ຫຼວງນ້ຳທາ ຝຶກອົບຮົມ ການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ຫຼວງນ້ຳທາ ຝຶກອົບຮົມ ການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ
ຊຸດຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານກົນໄກປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 24-25 ເມສາ 2024 ທີ່ແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງ ທ່ານ ຈັນທອງ ແກ້ວປະ
ເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ນາງ ຄໍາແດງ ກອງຈໍາປາ ຫົວໜ້າພະແນກພາຍໃນແຂວງ, ທ່ານ ນາງ ເຄືອວັນ ຈັນທະພູວົງ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ,ມີນັກສຳມະນາກອນຈາກພະແນກການຂອງແຂວງ, ຮອງເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການນໍາສະເໜີນິຕິກໍາ ແລະ ລະບຽບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານກົນໄກປະຕູດຽວ, ຄໍາສັ່ງ 09/ນຍ, ມະຕິ 05/ຄບສພ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດຜ່ານກົນໄກປະຕູດຽວ ຮອດປີ 2030, ທັກສະການສື່ສານ, ມາລະຍາດໃນການບໍລິການປະຊາຊົນທີ່ດີ, (ຄຸນສົມບັດ, ຈັນຍາທໍາ, ຈັນຍາບັນຂອງພະນັກງານ, ນໍາສະເໜີ ບົດບາດຂອງການນໍາພາຊີ້ນໍາລວມ, ການຊຸກຍູ້ໃຫ້ບັນດາເມືອງເປີດສູນບໍລິການຜ່ານປະຕູດຽວ, ຄວາມເປັນເອກະພາບຂອງບັນດາຂະແໜງການ, ນໍາສະເໜີບົດບາດ ແລະ ໜ້າທີ່ຂອງຫ້ອງການພາຍໃນເມືອງ ໃນການນໍາພາ-ຊີ້ນໍາວຽກງານບໍລິການຜ່ານປະຕູດຽວ, ການສະຫຼຸບລາຍງານການຕິດຕາມຊຸກຍູ້ຫ້ອງການພາຍໃນ ແລະ ບັນດາຂະແໜງການທີ່ເອົາວຽກເຂົ້າມາບໍລິການຜ່ານປະຕູດຽວ, ລວມເຖິງຄວາມເປັນເອກະພາບຂອງຂະແໜງການ, ນໍາສະເໜີ ກົນໄກຈໍລະຈອນເອກະສານ ແລະ ອໍານວຍຄວາມສະດວກເອົາເອກະສານຈາກຂະແໜງການຕ່າງໆ, ກົນໄກຈໍລະຈອນເອກະສານ ນັບແຕ່ເອກະສານເຂົ້າສູ່ບໍລິການຜ່ານປະຕູດຽວ ຈົນຮອດຂັ້ນຕອນອະນຸມັດ ແລະ ແຈ້ງໃຫ້ປະຊາຊົນມາຮັບເອົາເອກະສານ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທ້າຍເຊັ່ນ: ເອກະສານບໍ່ໄດ້ຕາມກໍານົດ ຫຼື ເອກະສານມີຄວາມຜິດພາດ ແລະ ນໍາສະເໜີວຽກງານຄຸ້ມຄອງ, ສໍາເນົາເອກະສານການຈົດບັນທຶກເອກະສານເຂົ້າ-ອອກ, ວິທີເກັບມ້ຽນໃສ່ຕູ້ເອກະສານ ແລະ ນໍາສະເໜີໃຊ້ໂປຣແກມສໍາເນົາເອກະສານຜ່ານລະບົບເອເລັກໂທຣນິກ.
ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ຮັບຜິດຊອບວຽກງານບໍລິການຜ່ານກົນໄກປະຕູດຽວຂອງແຂວງ, ເມືອງໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວ ແລະ ສາມາດໄປຈັດຕັ້ງປະຕິບັດໄດ້ຢູ່ສູນບໍລິການຜ່ານກົນໄກປະຕູດຽວ. ທັງນີ້ກໍເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການຜ່ານຈຸດບໍລິການບ່ອນດຽວ ແລະ ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະ
ຕິບັດວຽກງານການບໍລິການຜ່ານກົນໄກປະຕູດຽວ ຂອງນະຄອນຫຼວງພະບາງ ແລະ ພະແນກພາຍໃນແຂວງຫຼວງພະບາງ ຊຶ່ງເປັນແຂວງໜຶ່ງທີ່ມີປະສົບການກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານກົນໄກປະຕູດຽວ ໂດຍສະເພາະສູນບໍລິການຜ່ານກົນໄກປະຕູດຽວນະຄອນຫຼວງພະບາງ ເພື່ອສົນ
ທະນາແລກປ່ຽນບົດຮຽນ ສອບຖາມໃນຈຸດທີ່ຍັງເຮັດບໍ່ທັນໄດ້ດີ ຫຼື ພົບຄວາມຫຍຸ້ງຍາກ ແລ້ວນໍາເອົາບົດຮຽນ ແລະ ປະສົບການຂອງແຂວງຫຼວງພະບາງ ໄປໝູນໃຊ້ ເພື່ອເຮັດໃຫ້ສູນບໍລິການຜ່ານປະຕູດຽວໃຫ້ມີປະສິດທິພາບດີຂຶ້ນ.
ຂ່າວ: ນ. ອຸ້ມ ສົມນໍວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ