ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.
ປະຊາຊົນບ້ານນາຄໍາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຜູ້ທີ່ຖືກຜົນກະທົບ ຈາກໂຄງການ ກໍ່ສ້າງຊົນລະກະເສດ ອ່າງເກັບນໍ້າຍອດຫ້ວຍ ທ່າຮາວ ໄດ້ຮັບໃບຕາດິນຈໍານວນ 38 ຄອບຄົວ ຊຶ່ງມີ 46 ຕອນ ໃນເນື້ອທີ່ 92 ເຮັກຕາກວ່າ,
ມອບໃບຕາດນໃຫປະຊາຊນ 38 ຄອບຄວ ບານນາຄາ ທຖກຜນກະທບຈາກໂຄງການກສາງ ອາງເກບນາຍອດຫວຍທາຮາວ. - image 1
 

ທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ ອຸທຸມພອນ ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດໃນການຂຶ້ນທະບຽນອອກໃບຕາດິນໃຫ້ປະຊາຊົນທີ່ໄດ້ຮັບການຊົດເຊີຍຈາກຜົນກະທົບຂອງໂຄງການ ຊົນລະປະທານ ແລະ ຊົນລະກະເສດອ່າງເກັບນໍ້າ ຍອດຫ້ວຍທ່າຮາວ ບ້ານ ນາຄໍາ ມີເນື້ອທີ່ດິນທີ່ບຸກເບີກແລ້ວ 24 ຕອນ ແລະ ເນື້ອທີ່ດິນທີ່ຍັງບໍ່ທັນບຸກເບີກ 14 ຕອນ, ລວມທັງໝົດມີຈໍານວນຕອນດິນ 38 ຕອນ. ຕາມ ການສະເໜີຂອງ ບໍລິສັດ ແລະ ສາມາດວັດແທກຕອນດິນໃຫ້ປະຊາຊົນໄດ້ທັງໝົດ 46 ຕອນ, ເກີນແຜນ 8 ຕອນ, ເນື່ອງຈາກວ່າ ເວລາການລົງສໍາຫຼວດວັດແທກນັ້ນ ມີປະຊາຊົນຈໍານວນໜຶ່ງສະເໜີໃຫ້ແບ່ງປັັນດິນ ຊຶ່ງເປັນດິນມູນມໍລະດົກໃຫ້ ເພື່ອບໍ່ໃຫ້ມີບັນຫາດ້ານສິດການນໍາໃຊ້ທີ່ດິນໃນອານາຄົດຕໍ່ໜ້າ. ສະນັ້ນ, ການ ລົງສໍາຫຼວດ ຕາມການສະເໜີ ຂອງບໍລິສັດໃນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ທີ່ວາງໄວ້.

ຈາກນັ້ນ, ທ່ານ ນາງ ເພັດສະໝອນ ເພັງສະຫວັດ ປະທານ ບໍລິສັດ ເພັດຖາວອນກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຜູ້ຮັບເໝົາກໍ່ສ້າງ ລາຍງານວ່າ: ຖ້າຫາກວ່າໂຄງການນີ້ສໍາເລັດແມ່ນສາມາດຫົດເນື້ອທີ່ນາ ປີໄດ້ 1,700 ເຮັກຕາ, ນາແຊງ 700 ເຮັກຕາ ແລະ ບ້ານທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ມີ 9 ບ້ານ.

ທ່ານ ນາງ ເພັດສະໝອນ ເພັງສະຫວັດ ຍັງຢືນຢັນອີກວ່າ: ທາງບໍລິສັດພວກເຮົາຍັງສືບຕໍ່ ໃນການກໍ່ ສ້າງ ແລະ ຈະເຮັດໃຫ້ສໍາເລັດຕາມແຜນການ. ໂຄງການນີ້ເປັນໂຄງການຕ້ານແລ້ງ ໃຫ້ກັບປະຊາຊົນໃນເຂດ ບ້ານ ນາຄໍາ ກໍຄືບ້ານໄກ້ຄຽງ

ທ່ານ ສຸລິຕ້າ ດວງວັນນາ ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຜ່ານລາຍຊື່ຄອບຄົວທີ່ໄດ້ຮັບໃບຕາດິນຊົດເຊີຍທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ, ມີຈໍານວນ 38 ຄອບຄົວ, ມີ 46 ຕອນ, ໃນເນື້ອທີ່ 92 ເຮັກຕາກວ່າ, ໃຫ້ກຽດມອບໃບຕາດິນຊົດເຊີຍຄັ້ງນີ້ ໂດຍແມ່ນ ທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ. ພິທີມອບໃບຕາດິນ ໄດ້ຈັດຂຶ້ນ ໃນວັນທີ 19 ພະຈິກນີ້ ຢູ່ທີ່ໂຄງການດັ່ງກ່າວ

(ພາບ,ຂ່າວ: ບຸນຊູ ພົມມະເທບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 16 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ. ເປັນກຽດໃນພິທີ ພ້ອມທັງບັນລະຍາຍໂດຍ ສະຫາຍ ເຂັມເພັດ ແພງດວງຈັນ ອະດີດການນໍານະຄອນຫຼວງວຽງຈັນ, ມີບັນດາພະນັກງານລົງຮາກຖານອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ 15 ມິຖຸນາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຽກງານຢູ່ແຂວງຫຼວງພະບາງ, ໂດຍໄດ້ເຂົ້າພົບປະກັບ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ເພື່ອລາຍງານຈຸດປະສົງການລົງເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ ຄັ້ງນີ້ ເປັນການປະຕິບັດຕາມພາລະບົດບາດໜ້າທີ່ຂອງແນວລາວສ້າງຊາດ ໂດຍສະເພາະແມ່ນການຫັນລົງຮາກຖານ ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ, ຈາກນັ້ນ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ສະແດງຄວາມຕ້ອນຮັບ ແລະຊົມເຊີຍຕໍ່ ຮອງປະທານສູນກາງແນວລາວສ້າງຊາດ
ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ), ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ.
ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ການ​ນຳ​ແຂວງ​ຄຳ​ມ່ວນ ໄດ້ມອບເງິນຊຸກຍູ້ຈໍານວນ 50 ລ້ານກີບ ໃຫ້ແກ່ຄອບຄົວຕົວແບບດ້ານການປູກເຫັດ ຢູ່ບ້ານສົ້ມ ເມືອງເຊບັ້ງໄຟ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາຟາມເຫັດໃຫ້ມີປະສິດທິພາບສູງຂຶ້ນ.
ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

​ ວັນທີ 16 ມິຖຸນາ 2026 , ພະແນກການເງິນແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳ ກ່ຽວກັບວຽກງານແຮ່ທາດ, ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ ເຂດ 1 ນວ ລົງພົບປະຜູ້ມີສິດເລືອກຕັ້ງເມືອງສັງທອງ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ສະໂມສອນຂອງເມືອງສັງທອງ ນະຄອນຫຼວງວຽງຈັນ.
ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ມີບັນດາຕາງໜ້າກົມກອງ, ກະຊວງ, ອົງການ ອ້ອມຂ້າງຂັ້ນສູນກາງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານສື່ມວນຊົນທົ່ວປະເທດເຂົ້າຮ່ວມ.
ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງຫລວງພະບາງ ຊຸດທີ V, ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຫລວງພະບາງ ຊຸດທີ V ທີ່ເມືອງຊຽງເງິນໃນວັນທີ 15 ມິຖຸນາຜ່ານມາ.
ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ15 ແຂວງຈຳປາສັກ ນຳໂດຍ ທ່ານ ນາງ ປານຄຳ ຂະຫຍອງເອກ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຈຳປາສັກໄດ້ລົງພົບປະ ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊູດທີ V ຢູ່ 6 ບ້ານ ທີ່ຂຶ້ນກັບຕາແສງໜອງແຕ້, 2 ກົມກອງ, ກອງພັນ 13, ກອງຮ້ອຍຊາຍແດນ 523, ຄູອາຈານ ແລະ ແພດໝໍ ແລະ 3 ບ້ານຂອງຕາແສງດອນຕະລາດຄື: ບ້ານ ໜອງສະໂນ, ບ້ານ ໜອງຫີນ ແລະ ບ້ານ ໜອງຂາມ, ໃນວັນທີ 15 ມິຖູນາຜ່ານມາ.
ເພີ່ມເຕີມ