ເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກຳປູເຈຍ

ເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກຳປູເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ປຣາກ ໂສຄອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ກຳປູເຈຍ (CPP) ທີ່ປຶກສາຂັ້ນສູງສຸດຂອງກະສັດ ກຳປູເຈຍ.

ໃນການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ໄດ້ຊົມເຊີຍກຳປູເຈຍ ທີ່ຈັດການເລືອກຕັ້ງສະພາແຫ່ງຊາດຢ່າງສຳເລັດຜົນ, CPP ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ, ໄດ້ສ້າງຕັ້ງສະພາແຫ່ງຊາດ, ສ້າງຕັ້ງລັດຖະບານຊຸດໃໝ່ ແລະ ມອບໂອນສິດໃຫ້ການນຳຮຸ່ນໃໝ່. ທ່ານ ຫງວຽນຝູຈ້ອງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍສະໜັບສະໜູນກິດຈະການສ້າງສາ ແລະ ພັດທະນາ ກຳປູເຈຍ. ໃນໄລຍະຈະມາເຖິງ, ທ່ານ ຫງວຽນຝູຈ້ອງ ສະເໜີໃຫ້ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ຖືການພົວພັນດ້ານການເມືອງເປັນແກ່ນສານກຳນົດທິດສັງລວມໃຫ້ການພົວພັນລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືໃນວຽກງານການຕ່າງປະເທດ; ສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ການສຶກສາ.

ທ່ານ ປຣາກ ໂສຄອນ ຢືນຢັນວ່າ: ກຳປູເຈຍ ຈະສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ ແລະ ຂໍ້ສະຫຼຸບລະຫວ່າງບັນດາການນຳຂັ້ນສູງຂອງ 2 ພັກ ແລະ 2 ປະເທດໃຫ້ບັນລຸປະສິດທິຜົນ; ພ້ອມທັງເນັ້ນໜັກວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍຕາມ, ທ່ານກໍຈະເຮັດຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນລະຫວ່າງ ກຳປູເຈຍ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ຈະນຳໃຊ້ນ້ຳມັນແອັດຊັງ E5 ໃນເຄິ່ງທີ່ສອງຂອງປີ 2026

ອິນໂດເນເຊຍ ຈະນຳໃຊ້ນ້ຳມັນແອັດຊັງ E5 ໃນເຄິ່ງທີ່ສອງຂອງປີ 2026

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອານີຍາ ລິສເຕຍນີ ດາວີ ຜູ້ອຳນວຍການໃຫຍ່ດ້ານພະລັງງານ ໃໝ່, ພະລັງງານໝູນວຽນ ແລະ ການອະນຸລັກພະລັງງານ ກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍ ຈະກຳນົດໃຫ້ມີການປະສົມໄບໂອເອທານອນ 5% ໃນນໍ້າມັນແອັດຊັງ ຫຼື ທີ່ຮູ້ຈັກກັນໃນນາມ E5 ນັບແຕ່ເຄິ່ງຫຼັງຂອງປີ 2026 ເປັນຕົ້ນໄປ ເພື່ອຂະຫຍາຍການຄຸ້ມຄອງພະລັງງານໝູນວຽນ ແລະ ເສີມສ້າງຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
OPEC+ ອະນຸມັດການເພີ່ມໂຄຕ້າການຜະລິດນ້ຳມັນ ຄັ້ງທີ 4

OPEC+ ອະນຸມັດການເພີ່ມໂຄຕ້າການຜະລິດນ້ຳມັນ ຄັ້ງທີ 4

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມິຖຸນາ ຜ່ານມາວ່າ: ກຸ່ມ OPEC+ ໄດ້ຕົກລົງທີ່ຈະເພີ່ມເປົ້າໝາຍການຜະລິດນ້ຳມັນດິບເປັນຄັ້ງທີ 4 ນັບຕັ້ງແຕ່ສົງຄາມໃນອີຣານເກີດຂຶ້ນ ຊຶ່ງສົ່ງຜົນໃຫ້ຊ່ອງແຄບຮໍມຸສຖືກປິດ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຕະຫຼາດພະລັງງານທົ່ວໂລກ.
ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ

ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 8 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງພຽງຢາງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ.
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ກໍາປູ​ເຈຍ ​ສະ​ໜັບ​ສະ​ໜູນ​ການ​ເຊື່ອມຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ກໍາປູ​ເຈຍ ​ສະ​ໜັບ​ສະ​ໜູນ​ການ​ເຊື່ອມຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 8 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ ​ປ​ະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ທີ່ພວມ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ ນີ້.
ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ພາກ​​ໃຕ້​ຂອງ​ຟີ​ລິບ​ປິນ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ

ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ່​ພາກ​​ໃຕ້​ຂອງ​ຟີ​ລິບ​ປິນ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 9 ມິ​ຖຸ​ນາ​ນີ້, ພາກ​ສ່ວນ​ກູ້​ໄພ​ຂອງ​ຟິ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ, ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ​ໃນ​ວັນ​ທີ 8 ມິ​ຖຸ​ນາ ຜ່ານມາ ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 37 ຄົນ, ບາດ​ເຈັບ​ຮ້ອຍກວ່າ​ຄົນ.
ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ມິຖຸນາ ຜ່ານມາວ່າ: ກະຊວງອຸດສາຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໃຫ້​ຮູ້ວ່າ, ໃນ 4 ເດືອນຕົ້ນປີນີ້, ລາຍຮັບຈາກທຸລະກິດຊັອຟແວຂອງ​ຈີນ​ໄດ້​ບັນ​ລຸ 4,668 ຕື້ 600 ລ້ານຢວນ, ເພີ່ມຂຶ້ນ 10.9% ເມື່ອທຽບໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 6 ມິ​ຖຸ​ນາ ຜ່ານມາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຢັ້ງ​ຢືນວ່າມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດອີໂບລາ ​ທີ່​ພວມລະບາດ​ຢູ່ອາ​ຟຣິກາ​ກາງ, ເຮັດ​ໃຫ້​ເກີດ​ມີ​ຄວາມ​ວິ​ຕົກ​ກັງ​ວົນກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຂອງ​ພະຍາດ​ນີ້.
ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ຂ່າວຕ່າງປະເທດລາຍງານວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍໃນວັນທີ 7 ມິຖຸນາວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກທັງໝົດ 305,821 ໂຕນ ໃນໄລຍະ 2 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ຜ່ານມາ.
ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ໄດ້ປະກາດວ່າ, ທັງສອງປະເທດໄດ້ບັນລຸຂໍ້ຕົກລົງ ສ້າງຕັ້ງການຮ່ວມມືມູນຄ່າ 1 ຕື້ໂດລາ ເພື່ອເລັ່ງການພັດທະນາເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນ ທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI).
ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ຂ່າວຕ່າງປະເທດລາຍງານ ໃນວັນທີ 4​ ມິຖຸນາ ຜ່ານມາວ່າ: ລັດຖະບານອິນເດຍໄດ້ປະກາດໂຄງການສອງປີເພື່ອເລັ່ງການຫັນປ່ຽນໄປສູ່ເຕັກໂນໂລຊີການຂົນສົ່ງທີ່ສະອາດ, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກຍານພາຫະນະໃນນະຄອນຫຼວງນິວເດລີ.
ເພີ່ມເຕີມ