ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ UNESCO, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນ ໃນຖານະເປັນສະມາຊິກອົງການບໍລິຫານຫຼັກແຫຼ່ງ, ໃນນັ້ນລວມມີຄະນະກຳມະການມໍລະດົກໂລກ. ທ່ານສະເໜີໃຫ້ UNESCO ສືບຕໍ່ສະໜັບສະໜູນ, ໃຫ້ຄຳປຶກສາເພື່ອໃຫ້ UNESCO ຮັບຮອງເອົາເອກະສານຟື້ນຟູວັງ ກິງທຽນ ຂອງມໍລະດົກໂລກພະລາດຊະວັງທັງລອງ ໄວທີ່ສຸດເທົ່າທີ່ຈະໄວໄດ້; ໜູນຊ່ວຍການສ້າງສຳເນົາເອກະສານສະເໜີຂໍໃຫ້ເຂດປູສະນີຍະສະຖານ ໂກລວາ ເປັນມໍລະດົກໂລກ.
ສ່ວນທ່ານ ລາຊາເຣ ອີລຸນດູ ແອັສໂຊໂມ ຢືນຢັນວ່າ: ຈະຮ່ວມເດີນທາງ, ສະໜັບສະໜູນ ແລະ ໃຫ້ຄຳປຶກສາດ້ານວິຊາສະເພາະຂອງ UNESCO ໃຫ້ແກ່ ຫວຽດນາມ ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກ. ໃນຖານະຕຳແໜ່ງຂອງຕົນ, ທ່ານໃຫ້ຄຳໝັ້ນສັນຍາຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ຫວຽດນາມ ຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ 8 ເຂດມໍລະດົກໂລກຂອງ ຫວຽດນາມ.
ຄໍາເຫັນ