​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ
ຫວ່າງມໍ່ໆມານີ້, ການປະທະກັນລະຫວ່າງອາເມຣິກາ, ອິສຣາແອນ ແລະ ອີຣານ ໄດ້ຮຸນແຮງຂຶ້ນ, ເຮັດໃຫ້ທ່າກໍາປັ່ນຢຸດຕິໃຫ້ການບໍລິການ, ກໍາປັ່ນຂົນສົ່ງນໍ້າມັນຈໍາເປັນຕ້ອງປ່ຽນເສັ້ນທາງການຂົນສົ່ງ ແລະ ລາຄາຂົນສົ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ. ການປະທັນກັນທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງຄັ້ງນີ້ພວມກັດເຊາະ ຫຼື ທໍາລາຍຂອບເຂດດ້ານພູມສາດຢ່າງວ່ອງໄວ, ເຮັດໃຫ້ແຕ່ລະປະເທດ ກໍຄື ແຕ່ລະຄອບຄົວລ້ວນແຕ່ກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກຕົ້ນທຶນຂອງສົງຄາມ, ໃນທີ່ສຸດກໍກາຍເປັນຕົ້ນທຶນຊີວິດການເປັນຢູ່ຂອງສາມັນຊົນ.
​ໂລກບຄວນກາຍເປນຜຮບພາລະຄາໃຊຈາຍຈາກແປວ​ໄຟ​ສງ​ຄາມທເກດຂນຢພາກພນຕາເວນອອກກາງ - image 1
 

 

ພາກພື້ນຕາເວັນອອກກາງເປັນສູນກາງດ້ານການຈໍລະຈອນ ແລະ ຂົນສົ່ງພະລັງງານທີ່ສໍາຄັນຂອງໂລກ. ການຄ້າດ້ານການຂົນສົ່ງນໍ້າມັນເຊື້ອໄຟທາງທະເລຂອງໂລກມີເກືອບ ⅓ ໄດ້ຜ່ານຊ່ອງແຄບຮໍມຸສ, ຂະນະທີ່ທະເລແດງ-ຄອງຊູແອດ ເປັນຊ່ອງທາງຂົນສົ່ງທີ່ກວມເອົາປະລິມານການຂົນສົ່ງຕູ້ສິນຄ້າປະມານ ⅓ ແລະ ຊ່ອງທາງຂົນສົ່ງພະລັງງານຢ່າງຫຼວງຫຼາຍຂອງທົ່ວໂລກ. ຫຼັງຈາກການປະທະກັນຮຸນແຮງຂຶ້ນ, ເຮັດໃຫ້ປະລິມານການເດີນເຮືອຕາມເສັ້ນທາງເດີນເຮືອຫຼຸດລົງຢ່າງກະທັນຫັນ, ອັດຕາປະກັນໄພຂອງກໍາປັ່ນຂົນສົ່ງນໍ້າມັນເພີ່ມຂຶ້ນຢ່າງຫຼວງຫຼາຍ, ຄ່າເຊົ່າກໍາປັ່ນຂົນສົ່ງນໍ້າມັນຂະໜາດໃຫຍ່ພິເສດຕໍ່ມື້ຈາກຫຼາຍໝື່ນໂດລາໃນເມື່ອກ່ອນເພີ່ມຂຶ້ນເປັນຫຼາຍແສນໂດລາໃນປັດຈຸບັນຢ່າງວ່ອງໄວ. ລາຄານ້ຳມັນດິບເບຣນລອນດອນເກີດຄວາມປັ່ນປ່ວນຢ່າງຮຸນແຮງໂດຍເພີ່ມຂຶ້ນຮອດເກືອບ 120 ໂດລາຕໍ່ບາເຣວ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດພະລັງງານທົ່ວໂລກ.

​ໂລກບຄວນກາຍເປນຜຮບພາລະຄາໃຊຈາຍຈາກແປວ​ໄຟ​ສງ​ຄາມທເກດຂນຢພາກພນຕາເວນອອກກາງ - image 2
 

ຄ່າຕອບແທນໂດຍກົງທີ່ມາຈາກແປວໄຟສົງຄາມຄື: ຄວາມກົດດັນຈາກໄພເງິນເຟີ້ໄດ້ແຜ່ລາມໄປເຖິງທົ່ວທຸກມຸມໂລກ. ນັກວິເຄາະຊີ້ໃຫ້ເຫັນວ່າ: ລາຄານໍ້າມັນເພີ່ມຂຶ້ນແຕ່ລະ 10 ໂດລາຕໍ່ບາເຣວໃດ ຈະເຮັດໃຫ້ດັດຊະນີລາຄາບໍລິໂພກ ຫຼື CPI ຂອງໂລກເພີ່ມຂຶ້ນ 0.3%-0.7%. ການທີ່ລາຄານໍ້າມັນເພີ່ມຂຶ້ນໄດ້ເຮັດໃຫ້ຕົ້ນທຶນການຜະລິດ ແລະ ຄ່າຄອງຊີບຂອງປະຊາຊົນໃນປະເທດຕ່າງໆເພີ່ມຂຶ້ນ, ໝາຍຄວາມວ່າ: ນໍ້າມັນແອັດຊັງ, ຄ່າໄຟຟ້າ ແລະ ຄ່າອາຍອຸ່ນຂອງຄອບຄົວທົ່ວໄປໄດ້ເພີ່ມຂຶ້ນຢ່າງພ້ອມພຽງກັນ, ມູນຄ່າເພີ່ມຂອງສົງຄາມໄດ້ເຂົ້າສູ່ຊີວິດປະຈໍາວັນຂອງປະຊາຊົນໂດຍກົງ. ໄພເງິນເຟີ້ຢູ່ເອີຣົບ ແລະ ອາເມຣິກາໄດ້ເພີ່ມຂຶ້ນ, ນະໂຍບາຍເງິນຕາຂອງທະນາຄານກາງຂອງປະເທດຕ່າງໆຈໍາເປັນຕ້ອງປັບປຸງ, ເຮັດໃຫ້ການຟື້ນຕົວຂອງເສດຖະກິດທີ່ບອບບາງຢູ່ແລ້ວຜະເຊີນໜ້າກັບການທົດສອບອີກເທື່ອໜຶ່ງ.

​ໂລກບຄວນກາຍເປນຜຮບພາລະຄາໃຊຈາຍຈາກແປວ​ໄຟ​ສງ​ຄາມທເກດຂນຢພາກພນຕາເວນອອກກາງ - image 3
 

ວິກິດການໄດ້ແຜ່ລາມໄປເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວເຊັ່ນດຽວກັນ. ໃນຖານະເປັນສູນກາງການສະໜອງນໍ້າມັນໃນພາກພື້ນ, ໄທໄດ້ຢຸດຕິການສົ່ງອອກນໍ້າມັນສໍາເລັດຮູບເພື່ອຮັບປະກັນການສະໜອງນໍ້າມັນພາຍໃນປະເທດ, ການປ່ຽນແປງດ້ານນະໂຍບາຍຂອງໄທໄດ້ສົ່ງຜົນກະທົບໂດຍກົງຕໍ່ລາວ, ກໍາປູເຈຍ ແລະ ມຽນມາ ທີ່ນໍາໃຊ້ນໍ້າມັນຈາກໄທເປັນສ່ວນໃຫຍ່; ປໍ້ານໍ້າມັນຢູ່ທ້ອງຖິ່ນຕ່າງໆຂອງລາວປະກົດມີສະພາບການທີ່ເຄັ່ງຕຶງດ້ານການສະໜອງນໍ້າມັນ, ປະຊາຊົນຕ້ອງໄດ້ຕື່ນເດິກລຸກເຊົ້າເພື່ອມາລຽນແຖວລໍຖ້າໃສ່ນໍ້າມັນຢ່າງອັ່ງອໍ, ລາຄານໍ້າມັນໄດ້ເພີ່ມຂຶ້ນແບບກ້າວກະໂດດ; ສາງນໍ້າມັນສໍາເລັດຮູບຂອງຫວຽດນາມໄດ້ແຈ້ງເຕືອນໄພ, ປະລິມານນໍ້າມັນຢູ່ບາງທ້ອງຖິ່ນໃຊ້ໄດ້ພຽງແຕ່ 20 ກວ່າມື້ເທົ່ານັ້ນ; ການອຸດໝູນດ້ານການເງິນຂອງອິນໂດເນເຊຍມີຄວາມກົດດັນເພີ່ມຂຶ້ນຢ່າງກະທັນຫັນ ຊຶ່ງຈໍາເປັນຕ້ອງພິຈາລະນາຫຼຸດຜ່ອນຄ່າໃຊ້ຈ່າຍສາທາລະນະຈໍານວນໜຶ່ງ. ຫຼາຍປະເທດສະມາຊິກອາຊຽນໄດ້ນໍາໃຊ້ກົນໄກສຸກເສີນດ້ານພະລັງງານໂດຍໄດ້ປ່ອຍນໍ້າມັນສໍາຮອງຍຸດທະສາດສູ່ຕະຫຼາດ ແລະ ຈໍາກັດການນໍາໃຊ້ນໍ້າມັນທີ່ບໍ່ຈໍາເປັນ, ຕ່ອງໂສ້ການສະໜອງໃນພາກພື້ນ ແລະ ຕົ້ນທຶນການເປັນຢູ່ຂອງປະຊາຊົນລ້ວນແຕ່ໄດ້ຮັບຄວາມກົດດັນ, ສະແດງໃຫ້ເຫັນວ່າ: ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ກາຍເປັນຜູ້ຮັບພາລະຄ່າຕອບແທນຈາກການປະທະກັນທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ.

ການທີ່ການຂົນສົ່ງທາງທະເລຜະເຊີນໜ້າກັບສິ່ງກີດຂວາງເຮັດໃຫ້ການຄ້າ ແລະ ຕ່ອງໂສ້ການສະໜອງທົ່ວໂລກຕ້ອງຈ່າຍຄ່າຕອບແທນອັນໜັກໜ່ວງ. ກໍາປັ່ນຂົນສົ່ງຈໍາເປັນຕ້ອງປ່ຽນເສັ້ນທາງເດີນເຮືອຜ່ານແຫຼມກູ໊ດໂຮບ, ເຮັດໃຫ້ໄລຍະການເດີນເຮືອເພີ່ມຂຶ້ນ, ຕົ້ນທຶນເພີ່ມຂຶ້ນ ແລະ ລາຄາຂົນສົ່ງຕູ້ສິນຄ້າເພີ່ມຂຶ້ນຢ່າງຫຼວງຫຼາຍ. ທ່າກໍາປັ່ນມີຄວາມແອອັດ, ກໍາລັງການຂົນສົ່ງຫົດຕົວ, ການມອບສົ່ງສິນຄ້າຖືກແກ່ຍາວເວລາ, ພ້ອມດຽວກັນນີ້, ຂະແໜງການຕ່າງໆ ເຊັ່ນ: ຂະແໜງ ການຜະລິດລົດຍົນ, ຂໍ້ມູນຂ່າວສານເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ ແລະ ອຸດສາຫະກໍາເຄມີ ເປັນຕົ້ນໄດ້ຮັບຄວາມກົດດັນ, ແຜນການຜະລິດຖືກລົບກວນ, ຕົ້ນທຶນການແຮເຄື່ອງໄວ້ໃນສາງເພີ່ມຂຶ້ນ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍໄດ້ຮັບຜົນກະທົບກ່ອນໝູ່. ການປ່ຽນແປງເສັ້ນທາງການເດີນເຮືອທຸກຄັ້ງ ແລະ ການເພີ່ມຂຶ້ນຂອງລາຄາຂົນສົ່ງທຸກຮອບ, ໃນທີ່ສຸດລ້ວນແຕ່ກາຍເປັນລາຄາສິນຄ້າທີ່ເພີ່ມຂຶ້ນ ຊຶ່ງຜູ້ບໍລິໂພກໄດ້ກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍດັ່ງກ່າວ.

ນອກນີ້, ແປວໄຟສົງຄາມຍັງໄດ້ສົ່ງຜົນກະທົບຕໍ່ການເງິນ ແລະ ສະຫວັດດີການສາທາລະນະຂອງໂລກເກີນຂອບເຂດ. ເພື່ອເຮັດໃຫ້ລາຄາພະລັງງານມີຄວາມໝັ້ນທ່ຽງ, ເອີຣົບໄດ້ກໍານົດເພດານຂອງລາຄາພະລັງງານ ແລະ ອອກເງິນອຸດໜູນແຫ່ງຊາດ, ເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນຢ່າງຕໍ່ເນື່ອງ; ປະ ເທດຕ່າງໆຈໍາເປັນຕ້ອງເພີ່ມງົບປະມານດ້ານການປ້ອງກັນປະເທດ, ເຮັດໃຫ້ການລົງທຶນດ້ານຊີວິດການເປັນຢູ່ຂອງປະຊາຊົນຖືກບີບຮັດ; ອາເມຣິກາມີຄ່າໃຊ້ຈ່າຍໂດຍກົງຫຼາຍກວ່າ 10 ຕື້ໂດລາ ເພື່ອເຂົ້າແຊກແຊງກິດຈະກໍາໃນພາກພື້ນ...ໃນທີ່ສຸດ, ຄ່າໃຊ້ຈ່າຍເຫຼົ່ານີ້ແມ່ນມາຈາກອາກອນ ແລະ ພັນທະບັດແຫ່ງຊາດ, ໝາຍຄວາມວ່າໃນດ້ານທາດແທ້ແມ່ນນໍາໃຊ້ຊັບສິນໃນອະນາຄົດຂອງປະຊາຊົນເພື່ອອັດຊ່ອງວ່າງດ້ານການເງິນທີ່ມາຈາກສົງຄາມ.

ການປະທະກັນຄັ້ງນີ້ໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ: ໃນໂລກທີ່ມີການເຊື່ອມໂຍງເຂົ້າກັນໃນລະດັບສູງ, ບໍ່ມີປະເທດໃດສາມາດຢູ່ລອດຈາກສິ່ງທ້າທາຍພຽງລໍາພັງແຕ່ຝ່າຍດຽວໄດ້. ຄໍາວ່າສັນຕິພາບຈຶ່ງແມ່ນທາງເລືອກທີ່ປະຢັັດຕົ້ນທຶນທີ່ສຸດ, ຍຸຕິທໍາທີ່ສຸດ ແລະ ສາມາດປົກປ້ອງຜົນປະໂຫຍດຂອງຄົນທົ່ວໄປທີ່ສຸດ. ຢ່າງໃດກໍຕາມ, ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວໄຟສົງຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ, ມີພຽງແຕ່ການຢຸດຕິສົງຄາມ, ສົນທະນາ ແລະ ປຶກສາຫາລືເທົ່ານັ້ນຈຶ່ງຈະສາມາດຊຸກຍູ້ຄວາມເຄັ່ງຕຶງຂອງເສດຖະກິດໂລກໃຫ້ຜ່ອນຄາຍລົງ ແລະ ເຮັດໃຫ້ພາລະດ້ານຊີວິດການເປັນຢູ່ຂອງປະຊາຊົນຜ່ອນຄາຍລົງຢ່າງແທ້ຈິງໄດ້. ພາລະຄ່າໃຊ້ຈ່າຍອັນໜັກໜ່ວງບ້ວງນີ້, ໃນທີ່ສຸດມີພຽງແຕ່ຄໍາວ່າສັນຕິພາບເທົ່ານັ້ນຈຶ່ງຈະສາມາດຊໍາລະໄດ້.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ