸມວ່າ: ຕະຫຼອດການກະກຽມກອງປະຊຸມໃຫຍ່ຄັ້ງນີ້, ບັນດາສະຫາຍພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນນະຄອນໄກສອນພົມວິຫານ, ໄດ້ພ້ອມກັນເປັນເຈົ້າການແຂ່ງຂັນສ້າງຜົນງານປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເຂົ້າຮ່ວມໃນຂະບວນການວຽກງານຕ່າງໆເປັນເຈົ້າການໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊຸກຍູ້ສົ່ງເສີມທາງດ້ານເສດຖະກິດ ແລະ ການຜະລິດເປັນສິນຄ້າກໍຄືວຽກງານດ້ານອື່ນໆ ໂດຍສະເພາະແມ່ນການຍົກສູງຈິດໃຈເປັນເຈົ້າຂອງປະເທດຊາດ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງເປັນຂະບວນຟົດຟື້ນ.

ເລຂາຄະນະບລຫານງານພກແຂວງສະຫວນນະເຂດ ຊນາການດາເນນກອງປະຊມໃຫຍອງຄະນະພກເມອງສາເລດທວແຂວງ - image 2
 

ສະຫາຍ ບຸນສີ ຂຸນນະເສນ ຮອງເລຂາພັກ ນະຄອນໄກສອນພົມວິຫານ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກນະຄອນ ໄກສອນພົມວິຫານ ດໍາເນີນພາຍໃຕ້ຄໍາຂວັນ: ຍົກສູງບົດບາດການນໍາພາຂອງພັກ, ບູລະນະກົງຈັກການຈັດຕັ້ງໃຫ້ເຂັ້ມແຂງໜັກແໜ້ນ ສ້າງນະຄອນໄກສອນພົມວິຫານໃຫ້ມີສະພາບແວດລ້ອມ ເປັນລະບຽບຮຽບຮ້ອຍ, ສະອາດ, ສີຂຽວ, ມີຄວາມສະຫງົບປອດໄພ ແລະ ສ້າງໃຫ້ນະຄອນມີຄວາມເຂັ້ມແຂງຮອບດ້ານ”.

ສຳລັບນະຄອນໄກສອນພົມວິຫານ ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ອົບຮົມຫັດແອບສິລະປະຍຸດ-ຍຸດທະວິທີໃຫ້ແກ່ກໍາລັງຫຼວງ, ກໍາລັງກອງຫຼອນ ແລະ ປກສ ບ້ານ-ກຸ່ມບ້ານ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຊາວບ້ານລຽບຕາມຊາຍແດນລາວ-ໄທ; ດ້ານວຽກງານເສດຖະກິດ ຄະນະພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາແກ້ໄຂສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ, ສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍ ໃນລະດັບ 6.49%, ສະເລ່ຍຕໍ່ຫົວຄົນໄດ້ 31.46 ລ້ານກີບ/ຄົນ/ປີ.

ເລຂາຄະນະບລຫານງານພກແຂວງສະຫວນນະເຂດ ຊນາການດາເນນກອງປະຊມໃຫຍອງຄະນະພກເມອງສາເລດທວແຂວງ - image 3
 

ເກັບລາຍຮັບເຂົ້າງົບປະມານໄດ້ 98.59 ຕື້ກີບ, ລື່ນແຜນການ 6.86%, ການຄຸ້ມຄອງລາຍຈ່າຍຕາມແຜນ ປະຕິບັດໄດ້ 16.23 ຕື້ກີບ ເທົ່າກັບ 96.53%, ອັນພົ້ນເດັ່ນແມ່ນການປະກອບສ່ວນຂອງປະຊາຊົນ, ນັກທຸລະກິດພາກເອກະຊົນ ແລະ ທຶນ ອພສ ແຂວງ, ອພສ ນະຄອນເຂົ້າໃນການກໍ່ສ້າງ-ສ້ອມແປງເສັ້ນທາງໄດ້ 31 ເສັ້ນ ແລະ ຂົວ 3 ແຫ່ງ ລວມເປັນມູນຄ່າທັງໝົດ 62.16 ຕື້ກວ່າກີບ. ສ່ວນວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ. ຂະຫຍາຍສະມາຊິກພັກໃໝ່ໄດ້ 515 ສະຫາຍ ຍິງ 223 ສະຫາຍ, ມີສະມາຊິກພັກທັງໝົດ 2,978 ສະຫາຍ ຍິງ 1,326 ສະຫາຍ, ສະມາຊິກພັກສົມບູນ 2,767 ສະຫາຍ ຍິງ 1,238 ສະຫາຍ ແລະ ໄດ້ຮັບບັດສະມາຊິກພັກສົມບູນກວມ 97% ຂອງຈໍານວນສະມາຊິກພັກທັງໝົດ.

ໃນວາລະກອງປະຊຸມ, ສະຫາຍ ນາງ ວັນນາລີ ແກ້ວຫານາມກໍາມະການປະຈໍາພັກນະຄອນຮອງເຈົ້ານະຄອນໄກສອນ ພົມວິຫານ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IXຂອງນະຄອນໄກສອນພົມວິຫານ, ຊຶ່ງກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 26-27 ມິຖຸນາ 2025) ຈຶ່ງຈະສຳເລັດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ