ໂລກ​ໄດ້​ເຫັນ​ໂອ​ກາດ​ຈາກ​ຈີນ ໃນ​ການ​ບໍ​ລິ​ໂພກ​ທີ່​ຄຶກ​ຄື້ນ​ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້

ໂລກ​ໄດ້​ເຫັນ​ໂອ​ກາດ​ຈາກ​ຈີນ ໃນ​ການ​ບໍ​ລິ​ໂພກ​ທີ່​ຄຶກ​ຄື້ນ​ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້

ໂລກ​ໄດ້​ເຫັນ​ໂອ​ກາດ​ຈາກ​ຈີນ ໃນ​ການ​ບໍ​ລິ​ໂພກ​ທີ່​ຄຶກ​ຄື້ນ​ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້
ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້, ຈີນ​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ພາຍ​ໃນ​ປ​ະ​ເທດ 314 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ເຖິງ 180,269 ຕື້ຢວນ, ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຍອດ​ປະ​ລິ​ມານ​​ການຈຳ​ໜ່າຍ​ຂອງວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ແລະ​ຮ້ານ​ກິນ​ດື່ມ​ສຳ​ຄັນ​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 6.3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕະຫຼາດ​ການ​ບໍ​ລິ​ໂພກ​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ຮອບ​ດ້ານ​ແມ່ນ​ຍ້ອນ​ຫຍັງ?

 

ທຳອິດ, ອີງຕາມໂຕເລກຂໍ້ມູນຈາກເວັບໄຊທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໄລຍະພັກວັນກຳມະກອນສາກົນປີນີ້, ຈຳນວນຜູ້ສັ່ງຈອງປີ້ເຮືອບິນຜ່ານທາງອິນເຕີເນັດໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ຈັງຫວະການເຕີບໂຕຂອງຜູ້ໂດຍສານທີ່ເປັນນັກສຶກສາແລະຜູ້ທີ່ມີອາຍຸ 60 ປີຂຶ້ນໄປແມ່ນສູງກວ່າໝູ່ ຊຶ່ງສະແດງໃຫ້ເຫັນວ່າກຸ່ມຄົນເຫຼົ່ານີ້ມີຄວາມປາຖະໜາດ້ານການບໍລິໂພກນັບມື້ນັບເພີ່ມຂຶ້ນ.

ສອງ, ລັດຖະບານຈີນໄດ້ປະຕິບັດນະໂຍບາຍຊຸກຍູ້ການບໍລິໂພກຢ່າງຕໍ່ເນື່ອງ. ຈາກກອງປະຊຸມວຽກງານເສດຖະກິດສູນກາງທີ່ຈັດຂຶ້ນໃນປີກາຍເຖິງບົດລາຍງານວຽກງານຂອງລັດຖະບານປີນີ້, ຈີນລ້ວນແຕ່ໄດ້ຈັດເອົາການເປີດກວ້າງຄວາມຕ້ອງການພາຍໃນໄວ້ຢູ່ຖານະອັນດັບໜຶ່ງ. ຄຽງຄູ່ກັບເສດຖະກິດຈີນຫັນໄປສູ່ທິດທາງພັດທະນາດ້ວຍການຂັບເຄື່ອນໂດຍການບໍລິໂພກ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດຈະຖືກຂຸດຄົ້ນອອກມາເລື້ອຍໆ.

ຕະຫຼາດການບໍລິໂພກຂອງຈີນມີຄວາມຄຶກຄື້ນກໍມີຜົນດີຕໍ່ໂລກເຊັ່ນດຽວກັນ. ໃນໄລຍະພັກວັນກຳມະກອນສາກົນປີນີ້, ນັກທ່ອງທ່ຽວຈີນໄດ້ເດີນທາງໄປທ່ອງທ່ຽວ 1,837 ຕົວເມືອງໃນຂອບເຂດທົ່ວໂລກ, ເພີ່ມຂຶ້ນ 400 ກວ່າຕົວເມືອງເມື່ອທຽບໃສ່ປີກາຍ. ໃນຂະນະດຽວກັນ, ພາຍໃຕ້ສະພາບການທີ່ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ຜູ້ໂດຍສານທີ່ຜ່ານຈີນເພື່ອເດີນທາງໄປປະເທດທີ 3 ແລະຍົກເວັ້ນພາສີຕໍ່ສິນຄ້າທີ່ລູກຄ້າຈະນຳອອກຈາກຈີນ, ເພື່ອນມິດສາກົນໄດ້ເດີນທາງມາທ່ອງທ່ຽວຈີນນັບມື້ນັບຫຼາຍຂຶ້ນ. ອີງຕາມໂຕເລກຂໍ້ມູນຈາກເວັບໄຊທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວທີ່ເດີນທາງມາທ່ອງທ່ຽວຈີນໃນໄລຍະພັກວັນກຳມະກອນສາກົນປີນີ້ໄດ້ເພີ່ມຂຶ້ນ 173%.

ເມື່ອທຽບໃສ່ບາງປະເທດທີ່ໄດ້ສ້າງຕັ້ງກຳແພງໃນຫຼາຍດ້ານ, ຈີນພວມເປີດປະຕູແຫ່ງການຮ່ວມມືກັນເລື້ອຍໆ ແລະສ້າງໂອກາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ແກ່ໂລກ. ໂລກສາມາດຮັບຮູ້ເຖິງສະພາບການດັ່ງກ່າວຂອງຈີນໄດ້ຢ່າງຈະແຈ້ງກວ່າເກົ່າ ຈາກໄລຍະພັກວັນກຳມະກອນສາກົນປີນີ້.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ໂຕ​ເລກ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ ຊຶ່ງ​ເທົ່າ​ທຽມ​ກັບ​ປີ 2025.
ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບ​ຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້​ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ຍົກ​ອອກ​ມາ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ​ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​ທີ່ຈະ​ຄວບ​ຄຸມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ທາງນອກ​ຂອງ​ສະ​ຫະ​ພ​າບ​ເອີ​ຣົບ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ທີ່​ອາດ​ເກີດ​ຂຶ້ນ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ສະ​ຫະ​ພາບ​ເອີ​ຣົບ​ຈະ​​ດຳ​ເນີນ​ການ​ໃນ 5 ດ້ານ ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ການ​ຄວບ​ຄຸມ​ຊາຍ​ແດນ​ທາງນອກ, ປັບ​ປຸງ​ກົນ​ໄກ​ຕິດ​ຕາມກວດກາ ແລະ ເຕືອ​ນ​ໄພ​ລ່ວງ​ໜ້າ, ລຶບ​ລ້າງ​ເຄືອ​ຂ່າຍ​​ການ​ຄ້າ​ມະ​ນຸດ ແລະ ການ​ລັກ​ລອບ​ຂົນສົ່ງ​ຄົນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜູ້​ເຂົ້າ​ເມືອງ​​ຜິດ​ກົດ​ໝາຍກັບ​ຄືນ​ປະ​ເທດ.
ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ພິ​ທີສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນ​ຍາ ຜ່ານມາ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ ແລະ ​ກ່າວ​ຄຳ​ປາ​ໄສ​.
ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳ​ບັນ​​ດ​າ​ອົງ​ການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບເຂົ້າໃນການ​ຮັກ​ສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບບັນດາປະເທດສະມາຊິກປັບ​ປຸງຄວາມສາມັກຄີ, ​ເຄົາ​ລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ເພີ່ມເຕີມ