ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກັນຍາ ຜ່ານມາ, ທ່ານ ອູເຢມິນອ່ອງ ປະທານສະຫະພັນເຂົ້າ ແຫ່ງມຽນມາ ລະບຸວ່າ: ມຽນມາ ຈະໃຊ້ລະບົບປະກັນຜົນຜະລິດກະສິກຳຕາມດັດຊະນີສະພາບອາກາດສຳລັບຊາວກະສິກອນ. ທ່ານ ອູເຢມິນອອງ ລະບຸວ່າ: ມີການຈັດຕັ້ງຄະນະກຳມະການໃນການເຮັດວຽກຮ່ວມມືກັນລະຫວ່າງພາກລັດ ແລະ ພາກເອກະຊົນ ຊຶ່ງນຳໂດຍ ບໍລິສັດ ມຽນມາ ອິນຊົວຣັນ (Myanmar Insurance) ຊຶ່ງເປັນບໍລິສັດປະກັນໄພສັງກັດກະຊວງການວາງແຜນ ແລະ ການເງິນ ເພື່ອດຳເນີນລະບົບດັ່ງກ່າວ. ນອກຈາກນັ້ນ, ທ່ານຍັງລະບຸຕື່ມວ່າ: ຖ້າຫາກຊາວກະສິກອນມີປະກັນ ພວກເຂົາຈະໄດ້ຮັບການຊົດເຊີຍເມື່ອພົບກັບຄວາມສູນເສຍທາງການກະເສດ ພ້ອມທັງກ່າວຕື່ມວ່າ: ການປະກັນໄພຜົນຜະລິດກະສິກຳ ຖືກຈັດເຮັດຂຶ້ນຢ່າງກວ້າງຂວາງໃນຫຼາຍປະເທດ.
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຄໍາເຫັນ