ລ້ຽງປາຂາຍ ສ້າງລາຍຮັບ

ລ້ຽງປາຂາຍ ສ້າງລາຍຮັບໄດ້ 800 ລ້ານກ່ວາກີບຕໍ່ປີ

ລ້ຽງປາຂາຍ ສ້າງລາຍຮັບໄດ້ 800 ລ້ານກ່ວາກີບຕໍ່ປີ
ໂດຍ: ສົມພອນ ຂຸນດາວົງ ທ່ານ ຕີງຊັງ ໄດ້ເລົ່າໃຫ້ຟັງເມື່ອບໍ່ດົນມານີ້ວ່າ: ຄອບຄົວ ຂ້າພະເຈົ້າໃນເມື່ອກ່ອນໄດ້ມີຖີ່ນຖານຢູ່ທີ່ແຂວງຜົ້ງສາລີ ແລະ ໄດ້ຍົກຍ້າຍມາຢູ່ແຂວງຫຼວງນໍ້າທາໃນປີ 1994,

ທ່ານ ຕີງຊັງ ກໍເປັນຜູ້ໜື່ງທີ່ມີຄວາມສົນໃຈ ແລະ ຮັກມັກໃນອາຊີບລ້ຽງປາມາແຕ່ຕອນຍັງນ້ອຍ ແລະ ອີກຢ່າງໜື່ງທີ່ເປັນແຮງຈູງໃຈພາໃຫ້ຫັນມາລ້ຽງປາຂາຍກໍເພາະວ່າມີເງື່ອນໄຂທີ່ອໍານວຍຄວາມສະດວກຫຼາຍຢ່າງ ແລະ ອີກຢ່າງໜື່ງບວກກັບປະສົບການທີ່ເຄີຍເປັນຄົນລ້ຽງປາໃຫ້ກັບພໍ່ຄ້າຄົນຈີນມາກ່ອນ. ປັດຈຸບັນຄອບຄົວຂອງທ່ານ ຕີງຊັງ ຢູ່ບ້ານວຽງຄໍາ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄອບຄົວມີທັງໝົດ 5 ຄົນ, ລູກ 3 ຄົນ, ໄດ້ລົງທືນລ້ຽງປາຂາຍມາແຕ່ປີ 2006-2007. ໃນເບື້ອງຕົ້ນໄດ້ນໍາໃຊ້ທືນກູ້ຢືມຈາກທະນາຄານຈໍານວນ 20 ລ້ານກວ່າກີບ, ໄດ້ລ້ຽງປາ 2 ໜອງ, ຊຶ່ງແນວພັນປາແມ່ນໄດ້ນໍາເຂົ້າມາຈາກ ສປ ຈີນ, ຊື້ປານ້ອຍມາລ້ຽງລາຄາ 700 ກີບຕໍ່ໂຕ. ເລີ່ມລ້ຽງປາເບຶ້ອງຕົ້ນເຮັດນ້ອຍແບບຄອບຄົວ. ປາທີ່ນໍາມາລ້ຽງມີປານີນ ແລະ ປາດຸກ, ໂດຍໄດ້ຈໍາໜ່າຍຂາຍທີ່ຕະຫຼາດຂອງແຂວງໄດ້ 40-50 ກິໂລຕໍ່ມື້, 2-3 ໂຕ່ນຕໍ່ປີ ສ້າງລາຍຮັບໄດ້ 300-400 ລ້ານກີບຕໍ່ປີ, ເຫັນວ່າການຂາຍປາແມ່ນໄດ້ຂາຍດີ ມີກໍາໄລເຮັດໃຫ້ຄອບຄົວມີລາຍຮັບຊີວິດການເປັນຢູ່ກໍນັບມື້ດີຂຶ້ນ ແລະ ເປັນທີ່ຕ້ອງການຂອງແມ່ຄ້າໃນຕະຫຼາດ ແລະ ຜູ້ບໍລິໂພກໄດ້ມີຈໍານວນຫຼາຍຂຶ້ນ. ດັ່ງນັ້ນ, ເພີ່ນຈິ່ງໄດ້ຕັດສີນໃຈຂະຫຍາຍເນື້ອທີ່ຂອງການລ້ຽງປາອອກຕື່ມ ແລະ ລ້ຽງປາຫຼາຍຂຶ້ນເພື່ອຕອບສະໜອງໃຫ້ພຽງພໍຕໍ່ຜູ້ບໍລິໂພກ.

ປີ 2015 ມາຮອດປັດຈຸບັນ ເພີ່ນມີໜອງປາທັງໝົດ 20 ກ່ວາໜອງ, ມີເນື້ອທີ່ 7,000 ຕາແມັດ, ມີໜອງອານຸບານປາ ແລະ ໜອງປາໃຫຍ່ເພື່ອຂາຍ, ປາທີ່ນໍາມາປ່ອຍ ມີປານິນ, ປາດຸກ, ປາກີນຫຍ້າ ແລະ ປ່າເກັດແລບ, ໃນ 1 ປີເພິ່ນໄດ້ນໍາໃຊ້ທືນເຂົ້າໃນການລ້ຽງປາປະມານ 3 ຕື້ກວ່າກີບ, ລາຍຮັບຈາກການຂາຍປາໄດ້ 4 ຕື້ກວ່າກີບ ຕໍ່ປີ. ສ່ວນກໍາໄລໄດ້ 800 ລ້ານກີບຕໍ່ປີ ຊຶ່ງໄດ້ຈໍາໜ່າຍສົ່ງຂາຍຢູ່ຕະຫຼາດອຸດສາຫະກໍາແຂວງ ແລະ ແມ່ຄ້າຈາກຕ່າງເມືອງ ມາຮັບຊື້ໄປຂາຍຕໍ່, ສ່ວນລາຄາປາທີ່ຂາຍສົ່ງໃນຕະຫຼາດ: ປານີນ 42 ພັນກີບຕໍ່ໂລ, ປາດຸກ 40 ພັນກີບຕໍ່ໂລ ແລະ ປາກີນຫຍ້າ 70 ພັນກີບຕໍ່ໂລ, ຂາຍປາໄດ້ 300–400 ກິໂລຕໍ່ວັນ, ມີປາປະມານ 70-80 ໂຕ່ນຕໍ່ປີ.

ທ່ານ ຕີງຊັງ ຍັງໃຫ້ຮູ້ຕື່ມວ່າ : ການບົວລະບັດຮັກສາປາທີ່ລ້ຽງ ແມ່ນມີຄວາມສໍາຄັນ ຕ້ອງໄດ້ເອົາໃຈໃສ່ເປັນຕົ້ນ: ນໍ້າໃນໜອງຕ້ອງໃຫ້ມີຄວາມສະອາດ ໝັ້ນປ່ຽນນໍ້າ, ປະລິມານນໍ້າມີ 3 ສ່ວນໃຫ້ປ່ອຍອອກ 2 ສ່ວນ ຈົ່ງໄວ້ສ່ວນ 1, ປ່ອຍ ຫຼື ປ່ຽນນໍ້າ ເດືອນ 1 ປ່ຽນເທື່ອໜື່ງ. ຖ້າບໍ່ປ່ອຍນໍ້າຈະເຮັດໃຫ້ນໍ້າເປື້ອນ ແລະ ເໝັນຈະເຮັດໃຫ້ປາບໍ່ໃຫຍ່, ຕາມຫຼັກການລ້ຽງ ຫຼື ປ່ອຍປາແມ່ນໃຫ້ປ່ອຍ ໃນເນື້ອທີ 1 ແມັດກະເລ ຕໍ່ປາ 2-4 ໂຕ, ຖ້າໃສ່ປາຫຼາຍເກີນຈໍານວນຈະບໍ່ໄດ້ຜົນ (ປາຈະບໍ່ໃຫຍ່ຕາມເຕັກນິກ) ເຮັດໃຫ້ປາຂາດອົກຊີ, ສໍາລັບການໃຫ້ຫົວອາຫານແມ່ນ 1 ໂຕ່ນຕໍ່ປາ 800 ໂລ (ເກືອເຊົ້າແລງ), ການລ້ຽງປາໃຊ້ເວລາ 200 ວັນ ຈຶ່ງນໍາປາອອກຂາຍໄດ້.

ຄຽງຄູ່ກັບການລ້ຽງປາ ຄອບຄົວຂອງທ່ານ ຕີງຊັງ ຍັງໄດ້ປູກຢາງພາລາ 2 ພັນຕົ້ນ, ສ້າງລາຍຮັບຈາກການຂາຍນໍ້າຢາງພາລາໄດ້ 100 ລ້ານກວ່າກີບ, ພ້ອມນີ້ຍັງໄດ້ເຮັດທຸລະກິດຕັ້ງເຕົາຂ້າສັດປະເພດໝູ ແລະ ງົວ, ຄວາຍ ສ້າງລາຍຮັບໄດ້ 180 ລ້ານກີບຕໍ່ປີ ລວມລາຍຮັບທັງໝົດປະມານ 980 ລ້ານກີບຕໍ່ປີ, ຈາກຜົນງານ ແລະ ຜົນສໍາເລັດຕົວຈິ່ງເຮັດໃຫ້ຄອບຄົວຂອງທ່ານ ຕີງຊາງໄດ້ຮັບໃບຢັ້ງຢືນກາຍເປັນ ຄອບຄົວຕົວແບບຂອງແຂວງຫຼວງນໍ້າທາໃນປີ 2008 .

ຄໍາເຫັນ

ຂ່າວເສດຖະກິດ

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເພີ່ມເຕີມ