![]() |
ໃນໂອກາດນີ້, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ລາຍງານສະພາບລວມກ່ຽວກັບການນຳພາ-ຊີ້ ນຳຂອງຄະນະພັກ ແລະ ອົງການປົກຄອງແຂວງ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດປະ ຈຳເຂດເລືອກຕັ້ງທີ 17 ແລະ ສະພາປະຊາຊົນແຂວງ ໃນໄລຍະຜ່ານມາ. ພ້ອມນີ້, ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຫວຽດນາມ ທີ່ຜ່ານມາໄດ້ໃຫ້ການຊ່ວຍເຫຼືອແກ່ແຂວງອັດຕະປືໃນຫຼາຍດ້ານ ໂດຍສະເພາະ ດ້ານການສຶກສາ, ການພັດທະນາບຸກຄະລາກອນ ແລະ ການສະໜອງງົບປະມານປັບປຸງວຽກງານສື່ມວນຊົນ. ນອກຈາກນັ້ນ, ຍັງໄດ້ລາຍງານເຖິງສະພາບລວມຂອງແຂວງ, ການເຕີບໂຕດ້ານເສດຖະກິດ, ການລົງທຶນຂອງວິສາຫະກິດຫວຽດນາມໃນພື້ນທີ່ ລວມທັງພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງຂອງສະພາປະຊາຊົນແຂວງ ຊຸດທີ V.
ສະຫາຍ ບຸນເຖິງ ດວງສະຫວັນ ເນັ້ນໜັກວ່າ: ການພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງສອງຝ່າຍຈະເປັນສ່ວນສຳຄັນໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ແລະ ລະຫວ່າງແຂວງອັດຕະປື-ນະຄອນດາໜັງ ເວົ້າສະເພາະ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕໍ່ໄປ.
![]() |
ຈາກນັ້ນ, ສະຫາຍ ຫງວຽນ ດຶກ ຢຸງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ ແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງຝ່າຍ ທີ່ນັບມື້ພັດ ທະນາໃນຫຼາຍຂົງເຂດ. ສະຫາຍ ເນັ້ນວ່າ: ການມາຢ້ຽມຢາມແຂວງອັດຕະປື ໃນຄັ້ງນີ້ ເປັນໂອກາດສຳຄັນໃນການສືບຕໍ່ເສີມສ້າງ ແລະ ເພີ່ມພູນສາຍພົວພັນມິດຕະພາບ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງປະເທດ ລາວ-ຫວຽດນາມ ກໍຄື ລະຫວ່າງນະຄອນດາໜັງ ແລະ ແຂວງອັດຕະປື ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ການພົບປະຄັ້ງນີ້ ເປັນອີກກ້າວສຳຄັນໃນການເສີມສ້າງການພົວພັນຮ່ວມມື ຜ່ານການປຶກສາຫາລື, ແລກປ່ຽນຄຳເຫັນ ແລະ ແລກປ່ຽນບົດຮຽນຮ່ວມກັນ ດ້ວຍບັນຍາກາດໄມຕີຈິດ ແລະ ສາມັກຄີເພື່ອໃຫ້ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫຼາຍຂຶ້ນ.
ໃນໂອກາດດຽວກັນນີ້, ການນຳນະຄອນດານັງ ໄດ້ມອບທຶນຈຳນວນ 500 ລ້ານດົງ ໃຫ້ແກ່ແຂວງອັດຕະປື ເພື່ອຮ່ວມຊ່ວຍເຫຼືອປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມໃນລະດູຝົນ. (ຂ່າວ: ວິນັດ)


ຄໍາເຫັນ