ປະກາດແຂວງຫຼວງພະບາງ ເປັນແຂວງຢຸດຕິການຖ່າຍຊະຊາຍ

ຫຼວງພະບາງ ຈະໄດ້ຮັບການປະກາດເປັນແຂວງຢຸດຕິການຖ່າຍຊະຊາຍໃນໄວໆນີ້

ຫຼວງພະບາງ ຈະໄດ້ຮັບການປະກາດເປັນແຂວງຢຸດຕິການຖ່າຍຊະຊາຍໃນໄວໆນີ້
ວັນທີ 1 ພະຈິກຜ່ານມາ, ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມ

 ປະກາດແຂວງຫຼວງພະບາງ ເປັນແຂວງຢຸດຕິການຖ່າຍຊະຊາຍວ່າ: ການຂາດຫຼັກອະນາໄມໂດຍສະເພາະແມ່ນການຖ່າຍຊະຊາຍ ຊຶ່ງມີຜົນກະທົບຕໍ່ສຸຂະພາບຂອງຊຸມຊົນ ແລະ ສັງຄົມເຊັ່ນ: ການເກີດພະຍາດຖອກທ້ອງ, ແມ່ກາຝາກ, ລ່ອຍແຫຼວ ໂປລີໂອ, ໂລກອະຫິວາ, ການຂາດສານອາຫານໃນເດັກ ແລະ ອື່ນໆ, ເນື່ອງຈາກວ່າການແຜ່ລະບາດຂອງພະຍາດທີ່ຕິດຕໍ່່ຈາກອາຈົມ ຊຶ່ງມີຜົນກະທົບຕໍ່ສຸຂະພາບ ແລະ ຊີວິດວິດການເປັນຢູ່ຂອງປະຊາຊົນ, ວິທີການເຮັດໃຫ້ຊຸມຊົນ ເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ແມ່ນຮູບການນຳພາປະຊາຊົນ ເພື່ອສ້າງຈິດສຳນຶກດ້ານສຸຂະອະນາໄມ ແລະ ຊຸມຊົນເອງເປັນເຈົ້າການ. ການຢຸດຕິການຖ່າຍຊະຊາຍ ແລ້ວຫັນມາກໍ່ສ້າງ ແລະ ຊົມໃຊ້ວິດຖ່າຍຢ່າງຖຶກຕ້ອງຕາມຫຼັກສຸຂະອະນາໄມ.

ຜ່ານມາພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ຈັດຕັ້ງປະຕິບັດກອງປະຊຸມຊີ້ແຈງ ແລະ ຜັນຂະຫຍາຍວຽກງານ ພ້ອມທັງເຊັນສັນຍາ ແລະ ຈັບມືວາງຂໍ້ແຂ່ງຂັນລະຫວ່າງເມືອງຕໍ່ເມືອງ, ຈັດກອງປະຊຸມຂັ້ນວິຊາການ, ເຜີຍແຜ່ເນື້ອໃນແຜນການ ຈັດຕັ້ງປະຕິບັດວຽກງານ ໃຫ້ທົ່ວເຖິງແຕ່ລະບ້ານ, ໄດ້ຈັດຕັ້ງຄະນະກຳມະການ ຮັບຜິດຊອບກວດກາຄອບຄົວຊົມໃຊ້ວິດຖ່າຍ ຂັ້ນບ້ານ ແລະ ເມືອງ, ພ້ອມທັງເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ ໃຫ້ປະຊາຊົນບັນດາເຜົ່າແຕ່ລະຄອບຄົວທົ່ວແຂວງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບຄາດໝາຍ ແລະ ຄຸນປະໂຫຍດຂອງການນຳໃຊ້ວິດຖ່າຍ. ມາຮອດປັດຈຸບັນໃນທົ່ວແຂວງ ມີທັງໝົດ 85,437 ຄອບຄົວ. ໃນນີ້, ມີວິດຖ່າຍເປັນຂອງຕົນເອງແມ່ນ 80,279 ຄອບຄົວ ເທົ່າກັບ 93.96% ແລະ ໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 5,158 ຄອບຄົວ ເທົ່າກັບ 6.04%, ມີໂຮງຮຽນປະຖົມ 721 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 67 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 49 ແຫ່ງ ທັງໝົດມີວິດຖ່າຍ ແລະໄດ້ນຳໃຊ້ທຸກແຫ່ງ.

ທ່ານ ຄຳສອນ ພົງສະຫວັດດີ ກ່າວຕື່ມວ່າ: ສຳລັບການກະກຽມ ປະກາດແຂວງຫຼວງພະບາງ ເປັນແຂວງຢຸດຕິການຖ່າຍຊະຊາຍ ໄດ້ສຳເລັດແລ້ວໂດຍພື້ນຖານ ຊຶ່ງໃນວັນທີ 5 ພະຈິກນີ້ ຈະມີຂະບວນການຍ່າງເພື່ອສຸຂະພາບ ຕາມເສັ້ນທາງກາງເມືອງ ເລີ່ມຈາກສວນລາດແລງ ໄປຫາ ວັດຊຽງທອງ ເພື່ອສ້າງຂະບວນການຕ້ອນຮັບ ແລະ ໃນວັນທີ 8 ພະຈິກ 2024 ນີ້ ຈະມີພິທີ ປະກາດແຂວງຫຼວງພະບາງເປັນ ແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນຂະບວນການຟົດຟື້ນ.

(ແຫຼ່ງຂ່າວ: ຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ