ລມຕ ອຄ ມີຄໍາເຫັນຕໍ່ກອງປະຊຸມເຜີຍແຜ່ນິຕິກໍາຂອງຄະນະສະເພາະກິດ 19/ກມສພ ຢູ່ແຂວງຄໍາມ່ວນ

ລມຕ ອຄ ມີຄໍາເຫັນຕໍ່ກອງປະຊຸມເຜີຍແຜ່ນິຕິກໍາຂອງຄະນະສະເພາະກິດ 19/ກມສພ ຢູ່ແຂວງຄໍາມ່ວນ
ໃນໂອກາດທີ່ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະສະເພາະກິດ 19/ກມສພ ເປັນປະທານກອງປະຊຸມເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດຕາມມະຕິຕົກລົງເລກທີ 19/ກມສພ ວ່າດ້ວຍມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ແກ່ອົງການປົກຄອງແຂວງຄຳມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ທີ່ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ ນີ້ ທີ່ສະໂມສອນຂອງແຂວງຄໍາມ່ວນ; ທ່ານ ມະໄລທອງ ກົມມະສິດ ໄດ້ມີຄໍາເຫັນບາງບັນຫາສໍາຄັນຕົ້ນຕໍຄື: 1. ຄະນະພັກ-ຄະນະນຳ ຂອງແຂວງທຸກຂັ້ນ, ທຸກຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມນີ້ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ພ້ອມກັນເຊື່ອມຊຶມ ແລະ ເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ຂອງລັດຖະບານ ກໍຄື ຂອງຄະນະສະເພາະກິດ ຕາມມະຕິຕົກລົງເລກທີ 19/ກມສພ ໃຫ້ທົ່ວເຖິງ, ກວມທຸກກຸ່ມເປົ້າໝາຍ, ໃຫ້ເຂົາເຈົ້າໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການແກ້ໄຂບັນຫາເສດຖະກິດ ເພື່ອພ້ອມກັນຜ່ານຜ່າໄລຍະຫຍຸ້ງຍາກນີ້; 2.ຕໍ່ກັບມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແມ່ນໃຫ້ກໍານົດມາດຕະການແກ້ໄຂອອກເປັນປະຈໍາວັນ, ປະຈໍາອາທິດ ແລະ ປະຈໍາເດືອນ ໃຫ້ມີຄວາມວ່ອງໄວ ດ້ວຍການສຸມໃສ່ແກ້ໄຂການຄ້າຂາຍບໍ່ສອດຄ່ອງ; ການຄ້ານອກລະບົບທຸກຮູບແບບໄປຄຽງຄູ່ກັບການຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາດໍາລົງຊີວິດ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ເຂົ້າສູ່ ລະບຽບ-ກົດໝາຍ. ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກ, ງ່າຍດາຍ, ໂປ່ງໃສ ກໍຄືການຫຼຸດຜ່ອນຂັ້ນຂອດທີ່ບໍ່ຈໍາເປັນ. ພ້ອມນັ້ນ, ກໍໃຫ້ບຸກທະລຸ ແກ້ໄຂລະບອບ-ລະບຽບ ແລະ ຂັ້ນຂອດບໍລິການ ທີ່ເປັນການກົດໜ່ວງທ່ວງດຶງ, ຄຸ້ມຄອງການເຄື່ອນໄຫວທາງການເງິນຂອງທະນາຄານທຸລະກິດ, ສຸມໃສ່ແກ້ໄຂບັນຫາການແລກປ່ຽນເງິນຕານອກລະບົບຮັບປະກັນບໍ່ໃຫ້ມີການປັ່ນປ່ວນເສດຖະກິດ ພ້ອມທັງນໍາໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ລະເມີດກົດ ໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບບໍ່ຊອບທໍາ. ການນໍາເຂົ້າ-ສົ່ງອອກ ຕ້ອງຊໍາລະຜ່ານລະບົບທະນາຄານ, ຂຶ້ນທະບຽນ ແລະ ຄຸ້ມຄອງຜູ້ນໍາເຂົ້າ-ສົ່ງອອກ, ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ແລະ ບັນຫາອື່ນໆ. 3. ໃຫ້ອີງໃສ່ແຜນວຽກ ແລະ ໜ້າທີ່ລວມຂອງຄະນະສະເພາະກິດ 19/ກມສພ ເພື່ອເປັນພື້ນຖານ ໃນການຈັດແບ່ງວຽກຈຸດສຸມຢູ່ຂັ້ນທ້ອງຖິ່ນ, ແຕ່ລະໜ້າວຽກຈຸດສຸມ ຕ້ອງໄດ້ຜັນຂະຫຍາຍໃຫ້ມີຄວາມລະອຽດຊັດເຈນ, ມີຄາດໝາຍດ້ານເວລາ, ກໍານົດຂອບເຂດຄວາມຮັບຜິດຊອບ ຕາມພາລະບົດບາດໃນຂະແໜງການຢູ່ທ້ອງຖິ່ນຂອງຕົນ; 4. ຕໍ່ກັບການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ບັນດາຂະແໜງການກ່ຽວຂ້ອງ ກໍຕ້ອງໄດ້ອອກນິຕິກໍາໃຫ້ໄວ ສົມທົບກັບອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າກໍານົດເຂດຈຸດສຸມການຜະລິດ, ປະເພດ ແລະ ກຳນົດເປົ້າໝາຍເພື່ອສົ່ງເສີມ, ສຸມໃສ່ຜະລິດຕະພັນທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ທີ່ສາມາດແຂ່ງຂັນ ໄດ້ທັງປະລິມານ ແລະ ຄຸນນະພາບ; 6. ໃຫ້ແຂວງ ເອົາໃຈໃສ່ຕໍ່ການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ໃນທ້າຍປີທີ່ຍັງເຫຼືອ ໃຫ້ບັນລຸຕາມແຜນການທີ່ກໍານົດ ແລະ ແຜນຮັບຮອງຈາກສູນກາງ; 7. ເພື່ອຜັນຂະຫຍາຍຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ກວດກາ ແຕ່ຂອດການນໍາເຂົ້າສິນຄ້າ ຈົນຮອດການຈໍລະຈອນຢູ່ພາຍໃນ ເພື່ອແກ້ໄຂສະພາບການຄ້ານອກລະບົບ; ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນ, ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ເຂັ້ມງວດການປະຕິບັດວິໄນຕໍ່ພະນັກງານ ແລະ ເຈົ້າໜ້າທີ່ສວຍໃຊ້ໜ້າທີ່ອຳນວຍຄວາມສະດວກໃນການດຳເນີນການແລກປ່ຽນເງິນແບບຜິດກົດໝາຍ; 8. ເອົາໃຈໃສ່ການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 98/ຫສນຍ, ລົງວັນທີ 24 ກໍລະກົດ 2023 ວ່າດ້ວຍການຜັນຂະຫຍາຍທິດຊີ້ນໍາ ກ່ຽວກັບການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍ ຢ່າງເຂັ້ມງວດ.
(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ