ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນຫົວຂໍ້ “ໄຊຊະນະຂອງການຕໍ່ສູ້ຕ້ານ ອາເມຣິກາ, ກູ້ຊາດ - ບົດຮຽນກ່ຽວກັບການສ້າງກຳລັງປະກອບອາວຸດປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງໃນສັງກາດໃໝ່”.
ທ່ານປະທານປະເທດ ຢືນຢັນວ່າ: ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຫວຽດນາມ. ມະຫາໄຊລະດູບານໃໝ່ 1975 ໄດ້ຈົດຈຳໃນປະຫວັດສາດຂອງຊາດຕະຫຼອດໄປ ຄືດັ່ງບັນດາໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດ, ແມ່ນສັນຍາລັກອັນສະຫງ່າລາສີກ່ຽວກັບໄຊຊະນະຢ່າງສົມບູນຂອງລັດທິວິລະຊົນປະຕິວັດ ແລະ ພູມປັນຍາຂອງມະນຸດ, ແລະ ກ້າວເຂົ້າສູ່ປະຫວັດສາດຂອງໂລກຄືດັ່ງວິລະກຳທີ່ຍິ່ງໃຫຍ່ຂອງສະຕະວັດທີ 20, ເຫດການມີຄວາມໝາຍສຳຄັນສາກົນທີ່ໃຫຍ່ຫຼວງ ແລະ ມີລັກສະນະຍຸກສະໄໝຢ່າງເລິກເຊິ່ງ. ໄຊຊະນະທີ່ຍິ່ງໃຫຍ່ນັ້ນໄດ້ເປີດສັງກາດໃໝ່ໃນປະຫວັດສາດຂອງຊາດ - ສັງກາດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດກ້າວຂຶ້ນສັງຄົມນິຍົມ.
ໃນວັນນີ້, ຕໍ່ໜ້າຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່, ກຳລັງປະກອບອາວຸດປະຊາຊົນຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ແລະ ປະຕິບັດຢ່າງເຂັ້ມງວດ, ມີແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດຮັດ, ມີປະສິດທິຜົນ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ.
ຄໍາເຫັນ