ຫຼວງນໍ້າທາ ຮ່ວມໃຈປົກປັກຮັກສານົກທີ່ເປັນເອກະລັກຂອງແຂວງ

ຫຼວງນໍ້າທາ ຮ່ວມໃຈປົກປັກຮັກສານົກທີ່ເປັນເອກະລັກຂອງແຂວງ
ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ສໍາພາກຕໍ່ນັກຂ່າວແຂວງເມື່ອວັນທີ 21 ກຸມພາ 2024ນີ້ວ່າ: ພາຍຫຼັງທີ່ທ່ານເຈົ້າແຂວງຫຼວງນໍ້າທາ ໄດ້ຕົກລົງຮັບຮອງເອົານົກຂວາ ເປັນສັນຍາລັກຂອງແຂວງຫຼວງນໍ້າທາ ຢ່າງເປັນທາງການໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 45/ຈຂ ລົງວັນທີ່ 9 ມັງກອນ 2024 ວ່າດ້ວຍການຮັບຮອງເອົາສັດປະເພດນົກຂວາ ເປັນສັດປະຈໍາແຂວງຫຼວງນໍ້າທາ  ແລະ ໄດ້ຮັບການມອບໝາຍໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບ ພະແນກຖະແຫຼງຂ່າວ,  ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອອກລະບຽບຄຸ້ມຄອງ, ການຂະຫຍາຍພັນ, ການອານຸລັກ ປົກປັກຮັກສາ ແລະ ວາງມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດທໍາລາຍນົກຂວາ. 
      ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຍັງໃຫ້ຮູ້ຕື່ມວ່າ: ນົກຂວາເປັນນົກປະເພດທີ່ດໍາລົງຊີວິດ ອາໄສຢູ່ຕາມທໍາມະຊາດ, ທັງຢູ່ໃນເຂດປ່າໄມ້ດົງດີບ, ປ່າສະສົມ, ປ່າໄມ້ປ່ອງ ແລະ ທົ່ງຫຍ້າ, ປັດຈຸບັນແຂວງຫຼວງນໍ້າທາ ໄດ້ມີການຈັດສັນປ່າໄມ້ອອກເປັນ 3 ປະເພດຄື: ປະເພດປ່າສະຫງວນແຫ່ງຊາດ 2 ແຫ່ງ (ນໍ້າຫ້າ ແລະ ນ້ຳການ), ປ່າສະຫງວນແຂວງ 1 ແຫ່ງ ແລະ ເມືອງ 5 ແຫ່ງ ລວມເນື້ອທີ່ 345.546 ເຮັກຕາ, ປະເພດປ່າຜະລິດແຫ່ງຊາດຈຳນວນ 2 ແຫ່ງ ມີເນື້ອທີ່ 44.799 ເຮັກຕາ ແລະ ປະເພດປ່າປ້ອງກັນແຫ່ງຊາດ 4 ແຫ່ງ, (ຂອງແຂວງ 1 ແຫ່ງ ແລະ ຂອງເມືອງ 3 ແຫ່ງ) ມີເນື້ອທີ່ 333.554 ເຮັກຕາ. ຕາມການສໍາຫຼວດຂອງຊ່ຽວຊານໃນສຸມປີ 1995- 96 ຢູ່ໃນ 3 ປະເພດປ່ານີ້ ແມ່ນພົບເຫັນນົກຂວາຫຼາຍກວ່າໝູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງໄດ້ກໍານົດເອົານົກຂວາ ເປັນເຄື່ອງໝາຍປ່າສະຫງວນແຫ່ງຊາດນໍ້າຫ້າ. ຈາກນັ້ນ, ປ່າສະຫງວນແຫ່ງຊາດນໍ້າຫ້າ ກໍໄດ້ຖືກຮັບຮອງເປັນ ມໍລະດົກອາຊຽນແຫ່ງທຳອິດຂອງ ສປປ ລາວ, ສໍາລັບປະຊາກອນຂອງນົກຂວາ ນັບແຕ່ປີ 2020 – 2022 ແມ່ນມີຈໍານວນເພີ່ມຂຶ້ນ. 
     ໃນປີ 2023 ກອງກວດກາປ່າໄມ້ແຂວງ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ, ຫ້ອງການກະສິກຳ ແລະ ປ່າໄມ້ 5 ເມືອງ ພ້ອມດ້ວຍທີມງານໄດ້ລົງກວດກາ ລາດຕະເວນຕາມຈຸດຫຼໍ່ແຫຼມ, ຕາມເສັ້ນທາງ, ຕະຫຼາດ ແລະ ຮ້ານອາຫານຕ່າງໆ, ສາມາດຍືດໄດ້ ສັດປ່າຈາກຜູ້ບຸກລຸກລ່າສັດປາ ແລະ ໄດ້ຈັດພິທີທໍາລາຍໂດຍເຊີນເອົາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂໍ້ພິຍານ. ນອກນັ້ນ, ກໍໄດ້ຕິດປ້າຍໂຄສະນາ ຫ້າມຊື້ - ຂາຍສັດປ່າ ຕາມຕະຫຼາດ ແລະ ຖະໜົນຫົນທາງ ພ້ອມທັງໄດ້ອອກແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ ເລກທີ 648/ກປຂ.ນທ, ລົງວັນທີ 31 ຕຸລາ 2023 ຫ້າມການຄ້າ-ຂາຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າປະເພດຫວງຫ້າມເພື່ອປູກຈິດສຳນືກ ໃຫ້ແກ່ຊາວຫຼວງນໍ້າທາ ຊ່ວຍກັນປົກປັກຮັກສາສັດປ່າໃຫ້ມີຄວາມຍືນຍົງ ແລະໄດ້ເພີ່ມຄວາມເອົາໃຈໃສ່ຢ່າງເຂັ້ມງວດ ໃນການຄຸ້ມຄອງສັດປ່າ ໂດຍສະເພາະແມ່ນ (ນົກຂວາ) ທີ່ເປັນສັນຍາລັກຂອງແຂວງຫຼວງນໍ້າທາ, ເດັດຂາດລຸດຜ່ອນການວາງຊື້-ຂາຍ ນົກຂວາຕາມທ້ອງຕະຫຼາດ, ຮ້ານອາຫານ, ຕາມເສັ້ນທາງ  ແລະ ຈຸດຫຼໍ່ແຫມຕ່າງໆ ພ້ອມທັງລຸດຜ່ອນການລ່າສັດປ່າໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວໂດຍການຍົກລະດັບການກວດກາລາດຕະເວນ ແລະ ບັງຄັບໃຊ້ລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ,  ພ້ອມທັງຖືເອົາການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນຂອງສັດປ່າ ແລະ ນົກຂວາ ໃຫ້ແກ່ຊາວຫຼວງນໍ້າທາໃຫ້ຮັບຊາບຢ່າງກວ້າງຂວາງ.
       ນອກນັ້ນ ກໍ່ໄດ້ມີການຕິດຕາມປະເມີນປະຊາກອນ ນົກຂວາ ເປັນໄລຍະໆ ເພື່ອຮັບປະກັນບໍ່ໃຫ້ ນົກຂວາສູນພັນຈາກແຂວງຫຼວງນໍ້າທາ ແລະ ເພື່ອຮັບປະກັນໃຫ້ມີນົກຂວາມີຄວາມຍືນຍົງ ແລະ ໄດ້ມີແຜນສົ່ງເສີມໃຫ້ ມີການລ້ຽງ ຫຼື ເພາະພັນ ນົກຂວາ ເພື່ອໃນກໍລະນີຈຳເປັນສາມາດປ່ອຍຄືນສູ່ທຳມະຊາດ, ເພື່ອສົ່ງເສີມການທ່ອງທ່ຽວຊົມນົກຂວາທີ່ສວຍງາມ.
ໂອກາດນີ້ ທ່ານ ພິມແກ້ວ ທຳລະສິນ ຍັງໄດ້ຮຽກຮ້ອງໃຫ້ຊາວຫຼວງນ້ຳທາ ແລະ ຊາວຕ່າງແຂວງ ລວມທັງຊາວຕ່າງຊາດ ຈົ່ງໃຫ້ການຮ່ວມມືໃນການ ບໍ່ຊື້-ບໍ່ຂາຍສັດປ່າ ໂດຍສະເພາະນົກຂວາ ແລະ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຕະຫຼອດຮອດພະນັກງານລັດຖະກອນ, ທະຫານ ແລະ ຕໍາຫຼວດທຸກທົ່ວໜ້າ ຍຸດຕິການລ່າສັດປ່າ, ໂດຍສະເພາະນົກຂວາ ເພື່ອໃຫ້ສັດຊະນິດດັ່ງກ່າວສາມາດແຜ່ຂະຫຍາຍປະຊາກອນໃຫ້ຫຼາຍຂຶ້ນ ແລະ ນົກຂວາສັນຍາລັກຂອງແຂວງຫຼວງນໍ້າທາ ໃຫ້ຍືນຍົງຢູ່ຄູ່ແຂວງຫຼວງນໍ້າທາຕະຫຼອດໄປ. 
(ຂ່າວ: ສົມພອນ ຂູນດາວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ