ກະຊວງດັ່ງກ່າວລະບຸວ່າ: ໜຶ່ງໃນບັນດາໂຄງການທີ່ໄດ້ຮັບການອະນຸມັດແມ່ນໂຄງການພະລັງງານແສງຕາເວັນລອຍນ້ຳ 200 ເມກາວັດ, ຖືວ່າເປັນໜຶ່ງໃນໂຄງການໃຫຍ່ທີ່ສຸດຂອງປະເທດ. ໂດຍທັງໝົດມີກຳນົດຈະເລີ່ມຜະລິດ ແລະ ແຈກຢາຍໄຟຟ້າເຂົ້າລະບົບໄດ້ໃນປີ 2027 ແລະ 2028.
ຄະນະກໍາມາທິການພະລັງງານໄດ້ຈັດການປະມູນໃນເດືອນມັງກອນຜ່ານມາ ພາຍໃຕ້ໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ໄລຍະທີ 5 ເພື່ອເຮັດສັນຍາສໍາລັບການສະໜອງພະລັງງານແສງຕາເວັນທັງໝົດ 2,000 ເມກາວັດ.
ກະຊວງດັ່ງກ່າວໃຫ້ຮູ້ຕື່ມວ່າ: ນັບແຕ່ໄດ້ເປີດໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ຄັ້ງທຳອິດໃນປີ 2016 ມີກຳລັງການຜະລິດໄຟຟ້າຈາກແສງຕາເວັນທີ່ໄດ້ຮັບອະນຸມັດທັງໝົດ 4.263 ເມກາວັດ.
ທັງນີ້, ກະຊວງດັ່ງກ່າວເຊື່ອໝັ້ນວ່າ: ໂຄງການຮອບໃໝ່ນີ້ຈະຊ່ວຍຊຸກຍູ້ການຫັນປ່ຽນດ້ານພະລັງງານຂອງປະເທດ ແລະ ສະໜັບສະໜູນເປົ້າໝາຍໃນການເພີ່ມອັດຕາສ່ວນແບ່ງພະລັງງານໝູນວຽນໃນລະບົບໄຟຟ້າແຫ່ງຊາດໃຫ້ເປັນ 70% ໃນປີ 2050.
ຄໍາເຫັນ