ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ໃນຕອນບ່າຍຂອງວັນທີ 11 ມັງກອນ 2023 ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.​

ໃນຕອນບ່າຍຂອງວັນທີ 11 ມັງກອນ 2023 ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບຂອງສອງປະເທດ ລາວ-ຫວຽດນາມ ໄດ້ສືບຕໍ່ມີຄວາມໜັກແໜ້ນ, ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ທີ່ບັນດາບັນພະບູລຸດຂອງສອງປະເທດໄດ້ສ້າງໄວ້. ໃນປີຜ່ານມາ, ສອງພັກ, ສອງລັດ ພວກເຮົາໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນ, ມີເນື້ອໃນເລິກເຊິ່ງ ແລະ ແທດເໝາະກັບສະພາບການຕົວຈິງຂອງສອງປະເທດ; ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ກໍຄື ການເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຊຶ່ງສອງຝ່າຍ ໄດ້ຢືນຢັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ບັນດາຂໍ້ຕົກລົງຂອງສອງລັດຖະບານ ກໍຄື ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາສາຍພົວພັນພິເສດທີ່ຫາຍາກ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ໂດຍສະເພາະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ສຶກສາ, ການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ, ສົມຄູ່ກັບການພົວພັນທີ່ດີທາງດ້ານການເມືອງ; ພ້ອມທັງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງກອງປະຊຸມລະຫວ່າງສອງກົມການເມືອງ ລາວ-ຫວຽດນາມ ໃນທ້າຍເດືອນທັນວາ 2022 ຜ່ານມາ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ, ບັນດາສະຫາຍການນໍາຂັ້ນສູງ ແລະ ອະດີດການນໍາ ພັກ, ລັດ ສສ ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາອັນສະຫຼາດສ່ອງໃສ, ຖືກຕ້ອງ ແລະ ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ ກໍຄື ການຄຸ້ມຄອງບໍລິຫານປະເທດຢ່າງມີປະສິດທິຜົນຂອງລັດຖະບານ ຫວຽດນາມ ເຖິງວ່າສະພາບການພາກພື້ນ ແລະ ໃນໂລກ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍັງສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ, ມີສະຖຽນລະພາບທາງການເມືອງໜັກ ແໜ້ນ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ, ອິດທິພົນຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ໃນໂລກ. ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ປະຊາຊົນລາວ ຕະຫຼອດມາ.

ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມພາກພູມໃຈ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຊຶ່ງ ເປັນການຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດພາຍຫຼັງຮັບຕຳແໜ່ງນາຍົກລັດຖະມົນຕີ ແລະ ເປັນຄະນະຜູ້ແທນຂັ້ນສູງທຳອິດຂອງຕ່າງປະເທດມາຢ້ຽມຢາມລາວ ໃນປີ 2023, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ນອກຈາກຢ້ຽມຢາມຢ່າງເປັນທາງການແລ້ວ ຍັງໄດ້ເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ອັນມີຄວາມໝາຍຄວາມສໍາຄັນຂອງສອງປະເທດ, ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ເພື່ອຕິດຕາມການຜັນຂະຫຍາຍບັນດາໜ້າວຽກທີ່ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໄດ້ຕົກລົງຮ່ວມກັນໃນທ້າຍປີ 2022 ຜ່ານມາ, ທັງຍັງເປັນການສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນປີໃໝ່ ຈາກການນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງ ການນໍາຂັ້ນສູງຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ.

ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຟ້າມ ມິງ ຈິງ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນຫຼາຍບັນຫາ, ໂດຍສະເພາະ ກ່ຽວກັບ ການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການແລກປ່ຽນບົດຮຽນທາງດ້ານວຽກສາຍພັກ, ການຮ່ວມມືທີ່ມີປະສິດທິຜົນທາງດ້ານສາຍລັດ ແລະ ການປະຕິບັດແຜນການຮ່ວມມື ແລະ ໂຄງການຕ່າງໆໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ສືບຕໍ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການພັດທະນາເສດຖະກິດໃຫ້ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ. ສອງຝ່າຍໄດ້ຢືນຢັນຄືນເຖິງ ນະໂຍບາຍອັນສະເໝີຕົ້ນສະເໝີປາຍ ແລະ ຄວາມໝາຍໝັ້ນທີ່ຈະສືບຕໍ່ພ້ອມກັນອອກແຮງ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມບັນດາອະດີດການນໍາຂັ້ນສູງຂອງ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແລະ ສະຫາຍ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

ຂ່າວ: ກະຊວງການຕ່າງປະເທດ

ความรู้สึกทั้งหมด

7070

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ