ສະພາການຄ້າຈີນປະຈໍາ ສປປ ລາວ ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

ເລືອກຕັ້ງຄະນະບໍລິຫານງານສະໄໝທີ VIIຂອງສະພາການຄ້າຈີນປະຈໍາ ສປປ ລາວ

ເລືອກຕັ້ງຄະນະບໍລິຫານງານສະໄໝທີ VIIຂອງສະພາການຄ້າຈີນປະຈໍາ ສປປ ລາວ
ສະພາການຄ້າຈີນປະຈໍາ ສປປ ລາວ ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ຊຶ່ງແມ່ນສະໄໝທີ VII ເພື່ອສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາຂອງສະພາການຄ້າລາວ-ຈີນ

 

ໂດຍສຸມໃສ່ການເສີມຂະຫຍາຍການຮ່ວມມືພັດທະນາເສດຖະກິດການຄ້າໂດຍລວມຂອງສອງປະເທດ ໃຫ້ເລິກເຊິ່ງ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ກອງປະຊຸມການເລືອກຕັ້ງຄະນະບໍລິຫານງານສະໄໝທີ VII ຂອງສະພາການຄ້າຈີນປະຈໍາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການປະທານຂອງ ທ່ານ ລີ່ ຈື້ຢົງ (Li Zhiyong) ປະທານສະພາການຄ້າຈີນປະຈໍາ ສປປ ລາວ ສະໄໝທີ VI; ມີທ່ານ ຫວ່າງ ຊ້າງ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາກການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ຊຶ່ງມີຫຼາຍກວ່າ 120 ວິສາຫະກິດ ເຂົ້າຮ່ວມ.

ພາຍຫຼັງ ທ່ານ ລີ່ ຈື້ຢົງ ໄດ້ຂຶ້ນລາຍງານວຽກງານໃນໄລຍະຜ່ານມາ ແລະ ກ່າວອຳລາຕໍາແໜ່ງ, ກໍໄດ້ມີການແນະນໍາຕົນເອງຂອງບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເຂົ້າເປັນຄະນະບໍລິຫານງານສະໄໝທີ VIIຂອງສະພາການຄ້າຈີນປະຈໍາ ສປປ ລາວ ຊຶ່ງມີ 18 ວິສາຫະກິດ ເຂົ້າສະໝັກ ແລະ ຄະນະກຳມະການເລືອກຕັ້ງກໍໄດ້ດຳເນີນການປ່ອນບັດລົງຄະແນນສຽງ ເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່. ຜ່ານການລົງຄະແນນສຽງແມ່ນເລືອກໄດ້ຄະນະບໍລິຫານງານສະໄໝທີ VII ຂອງສະພາການຄ້າຈີນປະຈໍາ ສປປ ລາວ ໂດຍໄດ້ ທ່ານ ເຊິນ ເຊັຍຈິນ (Shen Xueqin) ຜູ້ຈັດການທົ່ວໄປຂອງທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ (ICBC) ສາຂາ ນະຄອນຫຼວງວຽງຈັນ ເປັນປະທານສະພາການຄ້າຈີນປະຈໍາ ສປປ ລາວ ຊຶ່ງໃນໂອກາດນີ້ ປະທານຄົນໃໝ່ ກໍໄດ້ມີຄໍາເຫັນກ່າວຮັບຕໍາແໜ່ງ ໂດຍໃນນີ້ກໍໄດ້ກ່າວເຖິງບາງວຽກງານທີ່ຈະສຸມໃສ່ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດການຄ້າລາວ-ຈີນ.

ທ່ານ ເຊິນ ເຊັຍຈິນ ກ່າວວ່າ: ຄະນະບໍລິຫານງານສະໄໝທີ VIIຂອງສະພາການຄ້າຈີນປະຈໍາ ສປປ ລາວ ມີສະມາຊິກທັງໝົດຈາກ 11 ວິສາຫະກິດ ທີ່ໄດ້ຮັບທຶນຈາກຈີນ ທີ່ຂຶ້ນທະບຽນເປັນເອກະລາດພາຍໃຕ້ການຊີ້ນຳຂອງສະຖານທູດ. ສະພາການຄ້າຈີນປະຈໍາ ສປປ ລາວຊຸດໃໝ່ນີ້ ຈະສືບຕໍ່ຮັກສານ້ຳໃຈສາມັກຄີ, ການຮ່ວມມື ແລະ ກ້າວໄປໜ້າ, ພະຍາຍາມສ້າງສະພາການຄ້າທີ່ສະໜິດສະໜົມ, ມີຫົວຄິດປະດິດສ້າງ ແລະ ມີອິດທິພົນຫຼາຍກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແລກປ່ຽນເສດຖະກິດການຄ້າຈີນ-ລາວ. ພາຍຫຼັງການປຶກສາຫາລືຢ່າງເລິກເຊິ່ງ ໃນກອງປະຊຸມຄັ້ງທຳອິດຂອງສະພາການຄ້າຈີນປະຈໍາ ສປປ ລາວ ສະໄໝທີ VII, ໂດຍການຊີ້ນຳຂອງສະຖານທູດ ພາຍໃຕ້ທິດຊີ້ນໍາຂອງທ່ານ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມລັກສະນະຈີນໃນຍຸກໃໝ່, ປະຕິບັດແນວຄິດການພັດທະນາອັນໃໝ່ຢ່າງຮອບດ້ານ ແລະ ປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ; ສ້າງສະພາບແວດລ້ອມດ້ານການເມືອງ ແລະ ວິສາຫະກິດທີ່ດີ ແລະ ຊ່ວຍສະມາຊິກແກ້ໄຂບັນຫາ, ເປັນໃຈກາງປະສານງານລະຫວ່າງລັດຖະບານຈີນກັບວິສາຫະກິດຈີນ, ເປັນຕົວແທນໃຫ້ວິສາຫະກິດຈີນທີ່ໄດ້ຮັບທຶນຈາກຈີນ ເຂົ້າຮ່ວມການສົນທະນາກັບລັດຖະບານລາວ, ເພີ່ມທະວີການໂຄສະນາເຜີຍແຜ່ວຽກງານຂອງສະພາການຄ້າຈີນ ແລະ ຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຢ່າງເລິກເຊິ່ງ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ທ່ານ ເຊິນ ເຊັຍຈິນ ຍັງກ່າວວ່າ: ເຖິງຢ່າງໃດກໍຕາມ, ສະພາບການສາກົນໃນປັດຈຸບັນມີຄວາມສັບສົນຄືແນວໃດຈະໃຫ້ບົດບາດຊີ້ນຳນະໂຍບາຍຂອງສະພາການຄ້າຈີນ ໄດ້ຢ່າງເຕັມທີ່, ຊ່ວຍໃຫ້ບໍລິສັດສະມາຊິກດຳເນີນທຸລະກິດເປັນຢ່າງດີ, ປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງວິສາຫະກິດທີ່ໄດ້ຮັບທຶນຈາກຈີນ; ພວກເຮົາຈະນໍາພາສະມາຊິກເລົ່າເລື່ອງຂອງຈີນ ດ້ວຍການກະທຳຕົວຈິງ, ປົກປັກຮັກສາສິດ ແລະ ຊື່ສຽງຂອງວິສາຫະກິດທີ່ໄດ້ຮັບທຶນຈາກຈີນ, ປົກປັກຮັກສາຜົນປະໂຫຍດ ແລະ ກຽດສັກສີຂອງປະເທດ, ປະກອບສ່ວນສະຕິປັນຍາ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຄຸນນະພາບຂອງສະພາການຄ້າຈີນ-ລາວ ເສີມຂະຫຍາຍການຮ່ວມມືພັດທະນາເສດຖະກິດການຄ້າຂອງສອງປະເທດ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ